ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບຜົນການພົບປະເຮັດວຽກຂອງ ຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ກັບ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ກ່ຽວກັບ ໂຄງການກໍ່ສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ ແລະ ອອກບັດປະຈຳຕົວທັນສະໄໝ ໃນລະຫວ່າງວັນທີ 23-29 ເມສາ 2023.

ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ພົນຈັດຕະວາ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ລາວ ແລະ ທ່ານ ພົນຈັດຕະວາ ຫງວຽນ ກັວກ ຮຸ່ງ ຫົວໜ້າກົມຕຳຫຼວດຄຸ້ມຄອງບໍລິຫານ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ກະຊວງ ປກສ ຫວຽດນາມ ພ້ອມ ດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ ໃນວັນທີ 29 ເມສາ 2023.

ທ່ານ ພົນຈັດຕະວາ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ລາວ ໄດ້ລາຍງານກ່ຽວກັບຜົນຂອງການພົບປະເຮັດວຽກງານຂອງ ຜູ້ແທນທັງສອງຝ່າຍ ລາວ-ຫວຽດນາມ ໃນລະຫວ່າງວັນທີ 23-29 ເມສາ 2023 ຄື:

ໄດ້ເອກະພາບກັນຕໍ່ກັບແຜນການປະຕິບັດວຽກງານຮ່ວມກັບ ກົມວິຊາສະເພາະທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ: ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກົມນິຕິກໍາ ແລະ ກົດໝາຍ, ກົມສື່ສານ, ກົມໃຫຍ່ການເມືອງ. ນອກນັ້ນ, ຍັງໄດ້ປະສານສົມທົບ ເພື່ອເຮັດວຽກງານນຳ ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ແລະ ກະຊວງເທັກໂນໂລຊີ.

ເອກະພາບແຜນການລົງເຄື່ອນໄຫວສຳຫຼວດເກັບກຳຂໍ້ມູນ ຢູ່ທ້ອງຖິ່ນ ແລະ ກວດກາພື້ນຖານໂຄງລ່າງ, ອຸປະກອນເຕັກນິກ ແລະ ຂັ້ນຕອນການປະຕິບັດວຽກວິຊາສະພາະກ່ຽວກັບ ການຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈໍາຕົວ ໃນລະຫວ່າງວັນທີ 26-28 ເມສາ 2023 ຢູ່ 4 ແຂວງ ຄື: ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ.

ພ້ອມດຽວກັນນັ້ນ, ຄະນະຜູ້ແທນຫວຽດນາມ ກໍໄດ້ສຳເລັດການເດີນທາງໄປຢ້ຽມຢາມ ຖານຂໍ້ມູນຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈໍາຕົວ ຢູ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ໄດ້ສະເໜີໃຫ້ເອົາໃຈໃສ່ 5 ຫຼັກການ ໃນການຈັດຕັ້ງປະຕິບັດໂຄງການຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈໍາຕົວ ຄື:

  • ດ້ານເອກະສານນິຕິກຳ ເປັນບ່ອນອີງ
  • ດ້ານການໂຄສະນາ ສ້າງຄວາມຮັບຮູ້ເຂົ້າໃຈທົ່ວສັງຄົມ
  • ດ້ານບຸກຄະລາກອນທີ່ຊໍານານງານ ແລະ ເປັນມືອາຊີບ
  • ດ້ານວຽກງານປະສານສົມທົບ ແລະ ມີຄວາມເປັນເອກະພາບກັບຂະແໜງການທີ່ກ່ຽວຂ້ອງ
  • ດ້ານອຸປະກອນເຕັກນິກ ເເລະ ງົບປະມານສ້ອມແປງ ເເລະ ບໍາລຸງຮັກສາ ເເຕ່ສູນກາງຮອດທ້ອງຖິ່ນ