ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານຂອງການເລື່ອນຊັ້ນ ໃນວັນທີ 10 ເມສານີ້, ປະດັບຊັ້ນໂດຍ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ, ຄະນະກອງບັນຊາການ, ຄະນະຫ້ອງອ້ອມຂ້າງ ປກສ ແຂວງ, ປກສ ເມືອງ 15 ຕົວເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ສີສະໝຸດ ສຸລິຈັນ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 567/ປກສ ລົງວັນທີ 3 ເມສາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດກອງບັນຊາການ ປກສ ແຂວງສະຫວັນນະເຂດ; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 12 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 56 ສະຫາຍ ຍິງ 6 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 100 ສະຫາຍ ຍິງ 12 ສະຫາຍ.

ພ້ອມທັງຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກະຊວງ ປກສ ສະບັບເລກທີ 835/ກມ ປກສ ລົງວັນທີ 26 ມີນາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃນນີ້ເລື່ອນ ຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 127 ສະຫາຍ ຍິງ 26 ສະຫາຍ, ວາ ທີ ຂຶ້ນ ຮ້ອຍຕີ 26 ສະຫາຍ ຍິງ 3 ສະຫາຍ ແລະ ຂໍ້ຕົກລົງສະບັບເລກທີ 794/ກມປກສ ລົງວັນທີ 26 ມີນາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕຳຫຼວດ; ໃນນີ້, ເລື່ອນຊັ້ນ ສິບເອກ ຂຶ້ນ ວາທີ 26 ສະຫາຍ ຍິງ 1 ສະຫາຍ, ສິບໂທ ຂຶ້ນ ສິບເອກ 64 ສະຫາຍ ຍິງ 19 ສະຫາຍ, ສິບຕີ ຂຶ້ນ ສິບໂທ 6 ສະຫາຍ ຍິງ 1 ສະຫາຍ ແລະ ຊັ້ນ I ຂຶ້ນ ສິບຕີ 2 ສະຫາຍ.

ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກ 494 ແລະ 495/ປກສ ລົງວັນທີ 22 ມີນາ 2018 ວ່າດ້ວຍການໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ປກສ ແຂວງສະຫວັນນະເຂດ; ໃນນີ້, ໂຍກຍ້າຍ ພັທ ກອງແພງ ນວນທະວົງ ຈາກກອງຮ້ອຍເອກະລາດປ້ອງກັນບໍ່ຄຳ ເມືອງເຊໂປນ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງ 504, ໂຍກຍ້າຍ ພັຕ ພຸດທະວົງ ຫອມສົມບັດ ຈາກຫ້ອງ 504 ໄປເປັນຮອງຫົວໜ້າກອງຮ້ອຍເອກະລາດປ້ອງກັນບໍ່ຄຳ ເມືອງເຊໂປນ, ແຕ່ງຕັ້ງ ພັຕ ດາວັນ ໄຊຍະລາດ ເປັນຫົວໜ້າກອງຮ້ອຍປ້ອງກັນບໍ່ຄຳເມືອງເຊໂປນ, ແຕ່ງຕັ້ງ ພັຕ ສົມຈິດ ໄຊຍະລິນ ເປັນຮອງ.

ພ້ອມດຽວກັນນີ້, ຍັງໄດ້ປະກາດການຈັດຕັ້ງຂັ້ນພະແນກ, ຫົວໜ້າ ປກສ ກຸ່ມບ້ານ, ຮອງກຸ່ມຫົວໜ້າໝວດ, ຮອງໝວດ ແລະ ຫົວໜ້າໜ່ວຍງານ, ຮອງໜ່ວຍງານຂອງບັນດາຫ້ອງ, ກອງພັນເຄື່ອນທີ່ ແລະ ປກສ ເມືອງທີ່ມີການໂຍກຍ້າຍສັບຊ້ອນປ່ຽນແທນຈຳນວນໜຶ່ງ.