ພິທີສະເຫຼີມສະຫຼອງວັນສ້າງຕັ້ງກຳລັງກົມໃຫຍ່ການເມືອງ ປກສ ປະຊາຊົນ ຄົບຮອບ 58 ປີ (3 ພຶດສະພາ 1965-3 ພຶດສະພາ 2023) ໄດ້ຈັດຂຶ້ນໃນວັນທີ 3 ພຶດສະພາ 2023 ທີ່ສະໂມສອນສະໜາມມ້າ ໂດຍເປັນກຽດເຂົ້າຮ່ວມ ແລະ ປະຖາກະຖາຂອງ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ, ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ມີບັນດາຄະນະພັກ-ຄະນະບັນຊາ ຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ກົມກອງອ້ອມຂ້າງກົມໃຫຍ່ການເມືອງ, ພະນັກງານປະຕິວັດອາວຸໂສ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ໄດ້ຍົກໃຫ້ເຫັນປະຫວັດສາດແຫ່ງການກໍາເນີດ ແລະ ຄວາມເປັນມາຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ແມ່ນຕິດພັນສະໜິດແໜ້ນກັບມູນເຊື້ອອັນສະຫງ່າງາມຂອງຊາດ, ຂອງກໍາລັງປ້ອງກັນຄວາມສະຫງົບ ມູນເຊື້ອແຫ່ງການນຳພາອັນປີຊາສາມາດສະຫຼາດສ່ອງໃສ ໃນພາລະກິດປະຕິວັດປົດ ປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນປັດຈຸບັນ.

ວັນທີ 3 ພຶດສະພາ ເປັນວັນໜຶ່ງທີ່ສໍາຄັນທີ່ສຸດ ແລະ ມີຄວາມໝາຍໃນປະວັດສາດຂອງຊາດ, ຂອງກຳລັງປະກອບອາ ວຸດປະຊາຊົນ ເພາະເປັນວັນແຫ່ງການກຳເນີດ ກໍຄືວັນສ້າງຕັ້ງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີພໍດີ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ບໍ່ວ່າເວລາໃດ ກໍເປັນກຳລັງທີ່ມີພາລະບົດ ບາດສຳຄັນທີ່ສຸດ, ເຊິ່ງເຮັດໜ້າທີ່ເປັນເສນາທິກາໃຫ້ກະຊວງປ້ອງກັນຄວາມສະຫງົບ ໃນຂົງເຂດວຽກງານໂຄສະນາອົບຮົມ, ວຽກງານພັກ-ພະ ນັກງານ, ວຽກງານການເມືອງ ແນ່ໃສ່ເພື່ອຮັບປະກັນການປັບປຸງ ແລະ ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ມີລະບຽບແບບແຜນທັນສະໄໝ.

ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 3 ພຶດສະພາ 1965 ເປັນຕົ້ນມາ, ກໍາລັງການເມືອງປ້ອງກັນຄວາມສະຫງົບ ກໍໄດ້ປະເຊີນໜ້າກັບສິ່ງທ້າທາຍ ທົດສອບນາໆປະ ການ, ທັງຢືນຢູ່ຕໍ່ໜ້າສະພາບການທີ່ຫຍຸ້ງຍາກຂ້ຽວຂາດ ແລະ ສັບສົນທີ່ສຸດໃນພາລະກິດຕໍ່ສູ້ປົດປ່ວຍຊາດ ຮ່ວມກັບອ້າຍນ້ອງກໍາລັງປະກອບອາວຸດທົ່ວທັງຊາດ ແລະ ປະຊາຊົນລາວບັນດາ ເຜົ່າ, ເຊິ່ງໄດ້ພ້ອມກັນອົດທົນ, ສູ້ຊົນຜ່ານຜ່າ, ຄວາມເສຍສະຫຼະຢ່າງບໍ່ມີຂອບເຂດ ບວກກັບໄດ້ຮັບການເສີມຂະ ຫຍາຍນໍ້າໃຈຮັກຊາດອັນດູດດື່ມ ແລະ ການສືບທອດມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນເຮົາ.

