ກົມຕໍາຫຼວດສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ແລະ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ໃນວັນທີ 10 ເມສາ 2018; ປະດັບຊັ້ນຂອງແຕ່ລະພາກສ່ວນໂດຍ ພັອ ຄໍາຮຸ່ງ ແສງປະເສີດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ແລະ ພັທ ພູນສະຫວັນ ພັນທະເສນາ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະພັກ-ຄະນະບັນຊາ, ພະນັກງານທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ໃນນີ້ມີພະນັກງານ-ນັກຮົບທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນພາຍໃນກົມຕໍາຫຼວດສືບສວນ-ສອບສວນ ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 4 ສະຫາຍ ແລະ ສິບໂທ ຂຶ້ນ ສິບເອກ 11 ສະຫາຍ ຍິງ 4 ສະຫາຍ. ສຳລັບກອງບັນຊາການປ້ອງກັນເຄື່ອນທີ່ ມີເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 1 ສະຫາຍ ຍິງ 1 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 5 ສະຫາຍ.

ໃນພິທີ, ທ່ານຮອງຫົວໜ້າກົມໃຫຍ່ຕໍາຫຼວດ ແລະ ທ່ານຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ຍັງໄດ້ເນັ້ນໃຫ້ພະນັກງານ-ນັກຮົບຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສໍາເລັດຍິ່ງຂຶ້ນໃຫ້ສົມກັບຊັ້ນທີ່ໃຫຍ່ຂຶ້ນ.