ອົງການອະນາໄມໂລກ ຍັງຢືນຢັນວ່າ ສະຖານະການແພ່ລະບາດຂອງພະຍາດໂຄວິດ-19 ຍັງເປັນພາວະສຸກເສິີນດ້ານສາທາລະນະສຸກ ລະຫວ່າງປະເທດ ນັບຕັ້ງແຕ່ມີການແພ່ລະບາດຄັ້ງທຳອິດ ໃນ 3 ປີກ່ອນ.

ສື່ຕ່າງປະເທດ ລາຍງານຈາກເມືອງເຊີແນວ ປະເທດສະວິດສ໌ ໃນວັນທີ 30 ມັງກອນ ທີ່ຜ່ານມາ ວ່າ: ອົງການອະນາໄມໂລກ (WHO) ອອກຖະແຫຼງການກ່ຽວກັບ ສະຖານະການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຍັງຖືວ່າເປັນພາວະສຸກເສີນດ້ານສາທາລະນະສຸກ ລະຫວ່າງປະເທດ, ໂດຍ WHO ເຄີຍປະກາດເລື່ອງດັ່ງກ່າວ ໃນເດືອນມັງກອນ 2020.

ເນື້ອໃນບາງຕອນຂອງຖະແຫຼງການດັ່ງກ່າວ ລະບຸວ່າ: ສະຖານະການແພ່ລະບາດຂອງໂຄວິດ-19 ດຳເນີນມາເຖິງຈຸດປ່ຽນແປງ; ແນວໃດກໍຕາມ, ການບໍລິຫານຈັດການສະຖານະການ ຍັງຕ້ອງມີຄວາມລະມັດລະວັງ ເພື່ອບັນເທົາຜົນກະທົບທາງລົບ ແລະ ຍັງມີຄວາມຈຳເປັນສຳລັບກຸ່ມສ່ຽງສູງ ແລະ ກຸ່ມອ່ອນແອງ ທີ່ຕ້ອງໄດ້ຮັບການສັກວັກແຊັງປ້ອງກັນຢ່າງທົ່ວເຖິງ.

ທ່ານ ເທດຣອດສ໌ ອັດຮານອມ ເກເບຣເຢຊຸດສ໌ ຜູ້ອຳນວຍການ WHO ເຄີຍກ່າວໃນລະຫວ່າງການປະກາດຂະຫຍາຍເວລາໃຫ້ໂຄວິດ-19 ຍັງຄົງເປັນສະຖານະການສຸກເສີນ ໃນເດືອນຕຸລາ 2022 ວ່າ: ໂຄວິດ-19 ແມ່ນພະຍາດທີ່ສ້າງຄວາມປະຫຼາດໃຈໃຫ້ແກ່ມະນຸດຫຼາຍຄັ້ງແລ້ວ ແລະ ມັນອາດເກີດຂຶ້ນອີກກໍເປັນໄດ້.