ຄະນະພັກ-ຄະນະນໍາກົມກອງອ້ອມຂ້າງກົມໃຫຍ່ການເມືອງ ປກສ ໄດ້ຈັດພິທີຫົດນໍ້າອວຍພອນ ແລະ ບາສີສູ່ຂວັນໃຫ້ຄະນະພັກ-ຄະນະນໍາກົມໃຫຍ່ການເມືອງ ກະຊວງ ປກສ ໃນວັນທີ 11 ເມສາ 2018, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2560 ແລະ ຕ້ອນຮັບປີໃໝ່ລາວ ພສ 2561 ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ສືບທອດຮີດຄອງປະເພນີຂອງລາວ, ໂດຍມີ ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກກົມໃຫຍ່, ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ.

ການຈັດພິທີອວຍພອນໃນຄັ້ງນີ້ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ, ຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາຂອງຄະນະນໍາກົມໃຫຍ່ການເມືອງ ປກສ ທີ່ໄດ້ໃກ້ຊິດຕິດແທດ, ທຸ່ມເທເຫື່ອແຮງ, ສະຕິປັນຍາ, ຄວາມເສຍສະຫຼະອັນສູງສົ່ງໃນປີຜ່ານມາ ແລະ ເພື່ອພ້ອມກັນສືບຕໍ່ກ້າວເດີນໄປຕາມອຸດົມການຂອງພັກ, ສືບຕໍ່ຈັດຕັ້ງປະຕິບັດບັນດາແຜນວຽກງານຕ່າງໆ ໃນປີ 2018 ທີ່ຄະນະນໍາກົມໃຫຍ່ການເມືອງ ປກສ ວາງໄວ້ໃຫ້ປະກົດຜົນເປັນຈິງຢ່າງເປັນຮູບປະທໍາໃນຕໍ່ໜ້າ; ພ້ອມນີ້, ຍັງເປັນການສືບທອດຮີດຄອງປະເພນີບຸນປີໃໝ່ລາວທີ່ເຄີຍປະຕິບັດກັນມາ, ເຊິ່ງການສະເຫຼີມສະຫຼອງປີໃໝ່ລາວ ພສ 2561 ແມ່ນມີຄວາມໝາຍສໍາຄັນຢ່າງເລິກ, ເຊິ່ງທີ່ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ພ້ອມທັງເປັນການເສີມສ້າງຄວາມສາມັກຄີຮັກແພງເຊິ່ງກັນແລະກັນ ລະຫວ່າງ ຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກຮົບ ອ້ອມຂ້າງກົມໃຫຍ່ການເມືອງ ປກສ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.

ໃນໂອກາດດຽວກັນ, ພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງ ໄດ້ອ່ານສານອວຍພອນ ພ້ອມທັງອວຍພອນໄຊໃຫ້ຄະນະນໍາກົມໃຫຍ່ການເມືອງ ປກສ, ຄະນະບັນຊາກົມກອງອ້ອມຂ້າງກົມໃຫຍ່ ຕະຫຼອດຮອດພະນັກງານ-ນັກຮົບທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ມີຄວາມຜາສຸກໃນຄອບຄົວ.

ຂ່າວຍັງໃຫ້ຮູ້ວ່າ: ໃນວັນດຽວກັນ, ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດພິທີບາສີສູ່ຂວັນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2560 ແລະ ຕ້ອນຮັບປີໃໝ່ລາວ ພສ 2561 ຢ່າງເບີກບານມ່ວນຊື່ນ ແລະ ສືບທອດຮີດຄອງປະເພນີຂອງລາວ, ໂດຍມີ ພັທ ພັດສະດີ ນວນອາສາ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ຄະນະພັກ-ຄະນະບັນຊາກົມ, ຄ້າຍອ້ອມຂ້າງ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.