ໃນໂອກາດທີ່ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ເຂົ້າຮ່ວມເປັນປະທານກອງປະຊຸມສະຫຼຸບວຽກງານສັນຕິບານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປີ 2023 ໃນວັນທີ 7 ກຸມພາ 2023, ໂດຍທ່ານໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ແລະ ກຳລັງສັນຕິບານປະຊາຊົນແຕ່ລະຂັ້ນ ສຸມສະຕິປັນຍາ, ເຫື່ອແຮງ, ຄວາມຮູ້-ຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ-ປອດໄພ ໂດຍສະເພາະ ທິດທາງແຜນການ ປີ 2023 ຕ້ອງສຸມໃສ່ຈັດຕັ້ງປະຕິບັດ 5 ວຽກງານທີ່ສຳຄັນ ຄື:

ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປກສ

1. ຄະນະພັກ-ຄະນະບັນຊາ ກໍາລັງສັນຕິບານປະຊາຊົນ ຕ້ອງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ, ເພີ່ມທະວີຄວາມສາມັກຄີ ແລະ ເປັນແບບຢ່າງຮອບດ້ານ ເພື່ອສຸມໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດ ກຳລັງສັນຕິບານປະຊາຊົນ ມີຫຼັກໝັ້ນການເມືອງໜັກແໜ້ນ, ຈົງຮັກພັກດີຕໍ່ພັກ, ຕໍ່ຊາດ ແລະ ປະຊາຊົນບັນດາເຜົ່າ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບ, ຍົກສູງສະຕິຕໍ່ການຈັດຕັ້ງ, ສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ, ເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນ, ຊອກໃຫ້ເຫັນປະກົດການຫຍໍ້ທໍ້ ແລະ ແກ້ໄຂຢ່າງເໝາະສົມ.

2. ເອົາໃຈໃສ່ປະສານສົມທົບກັບ ຄະນະຈັດຕັ້ງສູນກາງພັກ ໃນການກຽມພ້ອມທາງດ້ານບຸກຄະລາກອນ ເພື່ອຮັບໃຊ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ ໃຫ້ຮັບປະກັນໄດ້ຄວາມສະຫງົບ-ປອດໄພ, ຄວາມປອດໃສ ແລະ ຄວາມໝັ້ນຄົງຮອບດ້ານ.

3. ເພີ່ມທະວີວຽກງານກວດຄົນເຂົ້າ-ອອກເມືອງ, ຄຸ້ມຄອງຄົນຕ່າງປະເທດ ແລະ ນັກທ່ອງທ່ຽວໃຫ້ຮັບປະກັນບໍລິການວ່ອງໄວ, ນິ້ມນວນແຕ່ໜັກແໜ້ນ, ຮັບປະກັນທາງດ້ານຫຼັກການວິຊາສະເພາະ ສອດຄ່ອງຕາມແນວທາງການຕ່າງປະເທດຂອງພັກ, ຮັບປະກັນການເຊື່ອມໂຍງກັບສາກົນ, ກວດກາ-ຄຸ້ມຄອງການມາທ່ອງທ່ຽວຢ້ຽມຢາມ ແລະ ກິດຈະກໍາຕ່າງໆຂອງຄົນຕ່າງປະເທດ ໃຫ້ຖືກຕ້ອງຕາມລະບຽບ-ກົດໝາຍ, ຕັ້ງໜ້າແກ້ໄຂສິ່ງກີດຂວາງອຸດຕັນການສົ່ງເສີມການທ່ອງທ່ຽວໃຫ້ລຸໂລ່ງ, ເອົາໃຈໃສ່ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ພົວພັນເຖິງຄົນຕ່າງປະເທດ ໃຫ້ມີຄວາມຖືກຕ້ອງ ແລະ ຍຸຕິທຳ.

4. ສືບຕໍ່ພົວພັນ-ຮ່ວມມືກັບຕ່າງປະເທດ ຕາມການຕົກລົງຂອງຂັ້ນເທິງ ໂດຍສະເພາະ ການປະສານງານ ແລະ ແລກປ່ຽນຂໍ້ມູນວຽກງານວິຊາສະເພາະກັບ ກະຊວງ ປກສ ສສ ຫວຽດນາມ ໃຫ້ເປັນປົກກະຕິ, ປະສານສົມທົບກັບ ກໍາລັງສັນຕິບານ ສປ ຈີນ, ຕຳຫຼວດບັນດາປະເທດໃນອາຊຽນ ແລະ ເພື່ອນມິດສາກົນ, ແນໃສ່ແລກປ່ຽນຂໍ້ມູນ-ຂ່າວສານ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອຮັບປະກັນການເຄື່ອນໄຫວປະຕິບັດວຽກງານ ໃຫ້ມີປະສິດທິຜົນສູງ.

5. ປັບປຸງວຽກງານເຕັກນິກວິຊາສະເພາະ ໃຫ້ມີຄວາມທັນສະໄໝ, ສ້າງ ແລະ ບໍາລຸງພະນັກງານໃຫ້ມີຄວາມຮູ້-ຄວາມສາມາດດ້ານເຕັກນິກໄອທີ, ດ້ານ ພາສາຕ່າງປະເທດ ແລະ ດ້ານອື່ນໆ ໃຫ້ມີຄວາມຄ່ອງແຄ້ວ, ສາມາດນຳໃຊ້ພາຫະນະອຸປະກອນເຕັກນິກທີ່ທັນສະໄໝ, ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ ປກສ ໃນສະພາບການໃໝ່.