ວັນທີ 16 ກຸມພາ 2023, ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ຈັດພິທີປະກາດການຍົກຍ້າຍ-ແຕ່ງຕັ້ງ ຫົວໜ້າຫ້ອງ ແລະ ຮອງກົມ ທີ່ຂຶ້ນກັບ ກົມໃຫຍ່ການເມືອງ ປກສ, ເປັນປະທານໂດຍ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ, ມີຄະນະພັກ-ຄະນະກົມໃຫຍ່, ກົມກອງອ້ອມຂ້າງກົມໃຫຍ່ ແລະ ນາຍຕຳຫຼວດ ທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ

ພັອ ວັນໄຊ ຈັນທະສຸກ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກົມໃຫຍ່ການເມືອງ ປກສ ເຊິ່ງໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງດັ່ງນີ້:

  • ຍົກຍ້າຍ ພັອ ວັນນະເລດ ບຸດຕະວົງ ຈາກ ຫ້ອງກຳມະບານ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າຫ້ອງການເມືອງ
  • ພັທ ຄຳຫຼ້າ ອິນທະວົງ ຈາກ ຫ້ອງກຳມະບານ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກົມນະໂຍບາຍ
  • ພັທ ນາງ ນວນ ເທບພະວົງ ຈາກ ຫ້ອງການເມືອງ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າຫ້ອງກຳມະບານ
  • ພັທ ບຸນທະວີ ວົງສູນທອນ ຈາກ ກົມນະໂຍບາຍ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າຫ້ອງກຳມະບານ
  • ພັທ ພາແກ້ວ ວິພົນຮຽນ ຈາກ ຫ້ອງການກົມໃຫຍ່ການເມືອງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າອຳນວຍການ ໂຮງຮຽນວັດທະນະທຳ ຫຼັກ 67
  • ແຕ່ງຕັ້ງ ພັອ ປອ ວຽງໄຊ ທຳມະສິດ ເປັນ ຫົວໜ້າຫ້ອງການກົມໃຫຍ່ການເມືອງ
  • ພັທ ແສງດາວ ວິຜາສຸກ ເປັນ ຫົວໜ້າສູນຮັບຕ້ອນ ແລະ ຝຶກອົບຮົມວິຊາສະເພາະ

ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ໃນພິທີ, ພົຕ ວັນທອງ ກອງມະນີ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງເປັນ ຫົວໜ້າຫ້ອງ, ສູນ, ຮອງກົມ ທີ່ຂຶ້ນກັບ ກົມໃຫຍ່ເມືອງ ໃນຄັ້ງນີ້ ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດຂອງນາຍ ແລະ ພົນຕຳຫຼວດ ໃຫ້ເລິກເຊິ່ງເຖິງຖອງ, ເພີ່ມທະວີຄວາມຮັບຜິດຊອບທາງດ້ານໜ້າທີ່ການເມືອງໃຫ້ສູງຂຶ້ນກວ່າເກົ່າ ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈ ແລະ ເຊື່ອໝັ້ນຈາກການຈັດຕັ້ງຂັ້ນເທິງ ທີ່ໄດ້ມອບໜ້າທີ່ໃໝ່ອັນມີກຽດສະຫງ່າ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນໄລຍະໃໝ່, ບັນດາສະຫາຍຕ້ອງມີຄວາມຮັບຜິດຊອບຕໍ່ການນຳພາ-ບັນຊາ, ສ້າງຄວາມເປັນເອກະພາບໃນໝູຄະນະ, ກໍ່ສ້າງພັກ, ກໍ່ສ້າງພະນັກງານ, ກໍ່ສ້າງນັກຮຽນໜຸ່ມນ້ອຍໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.