ໃນວັນທີ 11 ມັງກອນ 2023, ກົມສື່ສານ ກະຊວງ ປກສ ໄດ້ຈັດຕັ້ງພິທີປະຖາກະຖາວັນສ້າງຕັ້ງ ຄົບຮອບ 56 ປີ (11 ມັງກອນ 1967-2023), ເປັນປະທານໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຫົວໜ້າ-ຮອງກົມ, ພ້ອມດ້ວຍພະນັກງານບໍານານ, ຕະຫຼອດຮອດນາຍ-ພົນຕຳຫຼວດ ແລະ ພະແນກສື່ສານ ປກສ ແຂວງ ທົ່ວປະເທດ ເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ.

ພົຕ ວັນທອງ ກອງມະນີ ປາຖະກະຖາ ວ່າ:

ກໍາລັງສື່ສານ ແມ່ນກໍາລັງປະກອບອາວຸດປະຕິວັດ ທີ່ສືບທອດມາຈາກກໍາລັງສັນຕິລາດ ປີ 1967, ເຊິ່ງແມ່ນ ພັກປະຊາຊົນ ປະຕິວັດລາວ ເປັນຜູ້ສ້າງຕັ້ງ, ສຶກສາອົບຮົມ, ເດັດຂາດໂດຍກົງ ແລະ ຮອບດ້ານ, ກໍາລັງສື່ສານ ແມ່ນກໍາລັງວິຊາສະເພາະໜຶ່ງໃນລະບົບການຈັດຕັ້ງຂອງ ກໍາລັງປ້ອງກັນຄວາມສະຫງົບ, ມີພາລະບົດບາດເປັນເສນາທິການໃຫ້ແກ່ ລັດຖະມົນຕີ ກະຊວງ ປກສ ໃນການຄົ້ນຄວ້າວາງແຜນຍຸດທະສາດ, ປັບປຸງພັດທະນາລະບົບເຄືອຄ່າຍການຕິດຕໍ່-ສື່ສານ, ເຕັກນິກ, ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ແນໃສ່ເຮັດສໍາເລັດໜ້າທີ່ວຽກງານຕິດຕໍ່-ສື່ສານ ໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນພາວະປົກກະຕິ ແລະ ສຸກເສີນຂອງບັນດາເຫຼົ່າຮົບວິຊາສະເພາະ ໃນທົ່ວກໍາລັງ ປກສ ໃຫ້ມີຄວາມຮັບປະກັນ, ວ່ອງໄວ, ຊັດເຈນ ແລະ ຫັນເປັນທັນສະໄໝ.

ຕະຫຼອດ 56 ປີ, ກໍາລັງສື່ສານ ປ້ອງກັນຄວາມສະຫງົບ ໄດ້ປະກອບສ່ວນເຄື່ອນໄຫວຕິດຕໍ່ສື່ສານຮັບໃຊ້ການນໍາ, ສົ່ງເອກະສານທີ່ສໍາຄັນ, ຮັກສາໄດ້ຄວາມລັບ, ເປັນເຈົ້າການປະກອບສ່ວນເຂົ້າຮ່ວມຂະບວນການລວມຂອງຊາດ ເປັນຕົ້ນແມ່ນ ການແລກປ່ຽນເງິນ ພາຍຫຼັງປົດປ່ອຍ, ເຂົ້າຮ່ວມສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນທາງບົກແຫ່ງຊາດ, ເຂົ້າຮ່ວມເຮັດວຽກວິຊາສະເພາະຮັບໃຊ້ການນໍາເຂດພິເສດໄຊສົມບູນ, ເຂົ້າຮ່ວມປ້ອງກັນແຂກຜູ້ນໍາຂັ້ນສູງຂອງຕ່າງປະເທດ ທີ່ມາຢ້ຽມຢາມ ສປປ ລາວ, ເຂົ້າຮ່ວມກອງປະຊຸມລະດັບສາກົນ, ລົງກໍ່ສ້າງຮາກຖານການເມືອງນໍາຂະບວນລວມຂອງກະຊວງ, ການເຂົ້າຮ່ວມຂະບວນການ ແລະ ປ້ອງກັນແຕ່ລະຄັ້ງ ແມ່ນມີຜົນສໍາເລັດ 100%.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ເນັ້ນບາງໜ້າທີ່ໃຫ້ແກ່ກໍາລັງສື່ສານດັ່ງນີ້:

ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງມີຄວາມສະດຸ້ງໄວຕໍ່ອັນໃໝ່, ຫັນເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ລະບຽບ ແລະ ກົດໝາຍຕ່າງໆ ທີ່ພົວພັນເຖິງວຽກງານວິຊາສະເພາະຂອງຕົນ ສ້າງເປັນແຜນການ, ແຜນອັນລະອຽດໃນແຕ່ລະໄລຍະ ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງກົມກອງ, ເອົາໃຈໃສ່ປັບປຸງວຽກງານວິຊາສະເພາະ ແບບແຜນວິທີເຮັດວຽກຂອງຖັນແຖວພະນັກງານ ໃຫ້ທ່ວງທັນກັບສະພາບການ, ທັງຕ້ອງຄາດຄະເນສະຖານະການທີ່ຈະເກີດຂຶ້ນ ເພື່ອກຽມພ້ອມຮັບມືໃຫ້ທັນກັບສະພາບການ.

ຕິດພັນກັບ ການເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ພະນັກງານ-ນັບຮົບ ຕັ້ງໜ້າຝຶກຝົນຫຼໍໍ່ຫຼອມທາງດ້ານທັດສະນະຄຸນສົມບັດສິນທໍາປະຕິວັດ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເພື່ອສົ່ງເສີມດ້ານດີ, ຕີຖອຍປະກົດການຫຍໍ້ທໍ້ໃນກົມກອງໝົດໄປຢ່າງຊິ້ນເຊີງ ແລະ ທັນເວລາ.

ເພີ່ມທະວີປັບປຸງ ແລະ ກໍ່ສ້າງກໍາລັງສື່ສານ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ໂດຍຖືເອົາຄຸນນະພາບເປັນຫຼັກ ເປັນຕົ້ນແມ່ນ ພະນັກງານນໍາພາ-ບັນຊາຂັ້ນຕ່າງໆ ໃຫ້ມີຄວາມໜັກແໜ້ນ, ມີຄວາມຈົ່ງຮັກພັກດີ, ມີລະດັບຄວາມຮູ້ຄວາມສາມາດອັນແນ່ນອນ ເພື່ອເປັນຫຼັກແຫຼ່ງໃນການນໍາພາປະຕິບັດໜ້າທີ່ວຽກງານວິຊາສະເພາະ ທີ່ໄດ້ຮັບການມອບໝາຍ ແລະ ກໍ່ສ້າງພະນັກງານວິຊາການຮູ່ນສືບທອດຕໍ່ໄປ.

ກໍາລັງສື່ສານຍຸກໃໝ່ ຕ້ອງກ້າວສູ່ຄວາມທັນສະໄໝ, ກ້າວສູ່ການນໍາໃຊ້ເຕັກໂນໂລຊີໃໝ່ ທີ່ສາມາດເຊື່ອມສານຢ່າງວ່ອງໄວທັນການ ແລະ ຊັດເຈນ,  ໂດຍສະເພາະແມ່ນ ຍຸກ 4.0, ການຫັນລັດຖະບານເປັນດີຈີຕ໋ອນ, ກໍາລັງສື່ສານ ຕ້ອງເປັນໃຈກາງການຈັດຕັ້ງປະຕິບັດແຜນດັ່ງກ່າວ, ເອົາໃຈໃສ່ເຕົ້າໂຮມຄວາມສະມັກຄີເປັນປຶກແຜ່ນ ທັງພາຍໃນ ແລະ ສາກົນຢ່າງກວ້າງຂວາງ.

ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືກັບຕ່າງປະເທດໃຫ້ດີ, ຍາດແຍ່ງການຊ່ວຍເຫຼືອຈາກສາກົນ ເພື່ອປັບປຸງກໍ່ສ້າງກໍາລັງສື່ສານປ້ອງກັນຄວາມສະຫງົບ ໃຫ້ກ້າວສູ່ຄຸນນະພາບໃໝ່.