ຊາວໜຸ່ມ ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ຈັດກອງປະຊຸຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ໃນວັນທີ 16 ມີນາ 2023, ເປັນປະທານໂດຍ ພັອ ກິຕັນ ໄພໂລດ ເລຂາຊາວໜຸ່ມ ກອງບັນຊາການປ້ອງກັນທີ່ຕັ້ງ, ເຂົ້າຮ່ວມມີ ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະຊາວໜຸ່ມ 4 ຫ້ອງ, 3 ກອງພັນ, ກອງຮ້ອຍເອກະລາດ ແລະ ສູນຝຶກວິຊາສະເພາະ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ພັທ ກ໋ອງແກ້ວ ກຸສານົນ ຮອງເລຂາຊາວໜຸ່ມ ກອງບັນຊາການປ້ອງກັນທີ່ຕັ້ງ ກ່າວວ່າ:

ໃນໄລຍະ 1 ປີຜ່ານມາ, ຄະນະຊາວໜຸ່ມ ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ເພຶ່ອປຸກຈິດສຳນຶກໃຫ້ສະມາຊິກຊາວໜຸ່ມມີທັດສະນະຫຼັກໝັ້ນ, ມີຄຸນທາດການເມືອງໜັກແໜ້ນ, ສ້າງໃຫ້ເປັນກຳລັງທີ່ເຂັ້ມແຂງຮອບດ້ານ.

ສຳລັບວຽກງານວິຊາສະເພາະ ຍັງໄດ້ປ້ອງກັນກອງປະຊຸມລະດັບຊາດ, ລະດັບສາກົນ 25 ຄັ້ງ ມີ 716 ແຮງງານ; ປ້ອງກັນທະນາຄານ, ກວດກາເຕີມຕູ້ ATM ເຄື່ອນຍ້າຍວັດຖຸມີຄ່າ ພາຍໃນນະຄອນຫຼວງ 35.968 ຄັ້ງ ມີ 76.759 ແຮງງານ ແລະ ຕ່າງແຂວງ 63 ຄັ້ງ ມີ 421 ແຮງງານ; ປ້ອງກັນລົດໄທ ເຂົ້າສົ່ງນໍ້າມັນ-ລົດລາວເຂົ້າເອົານໍ້າມັນຢູ່ສາງດົງຫຼວງ, ສາງດົງຈອງ 3,178 ຖ້ຽວ.

ປ້ອງກັນສະຖານີໄຟຟ້າ, ວິທະຍຸໂທລະພາບ, ສະຖານີດາວທຽມພາກພື້ນດິນ 311 ຄັ້ງ ມີ 1.197 ແຮງງານ; ປ້ອງກັນກວດກາລົດແຂກພົວພັນວຽກຕ່າງໆ 4.873 ຄັ້ງ ມີ 705 ແຮງງານ ແລະ ປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ XI ມີ 1 ຄັ້ງ 131 ແຮງງານ, ກວດກາສາລະເວ, ປະຈຳການຕະຫຼອດ 24 ຊົ່ວໂມງ ແລະ ໄດ້ປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ອຳນາດການປົກຄອງທ້ອງຖິ່ນ ຢ່າງເປັນປົກກະຕິ.

ພົຈວ ໄຊສີ ແກ້ວສະຫງ່າ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະຊາວໜຸ່ມ ຕະຫຼອດຮອດສະມາຊິກທຸກສະຫາຍ ເອົາໃຈໃສ່ຢ່າງຕັ້ງໜ້າ, ພ້ອມກັນສ້າງຜົນງານ, ສ້າງຂະບວນການຕ່າງໆ ໃຫ້ມີຄວາມກ້າວໜ້າ ເວົ້າລວມ, ເວົ້າສະເພາະ ແມ່ນຂໍ້ແຂ່ງຂັນ 4 ບຸກຂອງ ສູນກາງສາວໜຸ່ມປະຊາຊົນ ປະຕິວັດລາວ ວາງອອກ.