ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບທົ່ວເມືອງຫົງສາ ແຂວງໄຊຍະບູລີ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2022 ໄດ້ຈັດຂຶ້ນໃນອາທິດຜ່ານມາ, ເປັນປະທານ ໂດຍ ພັທ ທອງໄຫຼ ເພັດດາວົງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີ ທ່ານ ຄຳຫຼ້າ ຜິວວັນນາ ປະທານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ແຂກຮັບເຊີນຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ເຄື່ອນໄຫວເຮັດໜ້າທີ່ການເມືອງຢ່າງຕັ້ງໜ້າ ເຮັດໃຫ້ເມືອງຫົງສາ ມີຄວາມສະຫງົບໂດຍພື້ນຖານ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ-ປອດໄພ, ໄປຄຽງຄູ່ກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ໝົດໄປເທື່ອລະກ້າວ, ໄດ້ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ໂດຍຫັນເອົາກຳລັງ ປກສ ລົງປະຈຳບ້ານ ເພື່ອດຳເນີນການປາບປາມ, ແກ້ໄຂຕໍ່ບຸກຄົນທີ່ຄ້າ-ຂາຍຢາເສບຕິດຢ່າງເດັດຂາດ, ຖືກຕາມລະບຽບກົດໝາຍ ໄດ້ 14 ເລື່ອງ, ກັກຕົວຜູ້ຖືກຫາ ໄດ້ 17 ຄົນ ຍິງ 2 ຄົນ; ຢຶດຂອງກາງຢາບ້າໄດ້ ຈໍານວນ 37 ເປົາ ( ນໍ້າໜັກ 952 ກິໂລກຼາມ ) ກັບ 128.936 ເມັດ, ຢາໄອສ໌ 24 ເປົາ ( ນໍ້າໜັກ 565,5 ກິໂລກຼາມ ), ລົດໃຫຍ່ 2 ຄັນ ແລະ ອຸປະກອນເສບຈຳນວນໜຶ່ງ.

ພ້ອມນັ້ນ, ຍັງັໄດ້ເອົາໃຈໃສ່ກວດກາ ແລະ ປັບປຸງກໍ່ສ້າງຄ້າຍຄຸມຂັງ-ດັດສ້າງ, ສຶກສາອົບຮົມນັກໂທດ, ຜູ້ຖືກຫາ ແລະ ນັກຮຽນດັດສ້າງຕິດພັນກັບການອອກແຮງງານ, ທຳການຜະລິດ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ຮູ້ທໍາມາຫາກິນ ຫຼັງຈາກພົ້ນໂທດອອກໄປ. ປັດຈຸບັນ, ມີນັກໂທດ, ຜູ້ຖືກຫາ ແລະ ດັດສ້າງທັງ ໝົດ 159 ຄົນ ຍິງ 6 ຄົນ.

ສຳລັບຄະດີທີ່ພົ້ນເດັ່ນຢູ່ພາຍໃນເມືອງແມ່ນລັກຊັບພົນລະເມືອງ ມີ 32 ເລື່ອງ, ທຽບໃສ່ປີ 2021 ແມ່ນເພີ່ມຂຶ້ນ 11 ເລື່ອງ, ສ້າງຜົນເສຍຫາຍຕໍ່ ສັງຄົມ ເຊັ່ນ: ລົດຈັກ 20 ຄັນ, ເງິນກີບ 593 ລ້ານກວ່າກີບ, ເງິນບາດ 400.000 ບາດ ແລະ ຊັບສິນອື່ນໆອີກຈຳນວນໜຶ່ງ. ຕໍ່ກັບຄະດີທີ່ເກີດຂຶ້ນສາມາດແກ້ໄຂໄດ້ 26 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 49 ຄົນ ຍິງ 9 ຄົນ, ເກັບກູ້ຜົນເສຍຫາຍຄືນໃຫ້ລັດ ແລະ ປະຊາຊົນໄດ້ລົດຈັກ 4 ຄັນ, ເງິນກີບ 23 ລ້ານກີບ ແລະ ຊັບສິນອື່ນໆອີກຈຳນວນໜຶ່ງ, ທົ່ວເມືອງມີອຸບັດຕເຫດເກີດຂຶ້ນທັງໝົດ: 34 ຄັ້ງ, ທຽບໃສ່ປີ 2021 ເພີ່ມຂຶ້ນ 8 ຄັ້ງ, ຜົນເສຍຫາຍເຮັດໃຫ້ມີພາຫະ ນະເປ່ເພທັງໝົດ 57 ຄັນ, ໃຊ້ການບໍ່ໄດ້ 3 ຄັນ, ຄົນໄດ້ຮັບບາດເຈັບ ທັງໝົດ 71 ຄົນ ຍິງ 24 ຄົນ, ຄົນເສຍຊີວິດ 4 ຄົນ ຍິງ 2 ຄົນ. ພ້ອມນີ້, ແຂກທີ່ເຂົ້າຮ່ວມຍັງໄດ້ປະກອບຄຳຄິດຄຳເຫັນພ້ອມ ທັງສະເໜີບັນຫາຂໍ້ຫຍຸ້ງຍາກໃນ ການຈັດຕັ້ງປະຕິບັດວຽກງານຢູ່ແຕ່ລະບ່ອນ ແລະ ເຂດບ້ານທີ່ຕົນຮັບ ຜິດຊອບຕໍ່ກອງປະຊຸມຢ່າງກົງໄປກົງມາດ້ວຍຮັບຜິດຊອບສູງ.

ໃນໂອກາດນີ້, ຍັງໄດ້ຜ່ານຄຳສັ່ງຂອງກະຊວງປ້ອງກັນຄວາມສະຫງົບ ເລກທີ 27 ວ່າດ້ວຍການຕັ້ງຈຸດ ແລະ ປ້ອມກວດກາການສັນຈອນຕາມເສັ້ນ ທາງຫຼວງ, ຜ່ານຂໍ້ຕົກລົງເລກທີ 105 ຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງໄຊຍະບູລີ ວ່າດ້ວຍການສ້າງຕັ້ງ ປກສ ກຸ່ມບ້ານນໍ້າຕັບ, ຂໍ້ ຕົກລົງເລກທີ 146 ວ່າດ້ວຍການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າ ປກສ ກຸ່ມບ້ານນໍ້າຕັບ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າໜ່ວຍງານທີ່ຂຶ້ນກັບ ປກສ ກຸ່ມບ້ານນໍ້າຕັບ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການ ເລື່ອນຊັ້ນໃຫ້ນາຍຕຳຫຼວດກອງ ບັນຊາການ ປກສ ເມືອງຫົງສາ ຈາກຊັ້ນ ຮ້ອຍຕີ ຂຶ້ນ ເປັນຊັ້ນ ຮ້ອຍ ໂທ ຈຳນວນ 1 ສະຫາຍ.