ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ເລຂາ ຄຊປປລ ພ້ອມຄະນະ ແລະ ນ້ອງໆເຍົາວະຊົນ-ອະນຸຊົນ ໄດ້ເຂົ້າຂໍ່ານັບ ແລະ ອວຍພອນໄຊອັນປະເສີດຕໍ່ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມທັງມີການສະແດງສິລະປະ-ວັນນະຄະດີຂອງຊາວໜຸ່ມ ຊປປລ ແລະ ນ້ອງໆເຍົາວະຊົນອ່ານກອນອວຍພອນ ເນື່ອງໃນວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ (14 ເມສາ 1955-14 ເມສາ 2018) ໃນວັນທີ 11 ເມສາ 2018.

ທ່ານ ອາລຸນໄຊ ສູນນະລາດ ໄດ້ລາຍງານວ່າ: ຊາວໜຸ່ມຍັງຮັກສາໄດ້ມູນເຊື້ອຂອງຊາວໜຸ່ມລາວ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ມີຄວາມເຊື່ອໝັ້ນຕໍ່ເສັ້ນທາງເດີນຂອງປະເທດຊາດ ກໍຄືເສັ້ນທາງສັງຄົມນິຍົມ ປັດຈຸບັນນີ້ຊາວໜຸ່ມລາວກວມເອົາ 60% ຂອງພົນລະເມືອງໃນທົ່ວປະເທດ ເຊິ່ງເປັນກໍາລັງທີ່ມີການເຕີບໃຫຍ່ຂະຫຍາຍຕົວໃຕ້ຮົ່ມທຸງຂອງພັກ ໂດຍສະເພາະລະບົບການຈັດຕັ້ງຊາວໜຸ່ມຂອງພວກເຮົາໃນ 4 ຂັ້ນ ສາມາດເປີດກວ້າງຂະຫຍາຍສະມາຊິກຊາວໜຸ່ມກວມເອົາ 1/2 ຂອງພົນລະເມືອງທົ່ວປະເທດ ແລະ ພ້ອມທັງປະຕິຍານຕໍ່ທ່ານປະທານປະເທດ ວ່າ: ໃນຕໍ່ໜ້າຄະນະຊາວໜຸ່ມຈະພ້ອມກັນເຕົ້າໂຮມຄວາມສາມັກຄີເປັນເອກະພາບຂອງຊາວໜຸ່ມ, ເຍົາວະຊົນລາວ ໃຫ້ໜັກແໜ້ນເຂັ້ມແຂງກວ່າເກົ່າ; ຕັ້ງໜ້າສຶກສາອົບຮົມຊາວໜຸ່ມ, ເຍົາວະຊົນໃຫ້ເຂົ້າໃຈແນວທາງນະໂຍບາຍຂອງພັກ-ລັດ, ມີສະຕິຊາດ, ສະຕິຕໍ່ການຈັດຕັ້ງ ແລະ ສະຕິຕໍ່ສັງຄົມໃນການດໍາລົງຊີວິດໃຫ້ດີກວ່າເກົ່າ ໃຫ້ສົມກັບພັກມອບໝາຍໃຫ້ ເປັນຜູ້ສືບທອດພາລະກິດປະຕິວັດຂອງພັກ; ຕັ້ງໜ້າປັບປຸງການຈັດຕັ້ງຄືນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຈັດຕັ້ງຊາວໜຸ່ມໃຫ້ເຕົ້າໂຮມເອົາຊາວໜຸ່ມທຸກສາຂາອາຊີບເຂົ້າສູ່ການຈັດຕັ້ງເພື່ອສຶກສາອົບຮົມ ໃຫ້ເຂົາເຈົ້າເປັນພົນລະເມືອງດີ ເປັນຜູ້ສືບທອດທີ່ດີ; ອອກແຮງຈັດຕັ້ງຂະບວນການຊາວໜຸ່ມໃຫ້ເປັນຂະບວນຟົດຟື້ນ ຕິດພັນກັບພາລະກິດຂອງພັກ ໂດຍສະເພາະຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານ 3 ສ້າງ ທັງເສີມຂະຫຍາຍທີ່ຕັ້ງ, ພາລະບົດບາດຢ່າງສົມກຽດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຊາວໜຸ່ມ ເພື່ອເປັນກໍາລັງສືບທອດພາລະກິດທີ່ໜັກແໜ້ນເຂັ້ມແຂງ ແລະ ຈົງຮັກພັກດີຕໍ່ພັກ ເພື່ອສືບທອດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄປສູ່ຈຸດໝາຍສັງຄົມນິຍົມ.

ໃນໂອກາດດັ່ງກ່າວ, ທ່ານ ອາລຸນໄຊ ສູນນະລາດ ໄດ້ຕາງໜ້າໃຫ້ ຄຊປປລ ອວຍພອນໄຊອັນປະເສີດໃຫ້ ທ່ານ ບຸນຍັງ ວໍລະຈິດ ພ້ອມຄະນະນໍາຂັ້ນສູງ ຕະຫຼອດຮອດຄອບຄົວຂອງທ່ານ ຈົ່ງມີສຸຂະພາບແຂງແຮງ ເພື່ອສືບຕໍ່ຊີ້ນໍາ-ນໍາພາປະເທດຊາດ ເວົ້າສະເພາະກໍແມ່ນຊາວໜຸ່ມລາວໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

ໃນຕອນທ້າຍ, ທ່ານ ບຸນຍັງ ວໍລະຈິດ ໄດ້ເນັ້ນໃຫ້ ຄຊປປລ ແຕ່ລະຂັ້ນຕ້ອງເອົາໃຈໃສ່ຍົກລະດັບຄຸນນະພາບຂອງສະມາຊິກຊາວໜຸ່ມເປັນແບບຢ່າງທາງດ້ານແນວຄິດ ແລະ ການກະທໍາເນື່ອງຈາກວ່າການບໍາລຸງສ້າງພະນັກງານຊາວໜຸ່ມມີຄວາມສໍາຄັນຫຼາຍ ເພາະວ່າຕິດພັນກັບການສ້າງ ແລະ ຂະຫຍາຍພັກ ເມື່ອມີສະມາຊິກຊາວໜຸ່ມທີ່ດີ, ມີຄວາມຮູ້, ຄວາມສາມາດຈຶ່ງຈະມີສະມາຊິກພັກທີ່ດີ ແລະ ເຂັ້ມແຂງ ພ້ອມທັງຕ້ອງເອົາໃຈໃສ່ບໍາລຸງສ້າງຊາວໜຸ່ມໃຫ້ຂະຫຍາຍຕົວຮອບດ້ານ ເຊິ່ງຕ້ອງມີແຜນເພື່ອການປັບປຸງ, ສະຖາບັນ ຫຼື ໂຮງຮຽນຊາວໜຸ່ມຢູ່ສູນກາງ ແນໃສ່ສ້າງສະມາຊິກຊາວໜຸ່ມໃຫ້ພຽງພໍ ແລະ ມີຄຸນນະພາບ.