ເພື່ອຈັດຕັ້ງປະຕິບັດຕາມແຜນການຂອງກອງເລຂາແກ້ໄຂບັນຫາຢາເສບຕິດ ແຂວງໄຊສົມບູນ ໃນລະຫວ່າງວັນທີ 30 ມັງກອນ ຫາວັນທີ 2 ກຸມພາ 2023, ຄະນະຮັບຜິດຊອບໂຄສະນາ-ສຶກສາອົບຮົມ ປກສ ແຂວງ ໄດ້ສົມທົບກັບກອງບັນຊາການ ປກສ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ລົງໂຄ ສະນາຜົນຮ້າຍຂອງຢາເສບຕິດ ແລະ ສຶກສາອົບຮົມກຸ່ມເປົ້າໝາຍເສບ ແລະ ຄ້າຂາຍຂອງຢາເສບຕິດຢູ່ 4 ຈຸດຂອງເມືອງລ້ອງແຈ້ງ; ເຊິ່ງປະກອບມີ: ບ້ານຊຳທອງ, ຫຼວງພັນໄຊ, ບ້ານພັນໄຊ ແລະ ບ້ານນ້ຳຜາໃຫຍ່, ເຂົ້າຮ່ວມພິທີມີ ພັທ ບົວ ພັນທາໂສພາ ຮອງຫົວໜ້າກອງບັນຊາການ ປກສ ເມືອງລ້ອງແຈ້ງ, ມີຄະນະຮັບຜິດຊອບຈາກ ປກສ ແຂວງ, ປກສ ເມືອງ, ພະນັກງານຮາກຖານປະຈຳບ້ານ, ອໍານາດການປົກຄອງແຕ່ລະບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ກຸ່ມເປົ້າໝາຍ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ເອກະສານທີ່ມາຂອງຢາເສບຕິດ, ຜົນຮ້າຍຂອງຢາເສບຕິດ ແລະ ປະມວນກົດໝາຍອາຍາ (ສະບັບປັບ ປຸງ) 2017 ວ່າດ້ວຍການກະທຳຜິດກ່ຽວກັບຢາເສບຕິດຕໍ່ຜູ້ທີ່ລະເມີດເສບ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ແລະ ນຳເຂົ້າ ຫຼື ສົ່ງອອກຜ່ານ ສປປ ລາວ ຈະຖືກຕັດອິດສະລະພາບຕາມກົດໝາຍລະບຸໄວ້.

ຈຸດປະສົງ ເພື່ອແນໃສ່ແກ້ໄຂ, ສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດໃນທົ່ວແຂວງກໍຄື ເມືອງລ້ອງແຈ້ງ ໃຫ້ໄດ້ໂດຍພື້ນຖານ ແລະ ເປັນການປູກຈິດສຳນຶກໃຫ້ກັບພໍ່ແມ່ປະຊາຊົນບັນດາເຜົ່າມີຄວາມຮັບຮູ້, ເຂົ້າໃຈ ແລະ ປະກອບສ່ວນເຂົ້າຮ່ວມຂະບວນການສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດຢ່າງຕັ້ງໜ້າດ້ວຍການເປັນຫູ, ເປັນຕາ, ຈິງໃຈລາຍງານຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເປັນເຈົ້າການອົບຮົມບົ່ມສອນລູກຫຼານໃຫ້ເປັນຄົນດີຂອງສັງຄົມ ບໍ່ໃຫ້ໄປພົວພັນກ່ຽວຂ້ອງກັບຢາເສບຕິດ. ພາຍຫຼັງທີ່ສຳເລັດການໂຄສະນາກໍໄດ້ສຶກສາອົບຮົມ ແລະ ສ້າງຮ່າງບົດບັນທຶກຕໍ່ກັບກຸ່ມເປົ້າໝາຍເສບ ແລະ ຄ້າ ຂາຍຢາເສບຕິດ ເພື່ອໃຫ້ຢຸດການເຄື່ອນໄຫວການທຳດັ່ງກ່າວ.