ກອງພັນ 207 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ (22 ມີນາ 1955-22 ມີນາ 2018) ແລະ ວັນສ້າງຕັ້ງກຳລັງ ປກສ ຄົບຮອບ 57 ປີ (5 ເມສາ 1961-5 ເມສາ 2018); ໃນວັນທີ 11 ມີນາ 2018 ເພື່ອໃຫ້ພະນັກງານ-ນັກຮົບພາຍໃນກອງພັນ ໄດ້ຮັບຮູ້ເຂົ້າໃຈທາດແທ້ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງ ປກສ; ເປັນກຽດເຂົ້າຮ່ວມປາຖະກະຖາໂດຍ ພັທ ບຸນເຫຼືອ ສັນຕິວົງ ຮອງຫົວໜ້າກອງພັນ 207.

ພັທ ບຸນເຫຼືອ ສັນຕິວົງ ກ່າວວ່າ: ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ສືບທອດອຸດົມການຍິ່ງໃຫຍ່ຂອງພັກກອມມູນິດອິນດູຈີນ, ພັກໄດ້ກໍານົດທາດແທ້, ອຸດົມການ ແລະ ແນວທາງການເມືອງຂອງຕົນອອກຢ່າງຈະແຈ້ງ ເພື່ອນໍາພາທົ່ວປວງຊົນລາວ ຕໍ່ສູ້ກູ້ຊາດຕ້ານຈັກກະພັດຕ່າງດ້າວຜູ້ຮຸກຮານຍາດເອົາເອກກະລາດມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ໄດ້ຢ່າງສົມບູນ ໃນວັນທີ 2 ທັນວາປີ 1975, ນໍາພາປະຊາຊົນປົກປັກຮັກສາ ແລະ ພັດທະນາປະເທດຊາດ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ; ເຮັດໃຫ້ອຸດົມການຂອງພັກປະກົດເປັນຈິງຂຶ້ນຢ່າງເດັ່ນຊັດໃນແຕ່ລະໄລຍະ.

ວັນສ້າງຕັ້ງກຳລັງ ປກສ ຄົບຮອບ 57 ປີ ເປັນວັນທີ່ມີຄວາມໝາຍ-ຄວາມສຳຄັນປະຫວັດສາດ ທາງການເມືອງຂອງຊາດ, ຂອງພັກ ແລະ ຂອງກຳລັງ ປກສ ປະຊາຊົນ, ກຳລັງປ້ອງກັນຄວາມສະຫງົບເປັນກຳລັງທີ່ໄວ້ເນື້ອເຊື່ອໃຈ, ເປັນກຳລັງແກ່ນສານຂອງການປະຕິບັດແນວທາງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ຮັບປະກັນຄວາມໝັ້ນຄົງຂອງຊາດ, ສະກັດກັ້ນຕ້ານທຸກກົນອຸບາຍທຳລາຍມ້າງເພ, ແບ່ງແຍກ ແລະ ການປະຕິບັດໜ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການປ້ອງກັນຜູ້ນຳພັກ-ລັດແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມລະດັບຊາດ ແລະ ສາກົນໃຫ້ມີຄວາມປອດໄພ; ການກຳເນີດເກີດຂຶ້ນຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດຕໍ່ສູ້ປົດປ່ອຍຊາດໃນເມືອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.