ກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອສືບຕໍ່ກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ຈັດຂຶ້ນໃນວັນທີ 9 ກຸມພາ 2023 ທີ່ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ; ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍບັນດາບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານທີ່ກ່ຽວຂ້ອງ ຈາກບັນດາກະຊວງ ເຂົ້າຮ່ວມ.

ກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດຄັ້ງນີ້ ໄດ້ທົບທວນຄືນຄວາມຄືບໜ້າຂອງ ການປະຕິບັດໜ້າວຽກຂອງບັນດາອະນຸກຳມະການ ເຊັ່ນ: ການກະກຽມດ້ານທີ່ພັກ, ສະຖານທີ່ຈັດກອງປະຊຸມ, ຍານພາຫະນະ, ການກະກຽມບຸກຄະລາກອນ, ດ້ານງົບປະມານ, ດ້ານຄົມມະນາຄົມ, ດ້ານເນື້ອໃນ, ຂະແໜງການບູລິມະສິດ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ສຳລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ

ເນື່ອງຈາກວ່າ ການຮັບໜ້າທີ່ປະທານອາຊຽນ ຂອງ ສປປ ລາວ ໄດ້ຍັບຈໍ້ເຂົ້າມາແລ້ວ, ກອງປະຊຸມຈຶ່ງໄດ້ເຫັນດີມອບໝາຍໃຫ້ 14 ອະນຸກຳມະການ ສຳລັບການເປັນປະທານອາຊຽນ ສືບຕໍ່ເຮັດວຽກ ແລະ ປະສານງານກັນ ເພື່ອກະກຽມຄວາມພ້ອມພາຍໃນຂອງ ສປປ ລາວ ໂດຍສະເພາະ ດ້ານສະຖານທີ່ຈັດກອງປະຊຸມ, ໂຮງແຮມ, ຮ້ານອາຫານ, ການປະດັບປະດາຕົວເມືອງ, ການສ້ອມແປງຖະໜົນຫົນທາງ, ການສື່ສານ, ການກະກຽມພະນັກງານຮັບໃຊ້ກອງປະຊຸມ ແລະ ຍານພາຫະນະ ເພື່ອຮອງຮັບແຂກ ກໍຄື ຄະນະຜູ້ແທນ ຈາກປະເທດສະມາຊິກອາຊຽນ, ຄູ່ຮ່ວມເຈລະຈາ ແລະ ອົງການຈັດຕັ້ງສາກົນອື່ນໆ ໃນປີ 2024.

ສຳລັບດ້ານເນື້ອໃນ, ກອງປະຊຸມໄດ້ມອບໝາຍໃຫ້ຂະແໜງການກ່ຽວຂ້ອງ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ໂດຍສະເພາະ ກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສືບຕໍ່ປຶກສາຫາລືການກະກຽມຄວາມພ້ອມທາງດ້ານເນື້ອໃນ ໃຫ້ສຳເລັດ ໃນໄລຍະໄຕມາດທີ 2 ຂອງປີ 2023.

ພ້ອມນີ້, ສປປ ລາວ ໄດ້ເປັນປະທານອາຊຽນມາແລ້ວ 2 ຄັ້ງ ແລະ ຄັ້ງ 3 ຈະເລີ່ມແຕ່ວັນທີ 1 ມັງກອນ-31 ທັນວາ 2024.