ວັນທີ 9 ເມສາ 2018 ກອງບັນຊາການ ປກສ ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ (5 ເມສາ 1967-5 ເມສາ 2018) ເພື່ອໃຫ້ບັນດາຄະນະພັກ-ຄະນະບັນຊາ ປກສ ເມືອງ, ພະນັກງານຫຼັກແຫຼ່ງຕະຫຼອດພະນັກງານ-ນັກຮົບອ້ອມຂ້າງ ປກສ ເມືອງ ຮັບຮູ້ມູນເຊື້້ອແຫ່ງການກຳເນີດເຕີບໃຫຍ່ ແລະ ສູ້ຮົບມີໄຊຂອງກຳລັງ ປກສ.

ພັທ ສຸລິວັນ ບຸນສະຫງ່າ ຫົວໜ້າກອງບັນຊາການ ປກສ ເມືອງປະທຸມພອນ ໄດ້ປາຖະກະຖາຫວນຄືນການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ ທີ່ເປັນກຳລັງປະກອບອາວຸດປະກອບສ່ວນເຂົ້າເປັນພາລະກິດຕໍ່ສູ້ກູ້ຊາດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເປັນກຳລັງປະຈັນບານທີ່ປະເຊີນໜ້າ ໂດຍກົງກັບອິດທິກຳລັງປໍລະປັກ; ກຳລັງ ປກສ ມີມູນເຊື້ອໃນການກໍ່ສ້າງຮາກຖານການເມືອງ ຕິດພັນສະໜິດແໜ້ນກັບປະຊາຊົນບັນດາເຜົ່າ ເຊິ່ງຍາມໃດກຳລັງປ້ອງກັນຄວາມສະຫງົບ ກໍເປັນກຳລັງທີ່ຈົງຮັກພັກດີຕໍ່ປະເທດຊາດທີ່ມີກຽດສະຫງ່າ, ອຸທິດຊີວິດເລືອດເນື້ອເພື່ອຄວາມສຸກຂອງປະຊາຊົນບັນດາເຜົ່າ ເປັນກຳລັງແກ່ນສານຂອງການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ຮັບປະກັນຄວາມໝັ້ນຄົງຂອງຊາດ, ສະກັດກັ້ນຕ້ານທຸກກົນອຸບາຍທີ່ຫວັງມ້າງເພທຳລາຍແບ່ງແຍກສ້າງຄວາມປັ່ນປ່ວນ, ກໍ່ຄວາມບໍ່ສະຫງົບ ແລະ ການປະຕິບັດໜ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການປ້ອງກັນຜູ້ນຳພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມລະດັບຊາດ ແລະ ສາກົນໃຫ້ມີຄວາມປອດໄພ, ການກຳເນີດເກີດຂຶ້ນຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ໂອກາດດຽວກັນ, ກອງບັນຊາການ ປກສ ເມືອງປະທຸມພອນ ຍັງໄດ້ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຈຳນວນ 14 ສະຫາຍ ຍິງ 1 ສະຫາຍ; ໃນນັ້ນ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 2 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 3 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ, ສິບເອກ ຂຶ້ນ ວາທີ 3 ສະຫາຍ ແລະ ຊັ້ນ I ຂຶ້ນ ສິບຕີ 1 ສະຫາຍ ຍິງ 1 ສະຫາຍ.