ໃນວັນທີ 13 ມັງກອນ 2023, ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ, ໂດຍການຕ້ອນຮັບຂອງ ພັອ ສຸກນິລັນດອນ ກຸນລະວົງ ຮອງຫົວ ໜ້າອຳນວຍການໂຮງຮຽນທິດສະດີການເມືອງ ປກສ ພ້ອມດ້ວຍຄະນະ.

ພັອ ສຸກນິລັນດອນ ກຸນລະວົງ ກ່າວວ່າ: ໂຄງການກໍ່ສ້າງດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນມູນຄ່າກໍ່ສ້າງ 250 ຕື້ດົງ, ເຊິ່ງເປັນຂອງຂວັນແຫ່ງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ຖານອ້າຍນ້ອງທີ່ມີມູນເຊື້ອອັນຍາວນານ. ສຳລັບໂຄງການກໍ່ສ້າງວິທະຍາຄານການເມືອງ ປກສ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນພະຈິກ ປີ 2022 ໃນເນື້ອທີ່ 6,5 ເຮັກຕາ ແລະ ຈະໃຫ້ສຳ ເລັດໃນເດືອນກໍລະກົດ 2023; ມາຮອດປັດຈຸບັນ, ໂຄງການດັ່ງກ່າວໄດ້ສຳເລັດທາງດ້ານການປັບໜ້າດິນ ພ້ອມທັງດໍາເນີນການກໍ່ ສ້າງຮາກຖານອາຄານຫ້ອງການ 1 ຫຼັງ, ສະໂມສອນ 1 ຫຼັງ, ອາຄານຮຽນ 2 ຫຼັງ, ຫໍພັກນັກສຶກສາ 2 ຫຼັງ, ເຮືອນຄົວລວມ 1 ຫຼັງ ແລະ ກໍ່ສ້າງກໍາແພງອ້ອມຮອບວິທະຍາຄານສຳເລັດແລ້ວປະມານ 30%. ທັງນີ້, ກໍເພື່ອເຮັດໃຫ້ໂຄງການດັ່ງກ່າວສຳເລັດກ່ອນຈະເປີດການຮຽນ-ການສອນໃນສົກປີ 2023 ທີ່ຈະມາເຖິງນີ້; ເຊິ່ງເປັນຮຸ່ນທຳອິດ ແລະ ຈະໄດ້ເປີດການຮຽນ-ການສອນໃນເດືອນກັນຍາ 2023 ດ້ວຍຫຼັກສູດອະນຸປະລິນຍາ.

ໂອກາດດັ່ງກ່າວ, ພົຕ ວັນທອງ ກອງມະນີ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບໂຄງການເອົາໃຈໃສ່ປຸກສ້າງອາຄານຮຽນໃຫ້ສຳເລັດຕາມແຜນການທີ່ໄດ້ກໍານົດໄວ້ ແລະ ວິທະຍາຄານການເມືອງ ປກສ ຈະເປັນສະຖາບັນໜຶ່ງທີ່ສຳຄັນໃນການກໍ່ສ້າງນາຍຕຳຫຼວດໃນກໍາລັງ ປ້ອງກັນຄວາມສະຫງົບ ໃຫ້ມີຄວາມ ຮູ້-ຄວາມສາມາດທາງດ້ານທິດສະດີການເມືອງ-ການປົກຄອງທຽບເທົ່າກັບສາກົນ.