ວັນທີ 5 ມັງກອນ 2023, ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2022 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2023, ເປັນປະທານໂດຍ ພົຈວ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ, ເຂົ້າຮ່ວມມີ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ຄະນະຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ກອງບັນຊາການ ປກສ 5 ຕົວ ເມືອງ, ຕະຫຼອດຮອດນາຍຕຳຫຼວດຂັ້ນພະແນກ ເຂົ້າຮ່ວມ.

ພັທ ສີອຸດົມ ອາລົມຈິດ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ກ່າວວ່າ: ໃນປີ 2022 ທີ່ຜ່ານມາ, ມີຄະດີອາຍາເກີດຂຶ້ນທັງໝົດ 212 ເລື່ອງ ( ໂດຍ ບໍ່ນັບຄະດີອຸບັດຕິເຫດ ແລະ ອັກຄີໄພ ); ໃນນັ້ນ, ສາມາດມ້າງໄດ້ 125 ເລື່ອງ, ກັກຜູ້ຖືກຫາໄດ້ 298 ຄົນ ຍິງ 46 ຄົນ, ຄົນຕ່າງປະ ເທດ 8 ຄົນ, ເດັ່ນກວ່າໝູ່ແມ່ນບັນຫາຢາເສບຕິດເກີດຂຶ້ນ 149 ເລື່ອງ, ກັກຜູ້ຖືກຫາໄດ້ 230 ຄົນ ຍິງ 37 ຄົນ, ຄົນຕ່າງປະເທດ 7 ຄົນ, ຢຶດຂອງ ກາງຢາບ້າໄດ້ 77.390 ເມັດ, ຢາໄອສ໌ 22 ຖົງນ້ອຍ, ເງິນກີບ 87.722.000 ກີບ, ໂທລະສັບ 147 ໜ່ວຍ, ລົດຈັກ 37 ຄັນ, ລົດໃຫຍ່ 4 ຄັນ ແລະ ເຄື່ອງຂອງກາງອື່ນອີກຈຳນວນໜຶ່ງ. ນອກນັ້ນ, ຍັງມີຄະດີ ອຸບັດຕິເຫດເກີດຂຶ້ນ 299 ຄັ້ງ, ໄດ້ດຳເນີນການໄກ່ເກ່ຍຂັ້ນເຈົ້າໜ້າທີ່ 196 ເລື່ອງ, ຊັດມ້ຽນ 6 ເລື່ອງ, ສະຫຼຸບສົ່ງໄອຍະການ 12 ເລື່ອງ, ຄູ່ຄວາມແກ້ໄຂກັນເອງ 82 ເລື່ອງ, ມີພາຫະນະເປ່ເພ 448 ຄັນ, ຄົນໄດ້ຮັບບາດເຈັບ 431 ຄົນ ຍິງ 107 ຄົນ, ມີຜູ້ເສຍຊີວິດ 29 ຄົນ ຍິງ 2 ຄົນ. ນອກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນວຽກງານດ້ານອື່ນໆອີກເຊັ່ນ: ວຽກງານກວດກາຄົນເຂົ້າ-ອອກປະຕູດ່ານ, ວຽກງານຄຸ້ມຄອງຄົນຕ່າງປະເທດ ແລະ ວຽກງານຄຸ້ມຄອງການທ່ອງທ່ຽວ.

ສຳລັບຄາດໝາຍສູ້ຊົນຂອງກອງບັນຊາການ ປກສ ແຂວງອັດຕະປື ໃນປີ 2023, ຈະສຸມໃສ່ເຮັດວຽກງານການເມືອງນຳພາ-ແນວ ຄິດ ໂດຍການຈັດຕັ້ງເຊື່ອມຊຶມມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງ ຢ່າງເປັນປົກກະຕິ, ເພີ່ມທະວີວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ພາຍໃນກຳລັງປ້ອງກັນຄວາມສະ ຫງົບໃຫ້ປອດໃສ່ ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບມີຄວາມກ້າວໜ້າ, ຕັ້ງໜ້າຜັນຂະຫຍາຍວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ,ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ເພື່ອເຮັດໃຫ້ຮາກຖານມີຄວາມເຂັ້ມແຂງ, ຮັບປະກັນເຮັດ ໃຫ້ແຂວງອັດຕະປືມີສະຖຽນລະພາບທາງດ້ານການເມືອງ-ສັງຄົມ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍຟື້ນຖານ, ສືບຕໍ່ປະຕິບັດ 4 ແຜນງານໃຫຍ່ ແລະ 41 ໂຄງການທີ່ກະຊວງປ້ອງກັນຄວາມສະຫງົບວາງອອກ.