ໃນທ້າຍເດືອນຜ່ານມາ, ຢູ່ທີ່ທ່າເຮືອຫຼັກ 24 ເມືອງອານຸວົງ ແຂວງໄຊສົມບູນ ໄດ້ຈັດພິທີມອບ-ຮັບເຮືອ ຈໍານວນ 1 ລໍາ, ເຊິ່ງເປັນປະເພດເຮືອຍາວ ໂດຍສານຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ໃຫ້ສູນຜະລິດດອນກໍມີ້ ເມືອງອານຸວົງ ແຂວງໄຊສົມບູນ, ເຂົ້າຮ່ວມ ໂດຍ ພົຈວ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ທ່ານ ຕາດທອງ ສຸລິນທອນ ເຈົ້າຂອງຮ້ານປະກອບເຮືອ, ມີບັນດາຄະນະພັກ-ຄະນະບັນຊາ, ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດຈາກສູນຜະລິດດອນກໍມີ້ ເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ແລະ ຂອງກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບຈັດຊື້ເຮືອໃຫຍ່ໃຫ້ສູນຜະລິດດອນກໍມີ້ ເມືອງອານຸວົງ ແຂວງໄຊສົມບູນ ແລະ ສັນຍາຊື້-ຂາຍເຮືອ, ຂະໜາດເຮືອກວ້າງ 2,6 ແມັດ, ຍາວ 23 ແມັດ, ມູນຄ່າ 285 ລ້ານກີບ, ໂຄງການດັ່ງກ່າວໄດ້ເລີ່ມລົງມືປະກອບມາແຕ່ວັນທີ 1 ມັງກອນ 2023 ມາເຖິງທ້າຍເດືອນກຸມພາ 2023 ເຫັນມີຄວາມສໍາເລັດ 100% ຈຶ່ງໄດ້ຈັດພິທີມອບ-ຮັບເຮືອຢ່າງເປັນທາງການ ໃຫ້ກັບກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ ມອບ-ຮັບ ໂດຍ ພັອ ສິສຸວັນ ທອງປະເສີດ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ແລະ ທ່ານ ຕາດທອງ ສຸລິນທອນ ເຈົ້າຂອງຮ້ານປະກອບເຮືອ.

ຈາກນັ້ນ, ກົມໃຫຍ່ພະລາທິການ ກໍໄດ້ມອບເຮືອລຳດັ່ງກ່າວຕໍ່ໃຫ້ ປກສ ແຂວງໄຊສົມບູນ ນໍາໄປໃຊ້ເຂົ້າໃນວຽກງານຂອງສູນຜະລິດຢູ່ດອນກໍມີ້ ເມືອງອານຸວົງ ແຂວງໄຊສົມບູນ, ຕາງໜ້າຮັບ ໂດຍ ພັອ ອິນປັນ ຍາດຕິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພະຍານຂອງຄະນະພັກ-ຄະນະນໍາຈາກກົມໃຫຍ່ພະລາທິການ ແລະ ຈາກ ປກສ ແຂວງໄຊສົມບູນ.