ໃນປີ 2023 ຄ້າຍຄຸມຂັງໂພນ ຕ້ອງ ( ຄພຕ ) ທີ່ຂຶ້ນກັບກົມຕຳ ຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ຈະເອົາໃຈໃສ່ເພີ່ມທະວີຄວາມເຂັ້ມງວດໃນການປ້ອງກັນ ເວນຍາມຂຶ້ນປ້ອມຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນໃຫ້ມີຄວາມສະຫງົບປອດໄພຕະຫຼອດເວລາບໍ່ໃຫ້ນັກໂທດ, ຜູ້ຖືກຫາ ແຫກຄຸກໂຕນໜີອອກຈາກຄ້າຍ ຫຼື ກໍ່ຄວາມບໍ່ສະຫງົບໄດ້ຢ່າງເດັດຂາດ.

ໃນກອງປະຊຸມສະຫຼຸບວຽກງານຄ້າຍຄຸມຂັງໂພນຕ້ອງ ປະຈຳປີ 2022 ແລະ ທິດທາງແຜນການຈຸດສຸມປີ 2023 ຄັ້ງວັນທີ 10 ມັງ ກອນ 2023, ໂດຍມີ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ພາຍໃນຄ້າຍເຂົ້າຮ່ວມ; ພັທ ອານົງຄານ ຈິດຕະວົງ ຮອງຫົວໜ້າຄ້າຍຄຸມຂັງໂພນຕ້ອງ ໃຫ້ຮູ້ວ່າ: ປີນີ້, ຄະນະບັນຊາຄ້າຍຄຸມຂັງໂພນຕ້ອງ ຈະສຸມໃສ່ຊີ້ນຳ-ບັນຊາພະນັກງານວິຊາສະເພາະປະຕິບັດວຽກງານຕາມຂົງເຂດຮັບຜິດຊອບ ໂດຍສະເພາະແມ່ນວຽກງານປ້ອງກັນເວນຍາມຮັບປະກັນຄວາມປອດໄພບໍ່ໃຫ້ມີນັກໂທດ, ຜູູ້ຖືກຫາແຫກຄຸກໂຕນໜີຢ່າງເດັດຂາດ ໂດຍຈະເພີ່ມຄວາມເອົາໃຈໃສ່ປ້ອງກັນເວນຍາມຂຶ້ນປ້ອມຕະຫຼອດ 24 ຊົ່ວໂມງ, ປັບ ປຸງແບບແຜນວິທີເຮັດວຽກຂອງພະນັກງານຢ່າງເຂັ້ມງວດ, ຂັ້ນໝູ່ໃຫ້ເຂົ້າສູ່ລະບຽບຫຼັກການໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບ ໝາຍໃຫ້ ພ້ອມທັງເອົາໃຈໃສ່ປ້ອງກັນຄຸມສົ່ງເຄື່ອນທີ່ ເຊັ່ນ: ໄປອອກແຮງງານນອກ, ໄປໂຮງໝໍ, ໄປຂຶ້ນສານຕັດສິນ, ການເຄື່ອນຍ້າຍສະຖານທີ່ຄຸມ ຂັງ.

ໃນປີ 2022, ຄ້າຍຄຸມຂັງໂພນຕ້ອງໄດ້ເອົາໃຈໃສ່ເຮັດວຽກງານປ້ອງກັນເວນຍາມປະຈຳທີ່-ເຄື່ອນທີ່ ແລະ ປະຈຳການກຽມ ພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ໂດຍມີການປ້ອງກັນເວນຍາມ 6 ຈຸດ, ປ້ອງກັນນັກໂທດໄປຂຶ້ນສານ 18 ຄັ້ງ, ໄປໂຮງໝໍ-ນອນໂຮງໝໍລວມ 70 ຄັ້ງ; ສຶກສາອົບຮົມນັກ ໂທດ-ຜູ້ຖືກຫາທີ່ມີເງື່ອນໄຂຮັບ ຄົ້ນຄວ້າປ່ອຍຕົວ 59 ຄົນ ຍິງ 3 ຄົນ, ກວດກາຫ້ອງຂັງຢ່າງເປັນປົກກະຕິ, ກວດກາເຄື່ອງຝາກຈາກຍາດ ແລະ ຕິດ ຕາມຢ່າງໃກ້ຊິດຕໍ່ການພົບປະຢ້ຽມຍາດຂອງນັກໂທດ-ຜູ້ຖືກຫາສາມາດຮັບປະກັນໄດ້ໂດຍພື້ນຖານ.