ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດພິທີແຫ່ຂະບວນໄປຕາມເສັ້ນທາງ ເພື່ອສະເຫຼີມສະຫຼອງສຽງແຄນລາວ ໄດ້ເຂົ້າເປັນມໍລະດົກວັດທະນະທໍາຂອງມວນມະນຸດ ຂຶ້ນໃນວັນທີ 11 ເມສາ 2018 ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີພາກສ່ວນທີ່ກ່ຽວຂ້ອງ, ນັກສະແດງສຽງແຄນລາວ ແລະ ບັນດາມວນຊົນທົ່ວນະຄອນຫຼວງວຽງຈັນ ຈໍານວນຫຼາຍຮ້ອຍຄົນເຂົ້າຮ່ວມ.

ໃນພິທີສະເຫຼີມສະຫຼອງສຽງແຄນລາວ ໄດ້ເຂົ້າເປັນມໍລະດົກວັດທະນະທໍາຂອງມວນມະນຸດໃນຄັ້ງນີ້ ປະກອບມີຫຼາຍລາຍການ ເປັນຕົ້ນແມ່ນເຮັດພິທີຄອບໄຫວ້ຕໍ່ບັນພະບູລຸດຢູ່ອະນຸສາວະລີເຈົ້າຟ້າງຸ່ມ ຫຼັງຈາກນັ້ນກໍແຫ່ໄປຕາມຖະໜົນສຸພານຸວົງ, ຖະໜົນເຊດຖາທິລາດ, ຖະໜົນລ້ານຊ້າງ, ຖະໜົນ 23 ສິງຫາ ແລ້ວເຂົ້າໄປເຮັດພິທີຄອບໄຫວ້ຕໍ່ນັກຮົບ ແລະ ປະຊາຊົນບັນດາເຜົ່າທີ່ໄດ້ເສຍສະຫຼະຊີວິດ ເພື່ອປະເທດຊາດຢູ່ທີ່ອະນຸສາວະລີນັກຮົບນິລະນາມດາວແດງ. ຫຼັງຈາກນັ້ນ, ກໍແຫ່ໄປຕາມຖະໜົນໄກສອນ ເພື່ອເຂົ້່າໄປເຮັດພິທີຄອບໄຫວ້ ແລະ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນໄກສອນ; ນອກນີ້, ພາຍໃນງານຍັງໄດ້ສະແດງລາຍການຕ່າງໆກ່ຽວກັບສຽງແຄນລາວໃຫ້ບັນດາການນໍາ ແລະ ມວນຊົນໄດ້ຮັບຊົມເຖິງຕົ້ນກໍາເນີດ, ປະຫວັດຕ່າງໆຂອງສຽງແຄນລາວ.

ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ສຽງແຄນລາວ ໄດ້ຖືກຮັບຮອງເປັນມໍລະດົກວັດທະນະທຳຂອງມວນມະນຸດ ໃນກອງປະຊຸມຄັ້ງທີ 12 ຂອງຄະນະກຳມະການລະຫວ່າງຊາດ ວ່າດ້ວຍການອະນຸລັກມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ, ເຊິ່ງໄດ້ຈັດຂຶ້ນທີ່ແຂວງເຈຈຸ ສ.ເກົາຫຼີ ໃນວັນທີ 7 ທັນວາ 2017, ເຊິ່ງສະແດງເຖິງໄຊຊະນະໃນການປູກຈິດສຳນຶກເຖິງຄວາມເປັນເອກະລັກ ແລະ ຄວາມເປັນຊາດລາວ ລວມທັງຄວາມເປັນເຈົ້າຂອງວັດທະນະທຳກໍຄືສຽງແຄນລາວ, ເຊິ່ງໄດ້ຖ່າຍທອດຈາກບັນພະບູລຸດລາວ ຈາກຮຸ່ນໜຶ່ງສູ່ຮຸ່ນໜຶ່ງ ກາຍເປັນເອກະລັກວັດທະນະທຳຂອງຊາດລາວ ແລະ ມວນມະນຸດ ທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຮັດໃຫ້ປະຊາຊາຊົນລາວບັນດາເຜົ່າ ແລະ ສາກົນ ເຫັນໄດ້ເຖິງນະໂຍບາຍອັນຈະແຈ້ງຂອງພັກ ແລະ ລັດຖະບານໃນການຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ, ນຳໃຊ້, ມໍລະດົກຂອງຊາດ, ທັງເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມຊື່ນຊົມ, ຍີນດີ ແລະ ພ້ອມກັນປົກປັກຮັກສາ ເພື່ອເຮັດໃຫ້ມໍລະດົກວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ປະກອບສ່ວນເຂົ້າໃນການສ້າງສາພັດທະນາຊີວິດການເປັນຢູ່ຢ່າງແທ້ຈິງ. ນອກນັ້ນ, ຍັງເປັນການສຶກສາຄໍ້າປະກັນແກ່ຄວາມຍືນຍົງຂອງຊາດລາວຕະຫຼອດໄປ.