ຜ່ານການຝຶກຝົນທົດສອບໃນແປວໄຟແຫ່ງການຕໍ່ສູ້ປະຕິວັດໃນເງື່ອນໄຂທີ່ຫຍຸ້ງ ຍາກລຳບາກກັນດານນັ້ນ, ກຳລັງການ ເມືອງປ້ອງກັນຄວາມສະຫງົບ ໄດ້ຄຽງບ່າຄຽງໄຫຼ່ກັບທຸກເຫຼົ່າຮົບວິຊາສະເພາະ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງນີ້ໄປສູ່ໄຊຊະນະໃໝ່ຍິ່ງໃຫຍ່ຫຼວງກ່ວາເກົ່າ ແລະ ໄດ້ສ້າງວິລະກຳອັນລ້ຳເລີດ ຈາລຶກໄວ້ໃນປຶ້ມຄໍາປະຫວັດສາດຂອງຊາດ, ຂອງກຳລັງປ້ອງກັນຄວາມສະຫງົບພວກເຮົາ, ເຊິ່ງໄດ້ກຳນົດເອົາວັນທີ 3 ພຶດສະພາ 1965 ເປັນວັນສ້າງຕັ້ງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ແລະ ໄດ້ຮັບຮອງຈາກກະຊວງປ້ອງກັນຄວາມສະຫງົບ ຕາມຂໍ້ຕົກລົງສະບັບເລກທີ 1111/ປກສ, ລົງວັນທີ 3 ກໍລະກົດ 2018.

ພາລະບົດບາດໜ້າທີ່ ແລະ ຜົນງານຂອງກໍາລັງການເມືອງປ້ອງກັນຄວາມສະຫງົບ ເວລາໃດກໍຕິດພັນກັບການນຳພາ-ຊີ້ນຳ ໂດຍກົງ, ເດັດຂາດ, ຮອບດ້ານ ຂອງພັກປະຊາຊົນ ປະຕິວັດລາວ ກໍຄືອົງຄະນະພັກກະຊວງ ໃນແຕ່ລະໄລຍະຂອງການປະຕິວັດ, ໃນການຕໍ່ສູ້ປົດປ່ວຍຊາດກໍາລັງການເມືອງປ້ອງ ກັນຄວາມສະຫງົບ ໄດ້ຮັບບົດບາດໜ້າທີ່ສໍາຄັນໃນການເປັນເສນາທິການດ້ານການເມືອງຢ່າງໜັກແໜ້ນຕໍ່ການນຳ ພາອັນສະຫຼາດສ່ອງໃສ່ ແລະ ປີຊາສາມາດຂອງພັກປະຊາຊົນ ປະ ຕິວັດລາດ ແລະ ເດັດດ່ຽວເດັດຂາດປະຕິບັດໜ້າທີ່ມີຜົນສຳເລັດດ້ວຍຄວາມເອກອ້າງນົງໃຈ, ສັດຊື່ບໍລິສຸດຕໍ່ຊາດ, ຕໍ່ປະຊາຊົນຢ່າງສຸດໃຈ.

ຕະຫຼອດ 58 ປີ ຜ່ານມາ, ໂດຍປະຕິບັດຕາມທິດຊີ້ນຳຂອງພັກທີ່ວ່າ: ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ມີແບບ ແຜນ ແລະ ຫັນໄປສູ່ທັນສະໄໝເທື່ອລະກ້າວນັ້ນ ຄືການກໍ່ສ້າງກຳລັງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມສຳນິສຳນານທາງດ້ານວິຊາສະເພາະ ແລະ ມີຄວາມເຂັ້ມງວດທາງດ້ານລະບຽບວິໄນ. ປະຕິບັດຕາມພາລະບົດບາດ, ການມອບໝາຍຂອງການຈັດຕັ້ງຂັ້ນເທິງ ກໍຄໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ໂດຍສະເພາະແມ່ນວຽກງານພັກ-ພະນັກງານ ແລະ ວຽກງານການເມືອງໃນກຳລັງປ້ອງ ກັນຄວາມສະຫງົບ. ຕະຫຼອດໄລຍະທີ່ຜ່ານມາ, ຄະນະນຳກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໃນແຕ່ລະຮຸ່ນ ກໍຄືກຳລັງກົມໃຫຍ່ການເມືອງທຸກທົ່ວໜ້າ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ຢືນຄຽງບ່າຄຽງໄຫຼ່ກັບບັນດາກົມກອງເຫຼົ່າຮົບວິຊາສະເພາະອື່ນ ເຄື່ອນໄຫວເຮັດໜ້າທີ່ຂອງຕົນດ້ວຍມານະຈິດປະຕິວັດອົດທົນຜ່ານຜ່າທຸກຂໍ້ ຫຍຸ້ງຍາກ, ສິ່ງທ້າທາຍທົດສອບນາໆປະການ, ມີນໍ້າໃຈເສຍສະຫຼະເພື່ອພັກ, ເພື່ອປະ ເທດຊາດ ແລະ ປະຊາຊົນ ຢ່າງສະເໝີຕົ້ນສະເໝີປາຍ.

ພາບ-ຂ່າວ: ບຸນພະຈັນ