ໃນຕອນແລງຂອງວັນທີ 30 ມັງກອນ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຢໍ. ບາທາຣ໌ບີເລັກ (Yo. BAATARBILEG) ສະມາຊິກສະພາຄູຣານໃຫຍ່, ປະທານຄະນະມິດຕະພາບ ລັດຖະສະພາ ມົງໂກລີ-ລາວ ປະຈໍາ ສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 28 ມັງກອນ ຫາ ວັນທີ 3 ກຸມພາ 2023.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຢໍ. ບາທາຣ໌ບີເລັກ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນເປັນກ້າວໆ, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ມົງໂກລີ ໃນໄລຍະຜ່ານມາ ເຊິ່ງເຫັນໄດ້ວ່າ ການນຳຂັ້ນສູງຂອງສອງປະເທດ ໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ໂດຍສະເພາະ ໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19.

ຄຽງຄູ່ກັນນັ້ນ, ບັນດາຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງ ກໍມີການພົວພັນຮ່ວມມືກັນ ໃນຂົງເຂດວຽກງານຕ່າງໆ ເປັນຕົ້ນແມ່ນ ຂະແໜງກະສິກຳ, ສາທາລະນະສຸກ, ການສຶກສາ (ການພັດທະນາຊັບພະຍາກອນມະນຸດ) ແລະ ອື່ນໆ; ເຊິ່ງການພົວພັນຮ່ວມມືເຫຼົ່ານັ້ນ ລ້ວນແຕ່ມີປະສິດທິພາບ ແລະ ປະສິດທິຜົນເປັນຢ່າງດີ.

ອັນພົ້ນເດັ່ນ ໃນປີ 2022 ຜ່ານມາ ເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ມົງໂກລີ, ມົງໂກລີ-ລາວ ໂດຍໄດ້ຈັດກິດຈະກຳຕ່າງໆຮ່ວມກັນ ເພື່ອສະເຫຼີມສະຫຼອງວັນສຳຄັນທາງປະຫວັດສາດດັ່ງກ່າວ ຢ່າງມີເນື້ອໃນ ແລະ ເປັນຂະບວນການຟົດຟື້ນ.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄຳເຊື້ອເຊີນຜ່ານ ທ່ານ ຢໍ. ບາທາຣ໌ບີເລັກ ໄປເຖິງ ທ່ານນາຍົກລັດຖະມົນຕີ ແລະ ທ່ານປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ເພື່ອມາຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ, ທັງໄດ້ສະເໜີວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ມົງໂກລີ ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ພ້ອມກັນນີ້, ກໍຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າ ມົງໂກລີ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນກອບການຮ່ວມມືຂອງສອງຝ່າຍ ແລະ ຫຼາຍຝ່າຍຕື່ມອີກ.

ໃນໂອກາດນີ້, ທ່ານ ຢໍ. ບາທາຣ໌ບີເລັກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານນາຍົກລັດຖະມົນຕີ ໃນຄັ້ງນີ້ ພ້ອມທັງລາຍງານໃຫ້ຊາບກ່ຽວກັບຈຸດປະສົງ ແລະ ຜົນສຳເລັດເບື້ອງຕົ້ນ ໃນການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນສອງມື້ຜ່ານມາ.

ຂະນະດຽວກັນ, ທ່ານ ຢໍ. ບາທາຣ໌ບີເລັກ ກໍໄດ້ສະເໜີ ທ່ານນາຍົກລັດຖະມົນຕີ ສືບຕໍ່ສະໜັບສະໜູນຊຸກຍູ້ການພົວພັນຮ່ວມມື ທາງດ້ານເສດຖະກິດຂອງສອງປະເທດ ເຊັ່ນ: ດ້ານການຄ້າ, ການລົງທຶນ, ການຜະລິດກະສິກຳ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ນັບມື້ມີຜົນສຳເລັດຫຼາຍຂຶ້ນເປັນກ້າວໆ, ເນື່ອງຈາກໃນເງື່ອນໄຂປັດຈຸບັນ ແມ່ນມີສິ່ງອຳນວຍຄວາມສະດວກຫຼາຍຂຶ້ນກວ່າເກົ່າ ຄື: ການຂົນສົ່ງຜ່ານເສັ້ນທາງລົດໄຟ ລາວ-ຈີນ, ລວມທັງແຜນການຮ່ວມມືຂົງເຂດວຽກງານຄົມມະນາຄົມໃນຕໍ່ໜ້າ ໂດຍສະເພາະແມ່ນ ການພິຈາລະນາເປີດສາຍການບິນໂດຍກົງ ລະຫວ່າງ ລາວ-ມົງໂກລີ ແລະ ມົງໂກລີ-ລາວ ໃນເວລາ ແລະ ເງື່ອນໄຂທີ່ເໝາະສົມ.