ຄະນະກໍາມາທິການເພື່ອຄວາມ ກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ( ຄກມດ.ປກສ ) ໄດ້ວາງຄາດໝາຍໃນສົກປີ 2024-2025 ໂດຍຈະສູ້ຊົນເພີ່ມຈໍານວນນາຍ ແລະ ພົນຕຳຫຼວດ ເພດຍິງໃນກໍາລັງປ້ອງກັນຄວາມສະຫງົບ ໃຫ້ໄດ້ຮັບການຍົກລະດັບທິດສະດີການເມືອງ, ວິຊາສະເພາະຂະແໜງການຕ່າງໆຫຼາຍຂຶ້ນ ໂດຍການຫັນເອົາວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍໃນກຳລັງ ປກສ ເຊື່ອມເຂົ້່າໃນແຜນການ, ແຜນງານຂອງຂະແໜງການ ແລະ ເຊື່ອມເຂົ້າໃນວຽກງານກໍ່ສ້າງພະນັກງານ ເພື່ອສ້າງເງື່ອນໄຂໃຫ້ນາຍ ແລະ ພົນຕຳຫຼວດ ເພດຍິງໄດ້ຮັບການຍົກລະ ດັບ ແລະ ຖືກບັນຈຸເຂົ້າໃນຕໍາແໜ່ງຕັດສິນບັນຫາຂັ້ນຕ່າງໆຫຼາຍຂຶ້ນ.

ຄາດໝາຍດັ່ງກ່າວ, ໄດ້ຍົກໃຫ້ເຫັນໃນກອງປະຊຸມສະຫຼຸບການຈັດຕັ້ງ ແລະ ການເຄື່ອນໄຫວຂອງວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະ ຊວງ ປກສ ໃນ ວັນທີ 10 ພຶດສະພາ 2023, ເປັນປະທານໂດຍ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ ປະທານຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງ ປກສ, ມີບັນດາສະຫາຍໃນ ຄກມດ.ປກສ, ພ້ອມດ້ວຍກົມກອງອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.

ພັອ ວິໄລຄໍາ ສີຊານົນ ຫົວໜ້າກົມນິຕິກໍາ ແລະ ກົດໝາຍ ຫ້ອງວ່າການກະຊວງ ປກສ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງ ປກສ ສົກປີ 2022-2023 ໃຫ້ຮູ້ວ່າ: ສົກປີຜ່ານມາ, ກະຊວງ ປກສ ໄດ້ປັບປຸງຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂັ້ນກະຊວງ, ຫ້ອງວ່າການ, ກົມໃຫຍ່, ກົມ, ກອງບັນຊາການ, ວິທະຍາຄານ ເປັນແຕ່ລະໄລຍະ, ພ້ອມທັງປູກ ຈິດສຳນຶກ, ໂຄສະນາເຜີຍແຜ່, ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງຂັ້ນນຳພາ-ບັນຊາຂັ້ນຕ່າງໆ ຢ່າງເໝາະສົມສາມາດຮັບປະກັນ ຄວາມສະເໝີພາບຍິງ-ຊາຍ; ອີງ ຕາມຂໍ້ມູນສະຖິຕິສົກປີ 2021-2022 ຂອງບັນດາກົມໃຫຍ່, ກົມ, ກອງບັນຊາການ ແລະ ວິທະຍາຄານທີ່ຂຶ້ນກັບກະຊວງ ປກສ ມີ ຄື: ແມ່ຍິງທີ່ຖືກບັນຈຸໃນຕຳແໜ່ງຂັ້ນນຳພາສາຍພັກ ປີ 2022 ລວມ ທັງໝົດ 70 ສະຫາຍ ເທົ່າກັບ 9,92% ຂອງຈຳນວນນາຍ ແລະ ພົນຕຳຫຼວດທັງໝົດທຽບໃສ່ປີ 2021 ຫຼຸດລົງ 7 ສະຫາຍ ເທົ່າກັບ 10%, ບັນຈຸເຂົ້າໃນຕຳແໜ່ງຂັ້ນນຳພາສາຍລັດ ມີ 604 ສະຫາຍ ເທົ່າກັບ 16,18% ທຽບໃສ່ປີ 2021 ເພີ່ມຂຶ້ນ 4 ສະຫາຍ ເທົ່າ ກັບ 0,66%, ຈຳນວນນາຍຕຳ ຫຼວດເພດຍິງຍົກລະດັບທິດສະດີການເມືອງ ປີ 2022 ລວມ ທັງໝົດ 11 ສະຫາຍ ເທົ່າກັບ 10,67% ທຽບໃສ່ປີ 2021 ເພີ່ມ ຂຶ້ນ 1 ສະຫາຍ ເທົ່າກັບ 10%, ຍົກລະດັບວິຊາສະ ເພາະລວມທັງໝົດ 134 ສະຫາຍ ເທົ່າກັບ 20,97% ທຽບໃສ່ປີ 2021 ເພີ່ມ ຂຶ້ນ 11 ສະຫາຍ ເທົ່າກັບ 8,20%, ນາຍ ແລະ ພົນຕຳຫຼວດເພດຍິງ ໄດ້ຮັບການເລື່ອນຊັ້ນ II ຫາ ຊັ້ນ ພັນເອກ ໃນປີ 2022 ມີ 753 ສະຫາຍ ເທົ່າກັບ 30,01% ທຽບໃສ່ປີ 2021 ຫຼຸດລົງ 52 ສະຫາຍ ເທົ່າກັບ 6,90%.

ໃນກອງປະຊຸມ, ຍັງໄດ້ເຜີຍ ເເຜ່ແຜນດຳເນີນງານວຽກແມ່ ແລະ ເດັກ ກະຊວງປ້ອງກັນຄວາມສະ ຫງົບ 3 ປີ ( 2023-2025 ).

ພາບ-ຂ່າວ: ບຸນເຫຼືອ