ໃນວັນທີ 10 ເມສາ 2018 ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນຄະດີອາຍາ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ຄະດີ ທ້າວ ຄໍາຜົງ ອາຍຸ 62 ປີ ປະຊາຊົນບ້ານອ່າງນໍ້າຫຸມ ເມືອງນາຊາຍທອງ ທີ່ກໍ່ເຫດຄາດຕະກໍາແຟນສາວ ອາຍຸ 50 ປີ ຢູ່ບ້ານອ່າງນໍ້າຫຸມ ເມືອງນາຊາຍທອງ ໃນວັນທີ 24 ມີນາ 2018 ສາເຫດຍ້ອນຄວາມຫຶງຫວງແຟນສາວບອກເລີກ ຈຶ່ງເປັນເຫດໃຫ້ຄາດຕະກໍາໃນຄັ້ງນີ້.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນເວລາ 7:30 ໂມງ ຂອງວັນທີ 25 ມີນາ 2018 ໄດ້ຮັບລາຍງານຈາກ ປກສ ກຸ່ມອີ່ໄລ ວ່າ: ມີຄົນເສຍຊີວິດຢູ່ບ້ານອ່າງນໍ້າຫຸມ. ຈາກນັ້ນ, ຈຶ່ງແຕ່ງກໍາລັງວິຊາສະເພາະລົງກວດກາສະຖານທີ່ ຈຶ່ງຮູ້ວ່າຜູ້ເສຍຊີວິດຊື່ ນາງ ລັດຕະນາ ອາຍຸ 50 ປີ ອາຊີບຄ້າຂາຍ ຢູ່ບ້ານອ່າງນໍ້າຫຸມ ນອນເສຍຊີວິດຢູ່ເຮືອນຂອງ ທ້າວ ຄໍາຜົງ; ຜ່ານການກວດກາສັນນະສູດພົບວ່າ ບໍລິເວນງ່ອນຂອງຜູ້ເສຍຊີວິດ ມີຮອຍບວມຊໍ້າ ແລະ ມີເລືອດໄຫຼອອກມາ; ໃນວັນດຽວກັນ, ຈຶ່ງສືບຮູ້ວ່າຜູ້ລົງມືຄາດຕະກໍາຊື່ ທ້າວ ຄໍາຜົງ ອາຍຸ 62 ປີ ປະຊາຊົນບ້ານອ່າງນໍ້າຫຸມ ເມືອງນາຊາຍທອງ ເປັນຜູ້ກ່ໍເຫດ.

ທ້າວ ຄໍາຜົງ ໃຫ້ການຮັບສາລະພາບວ່າ: ໃນໄລຍະເດືອນກໍລະກົດ 2017 ໄດ້ພົວພັນກັບນາງ ລັດຕະນາ ແບບຊູ້ສາວ, ເປັນເວລາ 10 ເດືອນ ແຕ່ພາຍຫຼັງຄົບກັນມາກໍມີການຜິດຖຽງກັນເປັນປະຈໍາ. ມາໃນວັນທີ 24 ມີນາ 2018, ເປັນມື້ບຸນພະເຫວດຢູ່ບ້ານອ່າງນໍ້າຫຸມ ຕົນເອງໄດ້ໄປດື່ມເຫຼົ້າບອງຢາຢູ່ເຮືອນໝົດ 1 ແກ້ວ, ພໍຮອດເວລາ 19:30 ໂມງ ໄດ້ຂີ່ລົດກະບະ ແດຮັນ ໝາຍເລກທະບຽນ ກດ 3075 ໄປຊອກຫາຜູ້ເສຍຊີວິດຢູ່ຕາມຮ້ານເບຍແຕ່ບໍ່ພົບ. ໃນເວລາຕໍ່ມາ, ນາງ ລັດຕະນາ ໄດ້ໂທຫາໃຫ້ອອກໄປຫາຢູ່ຮ້ານປິ້ງແບ້ແຫ່ງໜຶ່ງພາຍໃນເມືອງ, ພໍໄປຮອດໄດ້ເຫັນນາງ ລັດຕະນາ ນັ່ງດື່ມເບຍກັບຜູ້ຊາຍ ປະມານ 5-6 ຄົນ. ຮອດເວລາ 22:00 ໂມງ ຈຶ່ງພານາງ ລັດຕະນາ ກັບໄປນອນຢູ່ເຮືອນຂອງຕົນ ພໍໄປຮອດເຮືອນກໍໄດ້ນັ່ງລົມກັນ ແຕ່ໃນຂະນະນັ້ນ, ກໍເກີດຜິດຖຽງກັນຮ້າຍແຮງຂຶ້ນຍ້ອນຕົນຫຶງຫວງ. ຈາກນັ້ນ, ກໍໄດ້ລົງມືຕີກັນ ໂດຍຕົນເອງໄດ້ເອົາມືທັງສອງເບື້ອງຈັບຫົວຟາດລົງພື້ນເຮືອນ ຈໍານວນ 3 ບາດ ເຮັດໃຫ້ນາງ ລັດຕະນາ ໝົດສະຕິແຕ່ບໍ່ຮູ້ວ່າເສຍຊີວິດ; ຫຼັງຈາກນັ້ນ, ຕົນເອງຈຶ່ງອຸ້ມ ນາງ ລັດຕະນາ ຂຶ້ນນອນ, ພໍຮອດເວລາ 5:00 ໂມງ ຂອງວັນທີ 25 ມີນາ 2018 ຈຶ່ງລຸກຂຶ້ນມາເຫັນ ນາງ ລັດຕະນາ ເສຍຊີວິດແລ້ວ.

ຈາກນັ້ນ, ຕົນເອງກໍຄິດນ້ອຍໃຈທີ່ລົງມືກໍ່ເຫດ ຈຶ່ງຫາທາງຂ້າຕົນຕາຍຕາມ ດ້ວຍການເອົາໄຟຟ້າຊອດຕົນເອງຈົນລົ້ມລົງ ພໍຮູ້ສຶກຕົວມາ ກໍນອນຢູ່ໂຮງໝໍແລ້ວ; ມາໃນວັນທີ 27 ມີນາ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ.