ໃນວັນທີ 15 ກຸມພາ 2023, ກະຊວງ ປກສ ປະກາດນາຍຕໍາຫຼວດຂັ້ນສູງ ຈໍານວນ 15 ທ່ານ ພັກການ-ຮັບອຸດໜູນບໍານານ, ເປັນປະທານໂດຍ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີຄະນະພັກ-ຄະນະບັນຊາກົມກອງ ອ້ອມຂ້າງກະຊວງ, ວິທະຍາຄານ ແລະ ນາຍຕໍາຫຼວດ ທີ່ໄດ້ພັກການ-ຮັບອຸດໜູນບໍານານ ເຂົ້າຮ່ວມ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ, ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ແລະ ຂໍ້ຕົກລົງຂອງ ກະຊວງ ປກສ ວ່າດ້ວຍ ການອະນຸມັດໃຫ້ນາຍຕໍາຫຼວດພັກການ-ຮັບອຸດໜູນບໍານານ ຈໍານວນ 15 ທ່ານ ມີຄື:

  • ພົຈວ ຄໍາແພງ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ
  • ພົຈວ ຄໍາຜາສິດ ບົງມູນທອງ ຫົວໜ້າກົມກວດກາ-ກວດການ
  • ພົຈວ ສົມໄຊ ພູລະຄໍາມະນີ ຫົວໜ້າ ປກສ ແຂວງເຊກອງ
  • ພັອ ພອນເພັງ ຫຼ້າບັນດິດ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ປກສ
  • ພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ
  • ພັອ ນາງ ວິໄລວັນ ດວງສະຫວັນ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການ
  • ພັອ ສຸພາ ອິນທະວົງສາ ຫົວໜ້າກົມ 207 ກົມໃຫຍ່ 502
  • ພັອ ເປົາລີ ພູສາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ 502
  • ພັອ ບຸນຖິ່ນ ແກ້ວມົນລັດຊີ ຫົວໜ້າກົມ 307 ກົມໃຫຍ່ຕໍາຫຼວດ
  • ພັອ ພອນໄຊແກ້ວ ທໍາມະວົງ ຮອງຫົວໜ້າກົມ 504
  • ພັອ ບັນເທົາ ພິມພິສານ ຮອງຫົວໜ້າກົມ 512
  • ພັອ ຄໍາເກື່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ
  • ພັອ ທອງແດງ ຄໍາພິທູນ ຮອງຫົວໜ້າ ກອງບັນຊາການປ້ອງກັນທີ່ຕັ້ງ
  • ພັອ ໄຊສຸວັນ ພັນທະສຸກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່
  • ພັອ ຄໍາພັດ ສາລີວອນ ຮອງຫົວໜ້າອໍານວຍການ ວິທະຍາຄານຕໍາຫຼວດປະຊາຊົນ

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ມີຄຳເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາສະຫາຍ ທີ່ໄດ້ພັກການ-ຮັບອຸດໜູນບຳນານຄັ້ງນີ້ ວ່າ:

ໃນໄລຍະຜ່ານມາ, ບັນດາສະຫາຍ ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ທີ່ການຈັດຕັ້ງມອບໝາຍໃຫ້, ຍາດໄດ້ຜົນງານດີເດັ່ນ, ປະກອບສ່ວນເຂົ້າໃນການປະຕິວັດ ໃນແຕ່ລະໄລຍະ ຢ່າງສຸດກົກສຸດປາຍ ເຊິ່ງສະແດງເຖິງຄຸນງາມຄວາມດີມີນ້ຳໃຈພິລະອາດຫານ, ຄວາມເດັດດ່ຽວ, ຄວາມເສຍສະຫຼະອັນສູງສົ່ງ ທີ່ໄດ້ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນພາລະກິດປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ພ້ອມນັ້ນ, ກໍໃຫ້ແຕ່ລະສະຫາຍສືບຕໍ່ເສີມຂະຫຍາຍບົດບາດ, ເປັນແບບຢ່າງໃນການປົກປັກຮັກສາອຸດົມການປະຕິວັດຂອງພັກ-ລັດ ແລະ ໝາກຜົນຂອງການປະຕິວັດ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຖ່າຍທອດມູນເຊື້ອປະຕິວັດ ແລະ ເປັນແວ່ນແຍງໃຫ້ລູກ-ຫຼານໄດ້ສືບທອດເອົາມູນເຊື້ອທີ່ດີ, ປະກອບສ່ວນສຳຄັນຕ່າງໆເຂົ້າໃນວຽກງານປະຕິວັດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ກໍຄື ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.