ກະຊວງຖະແຫ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ສະຫະພັນທ່ອງທ່ຽວພູເຂົາສາກົນ ສາທາລະນະລັດ ປະຊາຊົນຈີນ ໄດ້ຈັດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມ ພາຍໃຕ້ຫົວຂໍ້ “ມ່ວນຊື່ນ ໃນຄວາມໝາຍຫັດສະຈັນຂອງພູເຂົາ, ແບ່ງປັນຊີວິດທີ່ສວຍງາມ, ຟຶ້ນຟູອຸດສາຫະກຳການທ່ອງທ່ຽວ” ໃນວັນທີ 29 ພຶດສະພາ 2023 ທີ່ໂຮງແຮມແລນມາກ, ເຂົ້າຮ່ວມມີ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ຟູ ຢິຈຸນ ຮອງປະທານເລຂາທິການ ສະຫະພັນການທ່ອງທ່ຽວພູເຂົາສາກົນ, ມີບັນດາຫົວໜ້າ-ຮອງພະແນກ ຖວທ ນະຄອນຫຼວງ ແລະ ແຂວງ ທົ່ວປະເທດ, ບັນດາສະມາຊິກ ສະຫະພັນທ່ອງທ່ຽວພູເຂົາສາກົນ ແລະ ບັນດາສື່ມວນຊົນລາວ ແລະ ສື່ມວນຊົນຕ່າງປະເທດ ເຂົ້າຮ່ວມ.

+ ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ:

ງານວັນທ່ອງທ່ຽວພູເຂົາສາກົນ ໄດ້ຈັດຂຶ້ນເທື່ອທໍາອິດ ໃນວັນທີ 29 ພຶດສະພາ 2019 ຢູ່ປະເທດເນປານ, ຖືເປັນບາດກ້າວອັນສຳຄັນໃນການຮ່ວມມືດ້ານກິດຈະການທ່ອງທ່ຽວພູເຂົາສາກົນ ໂດຍມີເປົ້າໝາຍ ແລະ ຈຸດປະສົງຮ່ວມກັນໃນການເສີມສ້າງສັນຕິພາບ, ເພີ່ມທະວີການຮ່ວມມືດ້ວຍການສ້າງຄວາມເຂົ້າອົກເຂົ້າໃຈກັນ, ສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ, ເພີ່ມທະວີການປຶກສາຫາລື ແລະ ແລກປ່ຽນການພົວພັນຮ່ວມມືຢ່າງສະເໝີພາບ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.

ຂໍ້ລິເລີ່ມຈັດຕັ້ງງານວັນທ່ອງທ່ຽວພູເຂົາສາກົນ ໃນປີນີ້ ໄດ້ກໍານົດເອົາ “ມ່ວນຊື່ນ ໃນຄວາມມະຫັດສະຈັນຂອງພູເຂົາ, ແບ່ງປັນຊີວິດທີ່ສວຍງາມ, ຟື້ນຟູອຸດສາຫະກຳການທ່ອງທ່ຽວ ” ເປັນຫົວຂໍ້ຫຼັກປະຈຳປີນີ້.

ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ກໍຄື ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຂໍສະແດງຄວາມຂອບໃຈມາຍັງ ສະຫະພັນການທ່ອງທ່ຽວພູເຂົາສາກົນ ທີ່ໄດ້ເລືອກເອົາ ສປປ ລາວ ເປັນສະຖານທີ່ຈັດງານໃນຄັ້ງນີ້ ທີ່ເຫັນວ່າຈະປະກອບສ່ວນໂຄສະນາໃຫ້ແກ່ການທ່ອງທ່ຽວລາວ ກໍພໍດີກັບທີ ສປປ ລາວ ພວມຫ້າງຫາກະກຽມເປີດປີທ່ອງທ່ຽວ (Visit Lao Year) ໃນປີ 2024 ທີ່ຈະມາເຖິງນີ້ ໄປພ້ອມໆກັບການຮັບກຽດເປັນປະທານອາຊຽນ 2024 ເພື່ອດຶງດູດໃຫ້ນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ ເດີນທາງມາສຳພັດແຫຼ່ງທ່ອງທຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ຢູ່ ສປປ ລາວ.

ນອກນັ້ນ, ພາຍໃນງານ ຍັງໄດ້ຈັດກອງປະຊຸມເວທີສົນທະນາແລກປ່ຽນຂໍ້ມູນຂ່າວສານ, ຖອດຖອນບົດຮຽນການພັດທະນາສົ່ງເສີມຜະລິດຕະພັນການທ່ອງທ່ຽວ ໂດຍສະເພາະກໍແມ່ນການທ່ອງທ່ຽວພູເຂົາ. ພ້ອມກັນນີ້, ກໍຍັງມີວາງສະແດງຜະລິດຕະພັນການທ່ອງທ່ຽວຈໍານວນໜຶ່ງ ແລະ ການວາງສະແດງບັນດາຮູບພາບແຫຼ່ງທ່ອງທ່ຽວທາງພູເຂົາ, ການວາງສະແດງເຄື່ອງຫັດຖະກຳ, ວັດທະນະທຳ ແລະ ຜະລິດຕະພັນການທ່ອງທ່ຽວລາວ ເພື່ອຊ່ວຍໂຄສະນາສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ຮັບຮູ້ຢ່າງກວ້າງຂວາງ.