ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ບໍລິສັດລັດວິສາຫະກິດວິສະວະກໍາພະລັງງານ ສປ ຈີນ ຈໍາກັດ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈເພື່ອສໍາຫຼວດ, ເກັບກໍາຂໍ້ມູນ, ສຶກສາ ແລະ ຄົ້ນຄວ້າໂຄງການພັດທະນານິຄົມຕົວແບບຊົນລະກະເສດທັນສະໄໝ ລາວ-ຈີນ ຢູ່ເຂດໂຄງການຊົນລະປະທານນໍ້າຫຸມ, ນໍ້າຊວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນວັນທີ 9 ເມສາ 2018, ໂດຍການລົງນາມລະຫວ່າງ ທ່ານ ພູຂົງ ບັນນະວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແລະ ທ່ານ LIU YUNPENG ຮອງປະທານບໍລິສັດລັດວິສາຫະກິດວິສະວະກໍາພະລັງງານ ສປ ຈີນ ຈໍາກັດ ແລະ ເຂົ້າຮ່ວມເປັນສັກຂີພະຍານມີ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມພະຍານທັງສອງຝ່າຍ.

ທ່ານ LIU YUNPENG ກ່າວວ່າ: ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈຄົ້ນຄວ້າໂຄງການພັດທະນານິຄົມຕົວແບບຊົນລະກະເສດທັນສະໄໝ ລາວ-ຈີນ ຢູ່ເຂດໂຄງຊົນລະປະທານນໍ້າຫຸມ, ນໍ້າຊວງ ຄັ້ງນີ້ ແມ່ນຢູ່ໃນພື້ນຖານການຍົກລະດັບລະບົບຊົນລະປະທານຂອງນໍ້າຫຸມ, ນໍ້າຊວງ ເມືອງນາຊາຍທອງ ເຊິ່ງຄູ່ຮ່ວມມືທັງສອງຝ່າຍຈະພ້ອມກັນສໍາຫຼວດ ແລະ ເກັບກໍາຂໍ້ມູນດິນນໍາເຂົ້າເຕັກໂນໂລຊີທີ່ທັນສະໄໝ, ນໍາເຂົ້າທຶນ ແລະ ລະບົບການບໍລິຫານ, ລະບົບການຝຶກອົບຮົມ ເພື່ອຊຸກຍູ້ການພັດທະນາກະເສດທັນສະໄໝຂອງ ສປປ ລາວ, ເພີ່ມລາຍໄດ້ຂອງຜູ້ທີ່ເຮັດວຽກທາງດ້ານກະສິກໍາ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ, ຍົກລະດັບສະພາບແວດລ້ອມການດໍາລົງຊີວິດຂອງປະຊາຊົນລາວ, ເພີ່ມໂອກາດການມີວຽກເຮັດງານທໍາຂອງປະຊາຊົນໃນທ້ອງຖິ່ນ ແລະ ເພີ່ມລາຍຮັບໃຫ້ການເສຍອາກອນໃຫ້ລັດຖະບານລາວ.

ພ້ອມກັນນັ້ນໂຄງການທັງສອງ ໄດ້ເປັນເປົ້າໝາຍສໍາຄັນໃນການພັດທະນາ ແລະ ຊຸກຍູ້ການຮ່ວມມື ລາວ-ຈີນ, ການພັດທະນາໂຄງການນິຄົມຊົນລະກະເສດທັນສະໄໝ ລາວ-ຈີນ ຈະສາມາດບັນລຸໄດ້ 4 ເປົ້າໝາຍຄື: ຫຼັງຈາກສໍາເລັດການຍົກລະດັບຊົນລະປະທານຈະດໍາເນີນວຽກວາງແຜນ ແລະ ອອກແບບພື້ນທີ່ຊົນລະປະທານ, ຈະເຮັດການວິໄຈດິນ, ເພີ່ມສະມັດຕະພາບໃນການນໍາໃຊ້ຕາມຄຸນລັກສະນະພິເສດຂອງແຕ່ລະພື້ນທີ່; ຈະສ້າງອາຊີບ ແລະ ເພີ່ມແຫຼ່ງລາຍຮັບໃຫ້ຜູ້ທີ່ເຮັດການຜະລິດກະສິກໍາ ແລະ ປະຊາຊົນໃນທ້ອງຖິ່ນ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດນັ້ນ; ສ້າງໂຄງຮ່າງລະບົບຕ່ອງໂສ້ອຸດສາຫະກໍາລະຫວ່າງຕະຫຼາດການກະສິກໍາ ແລະ ອຸດສາຫະກໍາການຜະລິດການກະສິກໍາ, ເຊື່ອມຕໍ່ຄວາມຕ້ອງການຂອງຕະຫຼາດປະເທດຈີນ, ເພີ່ມປະລິມານການສົ່ງອອກຂອງສິນຄ້າກະສິກໍາ, ຍົກລະດັບສິນຄ້າກະເສດໃນ ສປປ ລາວ ໃນເຊີງການຄ້າອີກຂັ້ນໜຶ່ງ, ພ້ອມທັງສາມາດຂະຫຍາຍ ແລະ ແຂ່ງຂັນກັບຕະຫຼາດສາກົນໄດ້.