ກົມປ່າໄມ້, ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການອະນຸລັກສັດປ່າ ປະຈຳລາວ, ອົງການສຸຂະພາບສັດສາກົນ ແລະ ບັນດາອົງການສາກົນ ທີ່ເຮັດວຽກກ່ຽວຂ້ອງກັບ ການອະນຸລັກສັດປ່າ (Working Group 15.7) ໄດ້ຈັດພິທີສະເຫຼີມສະຫຼອງ ວັນອະນຸລັກສັດປ່າ ແລະ ພືດປ່າໂລກ ພາຍໃຕ້ຫົວຂໍ້: “ຄູ່ຮ່ວມງານ ເພື່ອການອະນຸລັກ ສັດປ່າ ແລະ ພືດປ່າ” ໃນວັນທີ 3 ມີນາ 2023, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາທູດປະເທດຝຣັ່ງ, ທູດອາເມຣິກາ ປະຈຳລາວ ແລະ ພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ທອງພັດ ວົງມະນີ ກ່າວວ່າ:

ໃນວັນທີ 3 ມີນາ ຂອງທຸກໆປີ ແມ່ນວັນອະນຸລັກສັດປ່າ ແລະ ພືດປ່າໂລກ (World Wildlife Day) ເຊິ່ງໃນທຸກໆປີ ບັນດາປະເທດພາຄີ ກໍໄດ້ພ້ອມກັນຈັດກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ນ້ອງນ້ອຍເຍົາວະຊົນ ແລະ ອະນຸຊົນຮຸ່ນຫຼັງ ເຫັນໄດ້ຄວາມສໍາຄັນຂອງວຽກງານປົກປັກຮັກສາ ແລະ ອະນຸລັກຊີວະນາໆພັນ ໂດຍສະເພາະຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ ໃຫ້ມີຄວາມຍືນຍົງ.

ເຊິ່ງວັນດັ່ງກ່າວ ຍັງໄດ້ຖືກກໍານົດໄວ້ໃນສົນທິສັນຍາ ວ່າດ້ວຍ ການຄ້າຂາຍສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ທີ່ໄດ້ລົງນາມໃນປີ 1973, ສຳລັບ ສປປ ລາວ ກໍແມ່ນໜຶ່ງປະເທດທີ່ໄດ້ເຂົ້າເປັນພາຄີຂອງສົນທິສັນຍາດັ່ງກ່າວ ໃນວັນທີ 30 ພຶດສະພາ 2004.

ພິເສດໄປກວ່ານັ້ນ, ສໍາລັບປີ 2023 ນີ້ ແມ່ນເປັນປີຄົບຮອບ 50 ປີ ຂອງການສ້າງຕັ້ງສົນທິສັນຍາສາກົນ CITES ເຊິ່ງໄດ້ໃສ່ຊື່ຫົວຂໍ້ສໍາລັບປີນີ້ວ່າ: ”ຄູ່ຮ່ວມງານເພື່ອການອະນຸລັກສັດປ່າ ແລະ ພືດປ່າ ”. ນັ້ນກໍໝາຍຄວາມວ່າ ວຽກງານອະນຸລັກ ແລະ ປົກປັກຮັກສາ, ມັນບໍ່ແມ່ນວຽກຂອງຂະແໜງການໃດຂະແໜງການໜຶ່ງເຮັດ ແຕ່ທຸກພາກສ່ວນ ຫຼື ທຸກໆຄົນ ຕ້ອງຮ່ວມກັນຄຸ້ມຄອງ, ປົກປັກຮັກສາ ຊະນິດພັນດັ່ງກ່າວຈຶ່ງຈະມີຄວາມຍືນຍົງ.

ໃນປີ 2023 ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ຕາງໜ້າໃຫ້ແກ່ລັດຖະບານ ຮ່ວມກັບ ບັນດາອົງການຈັດຕັ້ງສາກົນ ທີ່ເຮັດວຽກກ່ຽວຂ້ອງກັບການອະນຸລັກສັດປ່າ (Working Group 15,7) ໄດ້ຮ່ວມກັນຈັດງານຂຶ້ນ ແມ່ນເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ແລະ ຄຽງຄູ່ກັບການໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການໃຫ້ພໍ່ແມ່ປະຊາຊົນ, ຜູ້ປະກອບການ, ນັກທຸລະກິດ ແລະ ທຸກຄົນທົ່ວສັງຄົມ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈ ແລະ ເຫັນໄດ້ຄວາມສໍາຄັນຂອງສັດປ່າຕໍ່ລະບົບນິເວດ, ຕໍ່ເສດຖະກິດສັງຄົມ ແລະ ໃຫ້ເຫັນເຖິງຜົນຮ້າຍຂອງການບໍລິໂພກສັດປ່າ.

ພ້ອມນັ້ນ ກໍໃຫ້ຮ່ວມແຮງຮ່ວມໃຈກັນເຂົ້າໃສ່ການພັດທະນາ, ຄຸ້ມຄອງ, ອະນຸລັກຮັກສາສັດນໍ້າ ແລະ ສັດປ່າ ໃຫ້ຫຼາຍຂຶ້ນ, ແນໃສ່ເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນຂອງສັດປ່າ ທີ່ເປັນມໍລະດົກທາງທໍາມະຊາດຂອງຊາດ ໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດຮອດເຊັ່ນລູກເຊັ່ນຫຼານຂອງພວກເຮົາຕະຫຼອດໄປ.

ພາຍໃນງານໄດ້ມີການວາງສະແດງຜົນງານກ່ຽວກັບ ວຽກງານອະນຸລັກຮັກສາສັດນໍ້າ ແລະ ສັດປ່າ, ຮັບຟັງການເຮັດວຽກກ່ຽວຂ້ອງກັບ ການອະນຸລັກສັດປ່າ, ການເຜີຍແຜ່ຂັ້ນຕອນການປະຕິບັດການເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ (SOP), ສະເໜີການເຝົ້າລະວັງເບື້ອງຕົ້ນຂອງບັນດາເຊື້ອຈຸລະໂຣກ ທີ່ເກີດຂຶ້ນໃໝ່ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນ, ສົນທະນາວິຊາການກ່ຽວກັບສຸຂະພາບໜຶ່ງດຽວ ຫຼື One Health) ແລະ ກິດຈະກຳຖາມ-ຕອບກ່ຽວກັບສິ່ງທ້າທາຍໃນວຽກງານສຸຂະພາບໜຶ່ງດຽວ ແລະ ວຽກງານການອະນຸລັກ.