ພົຕ ຫງວຽນ ຢຸຍ ຫງອກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບລາວ ໃນວັນທີ 11 ມັງກອນ 2023, ໂດຍການຕ້ອນຮັບຂອງ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.

ພັອ ສຸກນິລັນດອນ ກຸນລະວົງ ຮອງຫົວໜ້າອໍານວຍການ ວິທະຍາຄານການເມືອງ ປກສ ໄດ້ລາຍງານໃຫ້ ຄະນະຜູ້ແທນທັງສອງຝ່າຍຮັບຊາບກ່ຽວກັບ ຄວາມຄືບໜ້າການກໍ່ສ້າງ ວ່າ:

ວິທະຍາຄານການເມືອງ ປກສ ໄດ້ລົງມືກໍ່ສ້າງໃນເດືອນພະຈິກ ແລະ ປັດຈຸບັນໄດ້ສໍາເລັດການປັບໜ້າດິນ, ພວມກໍ່ສ້າງຮາກຖານອາຄານຫ້ອງການ 1 ຫຼັງ, ສະໂມສອນ 1 ຫຼັງ, ອາຄານຮຽນ 2 ຫຼັງ, ຫໍພັກນັກສຶກສາ 2 ຫຼັງ, ເຮືອນຄົວລວມ 1 ຫຼັງ ແລະ ພວມກໍ່ສ້າງກໍາແພງອ້ອມຮອບວິທະຍາຄານ.

ແຜນການເປີດການຮຽນການສອນ ສົກປີ 2023, ພວກເຮົາໄດ້ສ້າງຮ່າງນິຕິກຳຕ່າງໆ ເພື່ອຂໍອະນຸມັດການສ້າງວິທະຍາຄານການເມືອງ ປກສ ໄດ້ສຳເລັດດັ່ງນີ້: ສິດພາລະບົດບາດຂອງວິທະຍາຄານ, ກົງຈັກການຈັດຕັ້ງວິທະຍາຄານ, ບົດວິພາກການຍົກຖານະເປັນວິທະຍາຄານ, ບົດວິພາກຫຼັກສູດ, ແຜນງົບປະມານຮັບໃຊ້ວິທະຍາຄານ, ແຜນບຸກຄະລາກອນວິທະຍາຄານ, ມາດຖານຂອງພະນັກງານ, ຄູ-ອາຈານ ວິທະຍາຄານ, ສິດ ແລະ ພາລະບົດບາດຂອງຫ້ອງ-ຄະນະວິຊາ ແລະ ປັບປຸງນິຕິກຳຕ່າງໆທີ່ມີແລ້ວອີກຈຳນວນໜຶ່ງ; ປັດຈຸບັນ, ພວມຢູ່ໃນຂັ້ນຕອນການຂໍອະນຸມັດຈາກ ຄະນະປະຈຳຄະນະພັກກະຊວງ ແລະ ຄາດຄະເນວ່າ ໃນໄຕມາດ I ຂອງປີ 2023 ຈະໃຫ້ສໍາເລັດ.

ສ່ວນຫຼັກສູດປະລິນຍາຕີ ໄດ້ຮ່າງສຳເລັດຫຼັກສູດປະລິນຍາຕີການເມືອງ-ການບັນຊາ ເຊິ່ງປະກອບມີ 3 ສາຂາ ຄື: ສາຂາການເມືອງ, ສາຂາການບັນຊາ, ສາຂາເສດຖະສາດການເມືອງ ແລະ ບໍລິຫານເສດຖະກິດ; ປັດຈຸບັນ, ພວມຢູ່ໃນຂັ້ນຕອນການຄົ້ນຄວ້າຂອງ ຄະນະປະຈຳຄະນະພັກກະຊວງ ແລະ ຈະສະເໜີເຖິງ ກະຊວງສຶກສາ ແລະ ກິລາ ເພື່ອຂໍອະນຸມັດ; ຄາດຄະເນໃນໄຕມາດ I ຂອງປີ 2023 ໃຫ້ສໍາເລັດ ແລະ ຈະສາມາດເປີດການສິດສອນຮຸ່ນທຳອິດ ໃນເດືອນກັນຍາ 2023.

ຫຼັກສູດອະນຸປະລິນຍາ ໄດ້ດຳເນີນການສິດສອນນັກສຶກສາ 2 ຮຸ່ນ ຄື: ຮຸ່ນທີ 16, ຮຸ່ນທີ 17 ແລະ ຈະເປີດການສອນ ຮຸ່ນທີ 18 ໃນເດືອນກັນຍາ 2023; ຫຼັກສູດເລັ່ງລັດ ໄດ້ປັບປຸງຫຼັກສູດລະບົບເລັ່ງລັດ ທິດສະດີການເມືອງຊັ້ນສູງ 5 ເດືອນ ເປັນຫຼັກສູດລະບົບເລັ່ງລັດ ທິດສະດີການເມືອງຊັ້ນສູງ 9 ເດືອນ ແລະ ຈະເປີດສອນຮຸ່ນທຳອິດ ໃນເດືອນກັນຍາ 2023.

ໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ເນັ້ນໃຫ້ ຄະນະຮັບຜິດຊອບໂຄງການ ເອົາໃຈໃສ່ປຸກສ້າງອາຄານຮຽນໃຫ້ສຳເລັດ ຕາມແຜນການທີ່ໄດ້ກຳນົດໄວ້ ເພາະວິທະຍາຄານການເມືອງດັ່ງກ່າວນີ້ ຈະເປັນສະຖາບັນໜຶ່ງທີ່ສຳຄັນໃນການກໍ່ສ້າງນາຍ ແລະ ພົນຕຳຫຼວດໃນກຳລັງປ້ອງກັນຄວາມສະຫງົບລາວ ໃຫ້ມີຄວາມຮູ້ຄວາມສາມາດທຽບເທົ່າກັບສາກົນ.