ໃນວາລະດຳເນີນກອງປະຊຸມຄົບຄະນະກາງສະໄໝທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງ ປກສ ເປັນປະທານໂດຍ ສະຫາຍ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງ ປກສ ໃນຕອນບ່າຍວັນທີ 29 ພຶດສະພາ 2023, ສະຫາຍ ພັອ ເພີນຄຳ ແສງດາລາ ຄະນະພັກກົມໃຫຍ່, ເລຂາຄະນະພັກຮາກຖານ, ຫົວໜ້າກົມສື່ມວນຊົນ ປກສ ໄດ້ປະກອບຄຳເຫັນຕໍ່ວຽກງານການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ແລະ ການເປັນກະບອກສຽງ ໃນການເຜີຍແຜ່ແນວທາງຂອງພັກ-ລັດຕໍ່ສັງຄົມ ໂດຍຕິດພັນກັບ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃຫ້ຮູ້ວ່າ:

ໃນໄລຍະຜ່ານມາ, ວຽກງານສື່ມວນຊົນ ໄດ້ເປັນເຈົ້າການປຸກລະດົມທົ່ວສັງຄົມ ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມທັງເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໝາຍ, ເຜີຍແຜ່ມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ຂອງຜູ້ນຳ ແລະ ຂອງກຳລັງປ້ອງກັນຄວາມສະຫງົບ ອອກສູ່ສັງຄົມຢ່າງກວ້າງຂວາງ, ປຸກລະດົມກຳລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນບັນດາເຜົ່າ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພ້ອມກັນນີ້, ກໍຕອບຕ້ານຖ້ອຍທຳນອງໂຄສະນາໃສ່ຮ້າຍປ້າຍສີຂອງພວກຄົນບໍ່ດີ, ປະກົດການຕ່າງໆທີ່ເກີດຂຶ້ນໃນສັງຄົມ ໂດຍຜ່ານພາຫະນະສື່ມວນຊົນ, ເຄື່ອນໄຫວເກັບກໍາຂໍ້ມູນ ແລະ ເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ.

ນອກນີ້, ກໍໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດສັງຄົມ ຄັ້ງທີ 5 ແລະ ຜົນສໍາເລັດຂອງກອງປະຊຸມສະພາແຫ່ງຊາດ ຊຸດທີ IX ພ້ອມທັງວຽກງານສາມສ້າງ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ໃນຂອບເຂດທົ່ວປະເທດ.

ໄດ້ສຳເລັດການຝຶກອົບຮົມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I, ໄດ້ເອົາໃຈໃສ່ວຽກງານຮັບໃຊ້ງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ, ໄດ້ປຸກລະດົມທົ່ວສັງຄົມ ມີສະຕິລະວັງຕົວຕໍ່ການແພ່ລະບາດຂອງພະຍາດໂຄວິດ-19.

ວຽກງານໂຄສະນາ ໄດ້ກໍານົດເນື້ອໃນຄໍາຂວັນ, ຮູບພາບຈິນຕະນາການ ແລະ ໄດ້ຕິດຕັ້ງປ້າຍໂຄສະນາຢູ່ອ້ອມຂ້າງກະຊວງ, ອ້ອມຂ້າງສູນກາງ ຈຳນວນ 23 ປ້າຍ, ຢູ່ ປກສ ແຂວງ ແລະ ປກສ ເມືອງ ໃນທົ່ວປະເທດ ໄດ້ 188 ປ້າຍ (ປ້າຍຄຳຂັວນ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ), ໄດ້ປະດິດຄິດແຕ່ງບົດຟ້ອນ, ບົດເພງ, ຂັບລຳ ແລະ ບົດລະຄອນ ໄດ້ 24 ບົດ, ຮັບໃຊ້ສັງຄົມ 9 ບົດ, ກຳລັງສະເໜີໃຫ້ ກະຊວງຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ ຈຳນວນ 15 ບົດ.