ພັທ ກອງແກ້ວ ສິງມີໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນພະນັກງານ-ນັກຮົບທີ່ປ້ອງກັນເສັ້ນທາງລົດໄຟລາວ -ຈີນປະຈໍາແຂວງຫຼວງນໍ້າທາ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ ເພື່ອເປັນການໃຫ້ກໍາລັງໃຈໃຫ້ພະນັກງານ-ນັກ ຮົບທຸກສະຫາຍມີກໍາລັງໃຈໃສການເຮັດວຽກປ້ອງກັນມີຄວາມປອດໄພ 100%.
ການເຄື່ອນໄຫວ ແລະ ຢ້ຽມຍາມຄັ້ງນີ້, ທ່ານຮອງກອງບັນຊາການ ພ້ອມຄະນະໄດ້ຮັບຝັງການລາຍງານສະພາບການຈັດຕັ້ງປະຕິບັດໜ້າທີວຽກງານໂດຍຫຍໍ້ຈາກສະຫາຍຫົວໜ້າຈຸໂດຍສະເພາະແມ່ນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ລວມທັງຜົນງານດ້ານດີໄລຍະຜ່ານມາ ແລະ ດ້ານອ່ອນຂໍ້ຂົງຄ້າງທີ່ຈະໄດ້ພ້ອມກັນສືບຕໍ່ປັບປຸງແກ້ໄຂໃຫ້ມີຜົນສຳເລັດໃນຕໍ່ໜ້າໂດຍການເຮັດໜ້າທີປ້ອງກັນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ປະຈໍາແຂວງຫຼວງນໍ້າທາ ໄດ້ແບ່ງອອກເປັນ 4 ຈຸດ ຄື: ຈຸດປ້ອງກັນສຳນັກງານໃຫ່ຍບໍລິສັດຢູ່ບ້ານນາເຕີຍ, ຈຸດປ້ອງກັນອຸມົງ ແລະ ແຄັມກຳມະ ກອນຢູ່ບ້ານປາສັກ, ຈຸດອຸມົງມິດຕະພາບລາວ-ຈີນ ແລະ ສະຖານີໃຫ່ຍ, ລວມມີກຳລັງທັງໝົດ 54 ສະຫາຍ, ໃນນີ້, ກຳລັງປ້ອງກັນເຄື່ອນທີ່ ປກສ ແຂວງ 21 ສະຫາຍ ແລະ ກອງບັນຊາການປ້ອງກັນເຄື່ອນທີ່ກະຊວງປ້ອງກັນຄວາມສະຫງົບ ມີ 33 ສະຫາຍ.


ພັທ ກອງແກ້ວ ສິງມີໄຊ ຮອງກອງບັນຊາການ ປກສ ແຂວງຫຼວງນໍ້າທາ ກໍໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ບັນດາສະຫາຍຍາດມາໄດ້ໄລຍະຜ່ານມາ ແລະ ທ່ານໄດ້ເໜັ້ນໜັກໃຫ້ບັນດາສະຫາຍເອົາໃຈໃສ່ສຶກ ສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບໃຫ້ເປັນປົກກະຕິຕໍ່ເນື່ອງ, ເອົາໃຈໃສ່ປະຕິບັດລະບຽບການປະຈຳການ, ການນຸ້ງຖືຕ່າງໆໃຫ້ຖືກຕ້ອງຕາມລະບຽບຫຼັກການຂອງກຳລັງວ່າງອອກ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເຂັ້ມແຂງຂຶ້ນເປັນກ້າວໆ ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.
ໂອກາດດັ່ງກ່າວທ່ານກໍໄດ້ມອບເຄື່ອງອຸປະໂພກ, ບໍລິໂພກປະກອບມີ: ປ໋ອງປາ, ໝີ້ໄວໆ, ນໍ້າມັນພຶດ, ນໍ້າປາ, ນໍ້າສະອິວ, ກະເຟ, ໂອວັນ ຕິນ, ສະບູກ້ອນ-ຝຸ່ນ ແລະ ເຄື່ອງຈຳເປັນອື່ນໆອີກຈຳນວນໜື່ງລວມມູນຄ່າທັງໝົດ 3 ລ້ານກີບ ຕ່າງໜ້າກ່າວຮັບຂອງບັນດາສະຫາຍຫົວໜ້າຈຸແຕ່ລະຈຸດ.