ໃນວັນທີ 12 ມັງກອນ 2023, ກົມໃຫຍ່ພະລາທິການ ກະຊວງ ປກສ ຈັດກອງປະຊຸມສະຫຼຸບການຈັດຕັ້ງວຽກງານພະລາທິການປ້ອງກັນຄວາມສະ ຫງົບ ປະຈຳປີ 2022 ແລະ ທິດທາງແຜນການວຽກງານຈຸມສຸມປີ 2023, ເປັນປະທານໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຮັກສາການຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາຕາງໜ້າກົມໃຫຍ່, ກົມ, ກອງ, ວິທະຍາຄານ, ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ, ພ້ອມດ້ວຍແຂກຮັບເຊີນ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ໃນກອງປະຊຸມ, ພັອ ສີສຸວັນ ທອງປະເສີດ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້. ໃນໜຶ່ງປີຜ່ານມາ, ກົມໃຫຍ່ພະລາທິການ ປກສ ໄດ້ຄົ້ນຄວ້າສ້າງ ແລະ ປັບປຸງບັນດານິຕິກໍາວິຊາສະເພາະພະລາທິການ ປກສ, ສຳເລັດການລົງຊຸກຍູ້ປັບປຸງກົງຈັກການຈັດຕັ້ງວິຊາສະເພາະ ແລະ ເຜີຍແຜ່ນິຕິກໍາວຽກງານພະລາທິການຢູ່ບັນດາກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ໃນຂອບເຂດທົ່ວປະເທດ, ພົວພັນແລກປ່ຽນ ແລະ ຖອດຖອນບົດຮຽນກັບບັນດາກົມກອງວິຊາສະເພາະທັງພາຍໃນ ແລະ ຕ່າງປະເທດ, ຈັດຕັ້ງປະຕິບັດແຜນງົບປະມານປະຈໍາປີ 2022 ທີ່ໄດ້ຮັບອະນຸມັດຈາກກະຊວງການເງິນ ພ້ອມທັງຈັດແບ່ງຕົວເລກງົບປະມານໃຫ້ບັນດາກົມກອງ ແລະ ປກສ ແຂວງ-ນະຄອນຫຼວງສໍາເລັດ; ວຽກງານຮັກສາສຸຂະພາບ ສາມາດກວດສຸຂະພາບການນໍາໄດ້ 1.753 ທ່ານ, ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ 67.680 ເທື່ອຄົນ, ບໍລິການກວດເຂດນອກໄດ້ 11.679 ເທື່ອຄົນ, ນໍາໃຊ້ປະກັນສັງຄົມ 22.798 ເທື່ອຄົນ, ໄດ້ຮັບປະນຸມັດໂຄງ ການລົງທຶນຂອງລັດ (ພາກ 67) ທັງໝົດ 58 ໂຄງການ, ປະຕິບັດໄດ້ 100% ມີຈໍານວນ 3 ໂຄງການ, ໄດ້ຮັບອະນຸມັດໂຄງການກໍ່ສ້າງ-ສ້ອມແປງນ້ອຍບ້ວງບໍລິຫານ (ພາກ 62) ມີ 46 ວຽກປະຕິບັດໄດ້ 100% ມີຈໍານວນ 19 ວຽກ, ໄດ້ພົວພັນອອກໃບຕາດິນລັດໃຫ້ກະຊວງປ້ອງກັນຄວາມສະຫງົບຄຸ້ມຄອງນໍາໃຊ້ 14 ຕອນ, ໄດ້ປະກອບເຄື່ອງເຟີນີເຈີ 5 ລາຍການໃຫ້ 5 ກົມ ກອງຊໍາລະຄ່າກະແສໄຟຟ້າ-ນໍ້າປະປາ ປີ 2022 ສໍາເລັດ. ໃນປີ 2022, ບັນດາກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງ-ນະຄອນຫຼວງ ສາມາດສ້າງລາຍຮັບຈາກການຜະລິດກະສິກໍາ ແລະ ບໍລິການໄດ້ 8 ຕື້ກວ່າກີບ, ເດັ່ນກວ່າໝູ່ແມ່ນ ປກສ ແຂວງຫຼວງນໍ້າທາ ສ້າງລາຍຮັບໄດ້ 2 ຕື້ກວ່າກີບ, ປກສ ແຂວງອຸດົມໄຊ 1 ຕື້ກວ່າກີບ, ປກສ ແຂວງຈໍາປາສັກ 800 ລ້ານກວ່າກີບ.

ສໍາລັບຢູ່ກົມໃຫຍ່ພະລາທິການໄດ້ສ້າງຕັ້ງສູນຜະລິດຢູ່ດອນກໍມີ, ເມືອງອານຸວົງ ແຂວງໄຊສົມບູນ ໃນເນື້ອທີ່ 480 ກວ່າເຮັກຕາ ມີສັດລ້ຽງທັງໝົດ 79 ໂຕ, ໄດ້ຈັດຕັ້ງເຊັນສັນຍາຮ່ວມທຸລະກິດ 7 ໂຄງການ, ເຊັນບົດບັນທຶກ 5 ໂຄງການ, ສຶກສາຄົ້ນຄວ້າ 10 ໂຄງການ, ຄາດຄະເນມູນຄ່າການລົງ ທຶນ 260 ຕື້ກວ່າກີບ ແລະ 3 ຕື້ກວ່າໂດລາສະຫະລັດ. ປັດຈຸບັນ, ມີຫົວໜ່ວຍທຸລະກິດສາມາດສ້າງລາຍຮັບໄດ້ 15 ຕື້ກວ່າກີບ, ໄດ້ສ້າງຕັ້ງໂຮງສີເຂົ້າຢູ່ບ້ານຫຼັກ 17, ເມືອງຊະນະສົມບູນ, ແຂວງຈໍາປາສັກ ເພື່ອຈັດຊື້ເຂົ້າສະໜອງໃຫ້ກຳລັງ ປກສ 4 ແຂວງພາກໃຕ້. ປັດຈຸບັ,ນ ຈັດຊື້ເຂົ້າແລ້ວ 1.167 ໂຕນ, ໄດ້ເຮັດສັນຍາສະໜອງເຂົ້າໃຫ້ 2 ກົມກອງ 685 ໂຕນຕໍ່ປີ.