ອາທິດແລ້ວນີ້, ພົຈວ ຮ່ວງ ກວ່າງເຮືອງ ຫົວໜ້າອົງການຜູ້ຕາງໜ້າ ກະຊວງຕຳຫຼວດ ສສ ຫວຽດນາມ ແລະ ພັອ ບຸນກ້ຽງ ວົງສາລາດ ຫົວໜ້າຫ້ອງການເມືອງ ວິທະຍາຄານພະລາທິການກອງທັບ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ແລະ ກະຕ່າດອກໄມ້ ເຂົ້າອວຍພອນ ພົຈວ ຄຳໄຕ ຄຳແພງເພັດ ຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ, ເນື່ອງໃນໂອກາດຊົມເຊີຍວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ (5 ເມສາ 1961-5 ເມສາ 2018).

ທັງສອງຝ່າຍໄດ້ກ່າວອວຍພອນໃຫ້ຄະນະນຳກົມໃຫຍ່ພະລາທິການ ຕະຫຼອດຮອດພະນັກງານ-ນັກຮົບທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ ແລະ ການພົວພັນຮ່ວມມືຂອງສອງກຳລັງ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ຈາກນັ້ນ, ພົຈວ ຄຳໄຕ ຄຳແພງເພັດ ໄດ້ສະແດງຄວາມຂອບໃຈຕໍ່ທັງສອງພາກສ່ວນທີ່ນຳຄຳອວຍພອນອັນປະເສີດມາມອບໃຫ້ ພ້ອມທັງອວຍພອນໄຊໃຫ້ສອງພາກສ່ວນຈົ່ງມີແຕ່ຄວາມສຸກ, ຄວາມສະບາຍ, ມີພາລະນາໄມສົມບູນ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ ແລະ ສືບຕໍ່ຊີ້ນຳ-ນຳພາພະນັກງານຫຼັກແຫຼ່ງທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ມີການພັດທະນາກ້າວຂຶ້ນໄປເລື້ອຍໆ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ຕອນບ່າຍຂອງວັນທີ 3 ເມສາ 2018, ພັທ ວຽງພັນ ບຸນພະມີໄຊ ອຳນວຍການໂຮງໝໍ 103 ກອງທັບ ແລະ ພັທ ສຸລິວົງ ລັດວິໄລ ຫົວໜ້າການເມືອງວິທະຍາຄານການແພດກອງທັບ ພ້ອມດ້ວຍຄະນະ ໄດ້ນຳກະຕ່າຂອງຂວັນເຂົ້າອວຍພອນ ພັອ ຄຳບານ ຫຼ້າຄູນເຮືອນ ອຳນວຍການໂຮງໝໍ 5 ເມສາ ກົມໃຫຍ່ພະລາທິການ ພ້ອມດ້ວຍຄະນະ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ ແລະ ຕ້ອນຮັບບຸນປີໃໝ່ລາວ ພສ 2561 ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.