ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ໄດ້ເຜີຍແຜ່ເຊື່ອມຊຶມເອກະສານເປີດບັ້ນດຳເນີນຊີວິດການເມືອງ ປະຈຳປີ 2022 ໃນວັນທີ 17 ກຸມພາ 2023, ເປັນປະທານໂດຍ ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າອໍານວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອໍານວຍການ, ຫ້ອງ, ສູນ, ພະແນກ, ພະນັກງານຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ໃນພິທີ, ຫົວໜ້າອໍານວຍການ ວິທະຍາຄານສັນຕິບານປະຊາຊົນ ໄດ້ເຜີຍແຜ່ເອກະສານເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດອັນສະຫງ່າອົງອາດຂອງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ເອກະສານຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ, ເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດ ໃນໄລຍະໃໝ່.

ພາຍຫຼັງເຊື່ອມຊຶມເອກະສານແລ້ວ ປະທານກອງປະຊຸມ ໄດ້ແນະນຳ-ນຳພານາຍ ແລະ ພົນຕຳຫຼວດ ຂຽນບົດສຳຫຼວດ ແລະ ຈັດຕັ້ງສຳຫຼວດກວດກາ, ຕຳນິຕິກໍ່ສ້າງເຊິ່ງກັນແລະກັນ ໃນການປະຕິບັດໜ້າທີ່ວຽກງານ ໃນໄລຍະ 1 ປີຜ່ານມາ ພ້ອມທັງໄດ້ຈັດແບ່ງປະເພດ, ໃຫ້ຄະແນນບຸກຄົນ ແລະ ກົມກອງລວມໝູ່.

ຈຸດປະສົງຂອງການເປີດບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ກໍເພື່ອເປັນການສໍາຫຼວດກວດກາຄືນຄວາມຮັບຜິດຊອບ ໃນການນໍາພາ-ຊີ້ນໍາຂອງຄະນະພັກ-ຄະນະອຳນວຍການ ເຂົ້າໃນຂະບວນການວຽກງານຕົວຈິງຂອງແຕ່ລະພາກສ່ວນ ແລະ ທັງເປັນການກວດກາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ສະຕິຕໍ່ການຈັດຕັ້ງ, ຄວາມຮູ້-ຄວາມສາມາດ ແລະ ແບບແຜນວິທີເຮັດວຽກຂອງສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.