ກອງປະຊຸມຄົບຄະນະບໍລິຫານງານພັກ ກາງສະໄໝທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງ ກະຊວງ ປກສ ແລະ ວາງທິດທາງແຜນການ ໄລຍະທ້າຍສະໄໝ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 29 ພຶດສະພາ 2023, ເປັນປະທານໂດຍ ສະຫາຍ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີ ກະຊວງ ປກສ ເລຂາອົງຄະນະພັກ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກກະຊວງ, ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຄະນະກໍາມະການພັກກົມໃຫຍ່, ຄະນະພັກຮາກຖານ, ໝ່ວຍພັກຮາກຖານ ອ້ອມຂ້າງ ກົມໃຫຍ່ການເມືອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

+ ສະຫາຍ ພົຕ ວັນທອງ ກອງມະນີ ໄດ້ກ່າວໄຂກອງປະຊຸມທີ່ມີຄວາມໝາຍສໍາຄັນໃນຄັ້ງນີ້ວ່າ:

ໂດຍປະຕິບັດຕາມກົດລະບຽບຂອງພັກ ສະໄໝທີ XI, ຄະນະບໍລິຫານງານພັກ ກາງສະໄໝທີ VI ຂອງ ອົງຄະນະພັກ ກົມໃຫຍ່ການເມືອງ ໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອຈະໄດ້ສຳຫຼວດຕີລາຄາການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກ ກົມໃຫຍ່ການເມືອງ ໄລຍະກາງສະໄໝຜ່ານມາ ແລະ ກໍານົດທິດທາງແຜນການ, ວຽກງານຈຸດສຸມ ທ້າຍສະໄໝ ຂອງຄະນະບໍລິຫານງານພັກ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ສະໄໝທີ VI.

ພ້ອມກັນນັ້ນ, ບັນດາສະຫາຍໃນຄະນະບໍລິຫານງານພັກ ກົມໃຫຍ່ການເມືອງ ຈະພ້ອມກັນເຊີດຊູຄວາມຮັບຜິດຊອບ, ສຸມສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການຄົ້ນຄວ້າປະກອບຄຳເຫັນຢ່າງພາວະວິໃສ ແລະ ເອກະພາບຕັດສິນບັນຫາທີ່ຍັງຄົງຄ້າງ ໃຫ້ໄດ້ຮັບການແກ້ໄຂ, ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າແທດເຖິງຕົວຈິງໃນສະພາບການໃໝ່ ແລະ ຈະໄດ້ໃຊ້ສິດປະຊາທິປະໄຕປ່ອນບັດ ເພື່ອລະດົມແນວຄິດໃນການພັດທະນາ, ບູລະນະການຈັດຕັ້ງ ແລະ ເພື່ອເປັນການປັບປຸງແບບແຜນວິທີເຮັດວຽກຂອງ ຄະນະບໍລິຫານງານພັກ ກົມໃຫຍ່ການເມືອງ ໃນການນຳພາ-ຊີ້ນຳການຈັດຕັ້ງປະຕິບັດບັນດາວຽກຈຸດສຸມໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ.

ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບຟັງການເຜີຍແຜ່ຄໍາສັ່ງແນະນໍາຂອງ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະພັກແຕ່ລະຂັ້ນ ໃນທົ່ວອົງຄະນະພັກ ກະຊວງ ປກສ, ມະຕິຕົກລົງວ່າດ້ວຍ ມາດຕະຖານຂອງພະນັກງານນໍາພາ-ບັນຊາໃນກໍາລັງ ປກສ, ມາດຕະຖານຂອງສະມາຊິກພັກ, ຂໍ້ຫ້າມຂອງສະມາຊິກພັກ ແລະ ໄດ້ດໍາເນີນການປ່ອນບັດທາບທາມຄວາມໄວ້ວາງໃຈຕໍ່ບຸກຄົນໃນຄະນະພັກ ຂອງອົງຄະນະພັກ ກົມໃຫ່ຍການເມືອງ.

ທັງນີ້, ກໍເພື່ອເຮັດໃຫ້ການຈັດຕັ້ງດຳເນີນກອງປະຊຸມກາງສະໄໝ ຂອງຄະນະພັກແຕ່ລະຂັ້ນ ດຳເນີນຖືກຕ້ອງຕາມກົດລະບຽບຂອງພັກ, ສອດຄ່ອງກັບນິຕິກຳຂອງຂັ້ນເທິງວາງອອກ, ຮັບປະກັນການນຳພາ-ຊີ້ນຳຂອງຄະນະພັກຂັ້ນເທິງ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ; ເພື່ອຕີລາຄາທົບທວນຄືນການນໍາພາຈັດຕັ້ງປະຕິບັດບັນດາທິດທາງ, ເນື້ອໃນ, ຄາດໝາຍທີ່ກອງປະຊຸມໃຫຍ່ຂັ້ນຂອງຕົນວາງອອກ, ອັນໃດໄດ້ເຮັດມີຜົນສຳເລັດ ແລະ ອັນໃດຍັງຄົງຄ້າງ ເພື່ອສືບຕໍ່ນຳພາປະຕິບັດໃຫ້ບັນລຸຜົນຕາມທີ່ໄດ້ກຳນົດໄວ້.

ເພື່ອກວດກາຄວາມຮັບຜິດຊອບຂອງບັນດາສະຫາຍ ໃນຄະນະບໍລິຫານງານພັກ, ບັນດາສະຫາຍໃນຄະນະພັກ ຕໍ່ກັບການນຳພາລວມ ແລະ ຄວາມຮັບຜິດຊອບຂອງບຸກຄົນໃນຄະນະພັກ ຕາມການແບ່ງງານ, ແບ່ງຄວາມຮັບຜິດຊອບ; ຊອກໃຫ້ເຫັນດ້ານຕັ້ງໜ້າທີ່ຈະເສີມຂະຫຍາຍ, ດ້ານອ່ອນຄົງຄ້າງທີ່ຈະໄດ້ແກ້ໄຂ, ປັບປຸງຍົກສູງຄວາມຮັບຜິດຊອບການເມືອງ ກໍຄື ການປະຕິບັດໜ້າທີ່ຂອງແຕ່ລະສະຫາຍ; ປະຕິບັດຫຼັກການຕໍານິຕົນເອງ ແລະ ຕິຊົມເຊິ່ງກັນແລະກັນ ພາຍໃນພັກ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກ, ຍົກສູງນໍ້າໃຈຮັບຜິດຊອບ ແລະ ຄວາມເປັນແບບຢ່າງນຳໜ້າຂອງຄະນະພັກ ເພື່ອເປັນໃຈກາງ-ຫຼັກແຫຼ່ງໃຫ້ແກ່ການປັບປຸງກໍ່ສ້າງພັກ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ.