ໃນຊຸມປີ 2018-2022, ຄະນະໜ່ວຍແມ່ຍິງກົມຕໍາຫຼວດຄວບຄຸມລະບົບກ້ອງວົງຈອນປິດ ( ກົມ 314 ) ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ສະມາຊິກແມ່ຍິງເປັນເຈົ້າການປະຕິບັດວຽກງານວິຊາສະເພາະ ໃນການຄຸ້ມຄອງຕິດຕາມເອກະສານສໍານວນ-ສໍາເນົາ, ຮັບສາຍ ດ່ວນເຂົ້າມາທັງໝົດ 31.905 ສາຍ, ມີເຫດຜົນ 3.833 ສາຍ ແລະ ພ້ອມທັງສົ່ງຂໍ້ມູນໃຫ້ສະຖານີລົງແກ້ໄຂໄດ້ 2.800 ສາຍ ແລະ ຕິດຕາມເຫດການຕ່າງໆຜ່ານກ້ອງວົງຈອນປິດຕາມຈຸດທີ່ສໍາຄັນໃນການສັນຈອນຂອງພັກ-ລັດ ມີທັງໝົດ 95 ກໍລະນີ, ອຸບັດຕິເຫດ 188 ກໍລະນີ, ຕິດຕາມເປົ້າ ໝາຍກໍ່ອາຊະຍາກໍາໄດ້ 4 ກໍລະນີ ແລະ ກໍ່ອາລະວາດ 2 ເລື່ອງ.

ຂໍ້ມູນດັ່ງກ່າວໄດ້ຍົກໃຫ້ເຫັນໃນກອງປະຊຸມສະຫຼຸບການເຄື່ອນໄຫວຜົນງານ 5 ປີ ຂອງໜ່ວຍແມ່ຍິງ ກົມຕໍາຫຼວດຄວບຄຸມລະບົບກ້ອງວົງຈອນປິດ ທີ່ຫາກໍຈັດຂຶ້້ນເມື່ອບໍ່ດົນມານີ້, ເປັນປະທານໂດຍ ຮອ ນາງ ສຸກ ບົວເພັງວັນ ຫົວໜ້າແມ່ຍິງ 314, ເຂົ້າຮ່ວມ ພັທ ວິພາກອນ ສິງຈັນທາ ປະທານກວດກາພັກ ຮອງຫົວໜ້າກົມຕໍາຫຼວດຄວບຄຸມລະບົບກ້ອງວົງຈອນປິດ, ພັທ ນາງ ບົວວັນ ວົງວິໄລ ປະທານກວດກາສະຫະພັນແມ່ຍິງກົມໃຫຍ່ຕໍາຫຼວດ, ມີ ບັນດາສະມາຊິກແມ່ຍິງ, ແຂກຮັບ ເຊີນເຂົ້າຮ່ວມ.

ໃນກອງປະຊຸມ, ຮອ ນາງ ສຸກ ບົວເພັງວັນ ຫົວໜ້າໜ່ວຍແມ່ຍິງ ກົມ 314 ຍັງໃຫ້ຮູ້ຕື່ມອີກວ່າ: ຊຸມປີຜ່ານມາ, ຄະນະໜ່ວຍແມ່ຍິງກົມ ໄດ້ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ເອື້ອຍນ້ອງແມ່ຍິງຕິດພັນກັບການປະຕິບັດຂໍ້ແຂ່ງຂັ້ນ 3 ດີ ສາມາດຄັດເລືອກແມ່ຍິງ 3 ດີ ປະເພດ I ມີ 9 ສະຫາຍ, ປະເພດ II ມີ 4 ສະຫາຍ ແລະ ຄັດເລືອກໄດ້ແມ່ຍິງຕົວແບບທາງດ້ານວິຊາສະເພາະ 2 ສະຫາຍ ແລະ ໄດ້ຮັບໃບຢັ້ງຢືນໜ່ວຍແມ່ຍິງ 3 ດີ 1ໃບ.

ສຳລັບທິດທາງຊຸມປີຕໍ່ໜ້າ, ຄະນະໜ່ວຍແມ່ຍິງກົມຕໍາຫຼວດ ຄວບຄຸມລະບົບກ້ອງວົງຈອນປິດ ຈະສຸມໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ເອື້ອຍນ້ອງແມ່ຍິງມີຄວາມສາມັກຄີເອົາໃຈໃສ່ປະຕິບັດເນື້ອໃນຂໍ້ແຂງຂັ້ນ 3 ດີ ຂອງແມ່ຍິງລາວ, ຕິດພັນກັບມາດຖານໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສ້າງສະມາຊິກແມ່ຍິງ 3 ດີ ໃຫ້ໄດ້ 95% ຂຶ້ນໄປ.

ພັທ ນາງ ບົວວັນ ວົງວິໄລ ປະທານກວດກາສະຫະພັນແມ່ຍິງ ກົມໃຫຍ່ຕໍາຫຼວດ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍແມ່ຍິງກົມຕໍາຫຼວດຄວບຄຸມລະບົບກ້ອງວົງຈອນປິດຊຸດໃໝ່, ໂດຍແຕ່ງຕັ້ງ ຮອ ນາງ ສຸກ ບົວເພັງວັນ ເປັນຫົວໜ້າ, ຮອ ນາງ ຄານວິໄລ ໄຊຍະທິລາດ ເປັນຮອງ, ຮທ ສຸກກະພັນ ລາດສະວົງ ເປັນຄະນະ.