ຕະຫຼອດໄລຍະປີ 2022 ຜ່ານມາ, ເຈົ້າໜ້າທີ່ກໍາລັງວິຊາສະເພາະ ປ້ອງກັນເຄື່ອນທີ່  ໄດ້ສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ທາງສັງຄົມ ເພື່ອປົກປັກ ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໂດຍການນໍາພາກໍາລັງຈັດຕັ້ງປ້ອງກັນເວນຍາມ ແລະ ອອກກວດກາລາດຕະເວນໄດ້ທັງໝົດ 2.580 ຄັ້ງ. ໃນນັ້ນ, ສາມາດກັກຕົວຜູ້ຖືກຫາໄດ້ 96 ຄົນ ແລະ ຢຶດຂອງກາງໄດ້ເປັນຈໍານວນຫຼາຍ.

ພັອ ທອງເພັດ ມະນີສະຫວັນ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກ່າວໃນກອງປະຊຸມສະຫຼຸບວຽກງານປ້ອງກັນເຄື່ອນທີ່ ປະຈໍາປີ 2022 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2023 ໃນວັນທີ 16 ກຸມພາ 2023, ໂດຍການເປັນປະທານຂອງ ພົຈວ ພູນສະຫວັນ ພັນທະເສນາ ຫົວໜ້າກອງບັນຊາການ ປທ ວ່າ:

ຕະຫຼອດ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ນໍາພາກໍາລັງວິຊາສະເພາະ ກໍຄື ນາຍ ແລະ ພົນຕຳຫຼວດ ສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໂດຍການຈັດຕັ້ງຜັນຂະຫຍາຍຄໍາສັ່ງເລກທີ 1470/ປກສ ແລະ ຈັດຕັ້ງປະຕິບັດ 1 ໂຄງການ 3 ກິດຈະກໍາຂອງ ກອງບັນຊາການປ້ອງກັນເຄື່ອນທີ່ ເພື່ອປົກປັກຮັກສາຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ໃນນັ້ນ, ໄດ້ນໍາພາຈັດຕັ້ງກໍາລັງອອກກວດກາລາດຕະເວນ ທັງໝົດ 2.580 ຄັ້ງ, ກັກຕົວຜູ້ຖືກຫາໄດ້ 96 ຄົນ ຍິງ 5 ຄົນ, ຢຶດຂອງກາງຢາບ້າໄດ້ 1.418.092 ເມັດ, ອາວຸດ 2 ກະບອກ, ລູກປືນ 4 ລູກ, ໄມ້ດູ່ 4 ແມັດກ້ອນ, ໜັງຊ້າງ ຈໍານວນ 50 ແມັດ, ຢຶດນໍ້າມັນກາຊວນເຖື່ອນໄດ້ 9.000 ລິດ, ລົດໃຫຍ່ 19 ຄັນ, ລົດຈັກ 84 ຄັນ, ເກັບກູ້ວັດຖຸລະເບີດໄດ້ 16 ໜ່ວຍ ແລະ ອື່ນໆຫຼາຍລາຍການ.

ພ້ອມນີ້, ຍັງໄດ້ປະສານສົມທົບກັບບັນດາຫ້ອງ, ປກສ ເມືອງ ແລະ ປກສ ແຂວງ ໃນການແກ້ໄຂຄະດີຢາເສບຕິດ ແລະ ຄະດີອື່ນໆ ສາມາດມ້າງໄດ້ ແລະ ຢຶດຂອງກາງໄດ້ລາຍສົມຄວນ.

ຄຽງຄູ່ກັນນັ້ນ, ຍັງໄດ້ນໍາກໍາລັງວິຊາສະເພາະ ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໄດ້ 582 ຄັ້ງ ມີ 1.685 ເທື່ອຄົນ, ປ້ອງກັນສໍານັກງານຂອງພັກ-ລັດ, ການເຄື່ອນຍ້າຍວັດຖຸມີຄ່າ, ບໍລິສັດ-ຫ້າງຮ້ານ, ງານວາງສະແດງສິນຄ້າ, ງານບຸນປະເພນີຕ່າງໆ 1.359 ຄັ້ງ ມີ 2.975 ເທື່ອຄົນ ພ້ອມທັງປ້ອງກັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລວມທັງໝົດ 133 ສະຫາຍ.

ໃນຕໍ່ໜ້າ, ກອງບັນຊາການປ້ອງກັນເຄື່ອນທີ່ ຈະໄດ້ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ຕາມຄຳສັ່ງເລກທີ 1470/ປກສ ໃຫ້ມີປະສິດທິຜົນ, ເອົາໃຈໃສ່ວຽກງານປະຈຳການກຽມພ້ອມ ຕະຫຼອດ 24 ຊົ່ວໂມງ, ອອກກວດກາລາດຕະເວນແກ້ໄຂ ກຸ່ມແກ້ງຂີ່ລົດກວນເມືອງ, ການມົ້ວສຸມ ແລະ ກໍລະນີອື່ນໆ, ກຽມພ້ອມກຳລັງສຳຮອງ ເພື່ອແກ້ໄຂທຸກເຫດການທີ່ອາດຈະເກີດຂຶ້ນ.

ເອົາໃຈໃສ່ປ້ອງກັນກອງປະຊຸມສາກົນ, ສຳນັກງານອົງການຈັດຕັ້ງຂອງພັກ-ລັດ, ແຂກທີ່ມາຢ້ຽມຢາມ-ເຮັດວຽກຢູ່ ສປປ ລາວ, ທະນາຄານ, ບໍລິສັດ, ຫ້າງຮ້ານ ແລະ ວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ມີຄວາມປອດໄພ, ເອົາໃຈໃສ່ໃນການຝຶກແອບວິຊາສະເພາະ ວຽກງານແກ້ໄຂກໍລະນີມີການຊຸມນຸມປະທ້ວງ, ຊ່ວຍຕົວປະກັນ, ການກວດ, ເກັບກູ້ ແລະ ທຳລາຍວັດຖຸລະເບີດ.