ຄະນະພັກ-ຄະນະນໍາກົມກອງອ້ອມຂ້າງກະຊວງ ໄດ້ຈັດພິທີບາສີສູ່ຂວັນ, ຫົດນໍ້າອວຍພອນ ຄະນະພັກ-ຄະນະນໍາກະຊວງ ປກສ ໃນວັນທີ 13 ເມສາ 2018, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2560 ແລະ ຕ້ອນຮັບປີໃໝ່ລາວ ພສ 2561 ໃຫ້ມີບັນຍາການເບີກບານມ່ວນຊື່ນ ແລະ ສືບທອດຮີດຄອງປະເພນີຂອງລາວ, ໂດຍມີ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ, ມີຄະນະພັກກະຊວງ, ຄະນະນໍາກົມກອງອ້ອມຂ້າງ, ແຂກຮັບເຊີນ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການກະຊວງ ປກສ ກ່າວວ່າ: ການຈັດພິທີບາສີສູ່ຂວັນ ແລະ ຫົດນໍ້າອວຍພອນໃນຄັ້ງນີ້ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ, ຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາຂອງຄະນະນໍາກະຊວງ ປກສ ທີ່ໄດ້ໃກ້ສິດຕິດແທດ, ທຸມເທເຫື່ອແຮງ, ສະຕິປັນຍາ, ຄວາມເສຍສະລະອັນສູງສົ່ງໃນປີຜ່ານມາ ແລະ ເພື່ອພ້ອມກັນສືບຕໍ່ກ້າວເດີນໄປຕາມອຸດົມການຂອງພັກ, ສືບຕໍ່ຈັດຕັ້ງປະຕິບັດບັນດາແຜນວຽກງານຕ່າງໆໃນປີ 2018 ທີ່ຄະນະນໍາກະຊວງ ປກສ ວາງໄວ້ໃຫ້ປະກົດຜົນເປັນຈິງຢ່າງເປັນຮູບປະທໍາໃນຕໍ່ໜ້າ; ພ້ອມນີ້, ກໍເພື່ອເປັນການສະຫຼຸບຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນການແກ້ໄຂບັນຫາຢາເສບຕິດ, ການປຸ້ນຈີ້ຊິງຊັບ, ລັກຊັບ, ບັນຫານັກເລງອັນຕະພານ; ໃນນີ້, ມີຫຼາຍຄະດີທີ່ເປັນລາຍໃຫຍ່ທີ່ກະຊວງ ປກສ ສາມາດແກ້ໄຂໄດ້, ຮັບປະກັນການປ້ອງກັນເວນຍາມ, ປ້ອງກັນການນໍາພັກ-ລັດ ແລະ ແຂກຕ່າງປະເທດ, ປ້ອງກັນກອງປະຊຸມໃຫຍ່ຂອງພາກພື້ນ ແລະ ສາກົນ ລ້ວນແຕ່ມີຄວາມຮັບປະກັນຄວາມປອດໄພ 100%; ສໍາລັບການການສະເຫຼີມສະຫຼອງປີໃໝ່ລາວ ຍັງເປັນການສືບທອດຮີດຄອງປະເພນີລາວທີ່ເຄີຍປະຕິບັດກັນມາ ພ້ອມທັງເປັນການສ້າງບັນຍາກາດໃຫ້ມີຄວາມເບີກບານມ່ວນຊື່ນ, ສ້າງຄວາມສາມັກຄີຮັກແພງເຊິ່ງກັນແລະກັນ ລະຫວ່າງຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກຮົບອ້ອມຂ້າງກະຊວງ ປກສ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.

ໃນໂອກາດດຽວກັນ, ພັອ ນາງ ວັດຊະລີ ສິດທິລືໄຊ ປະທານສະຫະພັນແມ່ຍິງ ກະຊວງ ປກສ ໄດ້ຕາງໜ້າໃຫ້ອົງການຈັດຕັ້ງມະຫາຊົນ ຂຶ້ນອ່ານສານອວຍພອນ ພ້ອມທັງອວຍພອນໄຊໃຫ້ຄະນະນໍາກະຊວງ ປກສ, ຄະນະບັນຊາກົມກອງອ້ອມຂ້າງກະຊວງ ຕະຫຼອດຮອດພະນັກງານ-ນັກຮົບທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ແລະ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ.