ວັນທີ 3 ກຸມພາ 2023, ຫ້ອງການ ປກສ ກຸ່ມບ້ານນາຕໍນ້ອຍ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2022 ແລະ ທິດທາງແຜນການຈຸດສຸມ ປີ 2023 ຢູ່ທີ່ຫ້ອງການບ້ານລ້ອງປໍ ໂດຍການເປັນປະທານຂອງ ພັຕ ແສງຈັນ ສີສົມບັດ ຫົວໜ້າ ປກສ ກຸ່ມບ້ານນາຕໍນ້ອຍ, ມີ ພັທ ພອນສະຫວັດ ພະໄຊສົມບັດ ຫົວໜ້າກອງບັນຊາການ ປກສ ເມືອງໄຊຍະບູລີ, ມີຄະນະກຸ່ມບ້ານ, ແຂກຮັບເຊີນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັຕ ຄໍາພຸດ ອິນທະວົງ ຮອງຫົວໜ້າ ປກສ ກຸ່ມບ້ານ ໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນຄວາມສະຫງົບທົ່ວກຸ່ມບ້ານນາຕໍນ້ອຍ ປະຈຳປີ 2022 ແລະ ທິດ ທາງແຜນການວຽກງານຈຸດສຸມປີ 2023. ໃນໄລຍະ 1 ປີຜ່ານມາ, ຫ້ອງການ ປກສ ກຸ່ມບ້ານນາຕໍນ້ອຍ ແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການສຶກສາດ້ານການເມືອງ-ແນວຄິດໃຫ້ເອົາການປົກຄອງບ້ານ, ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າຢູ່ໃນຂອບເຂດຄວາມຮັບຜິດຊອບເປັນຕົ້ນແມ່ນນຳເອົາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ມະຕິ, ຄໍາສັ່ງ, ລະບຽບກົດໝາຍຂອງລັດ ລົງເຜີຍແຜ່ເຊື່ອມຊຶມ; ຫ້ອງການ ປກສ ກຸ່ມບ້ານນາຕໍນ້ອຍ ມີ 6 ບ້ານທີ່ຂຶ້ນກັບ, ປະກອບມີ 166 ໜ່ວຍ, ມີ 1.949 ຫຼັງຄາ ເຮືອນ, ມີ 1.891 ຄອບຄົວ, ມີ ພົນ ລະເມືອງ 10.170 ຄົນ ຍິງ 4.913 ຄົນ, ປະກອບມີ 8 ເຜົ່າ, ອາຍຸ 15 ປີ ຂຶ້ນໄປມີ 5.493 ຄົນ, ຍິງ 3.743 ຄົນ, ມີບັດປະຈໍາຕົວ ແລ້ວ 4.009 ຄົນ ຍິງ 1.891 ຄົນ, ບໍ່ທັນມີບັດ 3.484 ຄົນ ຍິງ 1.835 ຄົນ, ໄດ້ກວດກາ-ປັບປຸງ ສໍາມະໂນຄົວໄດ້ທັງໝົດ 150 ຫົວ, ຈໍານວນພົນ 959 ຄົນ ຍິງ 430 ຄົນ. ພ້ອມດຽວ ກັນນີ້, ຍັງໄດ້ຕິດ ຕາມສະພາບຄົນເພີ່ມ, ຄົນຫຼຸດ, ຄົນມາພັກເຊົາ, ວຽກງານອາຊີບ ພິເສດ, ພາຫານະພິເສດ, ໄດ້ສົມ ທົບກັບການຈັດຕັ້ງບ້ານຂຶ້ນບັນຊີ ເປົ້າໝາຍອາຍາ ໄດ້ທັງໝົດ 202 ຄົນ ຍິງ 16 ຄົນ, ໃນໜຶ່ງປີຜ່ານມາ ມີຄວາມບໍ່ສະຫງົບເກີດຂຶ້ນຢູ່ຂອບເຂດຄວາມຮັບຜິດຊອບຂອງຫ້ອງ ການ ປກສ ບໍລິການປະຊາຊົນ ບ້ານນາຕໍນ້ອຍ ມີ 5 ກໍລະນີ ກັກຕົວຜູ້ຖືກຫາ ໄດ້ 47 ຄົນ ຍິງ 5 ຄົນ, ເດັ່ນກວ່າໝູ່ແມ່ນບັນຫາຢາເສບຕິດ ແລະ ລັກຊັບພົນລະເມືອງ.

ໃນໂອກາດດັ່ງກ່າວ, ພັທ ພອນສະຫວັດ ພະໄຊສົມບັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະຫ້ອງການ ປກສ ກຸ່ມບ້ານ ແລະ ນາຍບ້ານເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເພີ່ມທະວີວຽກງານປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງ ສັງຄົມສືບຕໍ່ຕິດຕາມສະພາບການເໜັງຕີງຂອງປະຊົນ, ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ 2 ແລະ ໄລຍະທີ 3 ໃຫ້ສໍາເລັດ, ສຸມໃສ່ແກ້ໄຂປະກົດການ ຫຍໍ້ທໍ້ໃນສັງຄົມ, ເພີ່ມທະວີຄວາມຮັບຜິດຊອບ, ຕັ້ງໜ້າບຸກບືນເປັນເຈົ້າການຈັດຕັ້ງປະຕິບັດແຜນວຽກງານຈຸດສຸມປີ 2023 ໃຫ້ສໍາເລັດຕາມແຜນ ການ.