ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ແລະ ບໍລິສັດຊີເອັນພີການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ລົງນາມເຊັນສັນຍາຮັບເໝົາບໍລິການບໍລິເວນຫາດຊາຍແຄມຂອງ (ຫາດດອນຈັນ) ຢູ່ເຂດເມືອງຈັນທະບູລີ ແລະ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 10 ເມສາ 2018, ໂດຍການລົງນາມລະຫວ່າງ ທ່ານ ພູຂົງ ບັນນະວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດຊີເອັນພີການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ, ມີທ່ານເຈົ້າເມືອງຈັນທະບູລີ, ເຈົ້າເມືອງສີໂຄດຕະບອງ ແລະ ຄະນະຮັບຜິດຊອບທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ການລົງນາມເຊັນສັນຍາຄັ້ງນີ້ ໂດຍອີງຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການມອບສິດໃຫ້ເຊັນສັນຍາການຮັບເໝົາບໍລິການບໍລິເວນຫາດຊາຍແຄມຂອງ (ຫາດດອນຈັນ) ຢູ່ເຂດເມືອງຈັນທະບູລີ ແລະ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສະບັບເລກທີ 0342/ຈນວ ລົງວັນທີ 4 ເມສາ 2018 ເພື່ອເປັນການພັດທະນາບໍລິເວນດັ່ງກ່າວໃຫ້ກາຍເປັນເຂດທີ່ມີຄວາມສະອາດງາມຕາ, ເປັນສະຖານທີ່ພັກຜ່ອນ ແລະ ເປັນເຂດທ່ອງທ່ຽວແຄມຂອງ; ເຊິ່ງບໍລິເວນເນື້ອທີ່ດິນທີ່ໄດ້ກໍານົດໃຫ້ບໍລິສັດສໍາປະທານ ເນື້ອທີ່ທັງໝົດ 46 ກວ່າເຮັກຕາ.

ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ໃຫ້ສໍາພາດວ່າ: ລັດຖະບານ ກໍຄືນະຄອນຫຼວງວຽງຈັນ ໄດ້ກໍານົດໃຫ້ ບໍລິສັດຊີເອັນພີການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ສໍາປະທານເປັນໄລຍະ 5 ປີ ແລະ ສາມາດຕໍ່ໄດ້; ເຊິ່ງບໍລິສັດຈະມີແຜນການປັບປຸງແບ່ງເປັນຫຼາຍສ່ວນ ເພື່ອການພັດທະນາຫາດດອນຈັນໃຫ້ມີຄວາມສວຍງາມ ແລະ ເປັນບ່ອນທ່ອງທ່ຽວອີກບ່ອນໜຶ່ງຂອງນະຄອນຫຼວງວຽງຈັນ; ພ້ອມທັງຈັດກິດຈະກໍາແບ່ງເປັນຫຼາຍສ່ວນຄື: ຈັດປະຕິມະກໍາຊາຍ, ຈັດກິລາ, ສວນດອກໄມ້, ສວນປອດສານພິດ, ຮ້ານອາຫານ, ຈະສ້າງສວນທີ່ນັ່ງຊົມຕາເວັນຕົກ ທີ່ຈະພັດທະນາເປັນທະເລວຽງຈັນ ສໍາລັບການພັກຜ່ອນ ແລະ ຈັດກິດຈະກໍາການຫຼິ້ນກິລາທາງນໍ້າ ໂດຍຈະໃຊ້ງົບປະມານແຜນການໃນການລົງທຶນ 8 ຕື້ກວ່າກີບ.