ເຄືອຂ່າຍຄ້າຢາເສບຕິດຂ້າມຊາດທີ່ມີເຈົ້າພໍ່ຢາເສບຕິດຊາວກຳປູເຈຍ ເປັນຫົວໂປ່ໂຕການ ຮ່ວມຫົວກັບຜູ້ຄ້າຂາຍຢາເສບຕິດທີ່ເປັນຄົນຫວຽດນາມ ພ້ອມກັນເຄື່ອນໄຫວທີ່ມີລັກສະນະສຸດທີ່ແນບນຽນທີ່ສຸດ ແລະ ມີການຈັດຕັ້ງກັນຢ່າງຄັກແນ່, ແຕ່ເຖິງຢ່າງໃດກໍຕາມແຕ່ດ້ວຍຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງພາກສ່ວນວິຊາສະເພາະກຸ່ມເຄືອຂ່າຍດັ່ງກ່າວ ກໍຖືກເຈົ້າໜ້າທີ່ຕຳຫຼວດແຂວງເຕີ້ຍນິ້ງ ມ້າງໄດ້ສຳເລັດ.

ເປົ້າໝາຍທີ່ເປັນຫົວໂປ່ໂຕການທີ່ເປັນຄົນກຳປູເຈຍ ຄົນໜຶ່ງໄດ້ເອົາຕົວມາຫຼົບລີ້ໃນປະເທດຫວຽດນາມ ເຊິ່ງພັກຢູ່ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງກຸ່ມເຄືອຂ່າຍຄ້າຂາຍ, ເຄື່ອນຍ້າຍຢາເສບຕິດ. ນັບແຕ່ທ້າຍປີ 2017 ພັທ ເຈິ່ນວັນດົ້ງ ຫົວໜ້າພະແນກຕໍາຫຼວດສືບສວນ-ສອບສວນອາຊະຍາກຳກ່ຽວກັບຢາເສບຕິດ ກອງບັນຊາການຕຳຫຼວດແຂວງເຕີ້ຍນິ້ງ ໄດ້ຮັບການລາຍງານຂ່າວຈາກພື້ນຖານລັບວ່າ ເທິງເຂດແຂວງເຕີ້ຍນິ້ງ ກຸ່ມຄ້າຂາຍລາຍຍ່ອຍຢາເສບຕິດປະເພດຢາໄອສ໌ ຫຼຸດລົງ ແຕ່ຜູ້ຕິດຢາເສບຕິດພັດເພີ່ມຂຶ້ນຢ່າງໜ້າເປັນຫ່ວງ.

ຕາມສະຖິຕິເກົ່າ ຢາເສບຕິດປະເພດເຮໂຣອິນ ຖືກເຄື່ອນຍ້າຍເຂົ້າມາຫວຽດນາມ ຜ່ານບັນດາເສັ້ນທາງຂ້າມຊາຍແດນ ໂດຍສະເພາະຢາເສບຕິດປະເພດຢາໄອສ໌ ແມ່ນຜ່ານບັນດາຊາຍແດນທີ່ຕິດກັບຈີນ, ບັນດາແຂວງເຂດພາກເໜືອ ຫຼັງຈາກນັ້ນ ແມ່ນແຜ່ກະຈາຍລົງໄປຕາມບັນດາ ແຂວງທາງພາກໃຕ້ ໂດຍຜ່ານຫຼາຍຂັ້ນຫຼາຍ ຕອນ. ຍ້ອນຜ່ານຫຼາຍຂັ້ນຫຼາຍຕອນຄືແນວນັ້ນ ຈຶ່ງເຮັດໃຫ້ລາຄາຢາເສບຕິດສູງຂຶ້ນ. ດັ່ງນັ້ນ, ເມື່ອລົງໄປຮອດແຂວງເຕີ້ຍນິ້ງ ຈຶ່ງເຮັດໃຫ້ລາຄາຢາເສບຕິດມີລາຄາສູງເປັນພິເສດ.

ພັທ ເຈິ່ນວັນດົ້ງ ໄດ້ສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານກ່ຽວກັບຢາເສບຕິດ ໃນກອງປະຊຸມຕໍ່ບັນດາພະນັກງານຫຼັກແຫຼ່ງ ໂດຍຍົກໃຫ້ເຫັນວ່າ: ປັດຈຸບັນສະພາບການເຄື່ອນໄຫວຄ້າຂາຍຢາເສບຕິດແມ່ນຫຼຸດລົງຜິດປົກກະຕິ ເຊິ່ງເຮັດໃຫ້ຫຼາຍທ່ານໃນກອງປະຊຸມໃຫ້ຄຳເຫັນ ແລະ ຄາດຄະເນວ່າ: ອາດເປັນໄປໄດ້ວ່າໃນໄລຍະຜ່ານມານີ້ ຢາເສບຕິດບໍ່ໄດ້ມີການເຄື່ອນໄຫວຂົນສົ່ງເຂົ້າປະເທດທາງທິດເໜືອ ແຕ່ມີການເຄື່ອນໄຫວຂົນສົ່ງຜ່ານເຂົ້າທາງທິດໃຕ້ຕິດກັບກຳປູເຈຍ.

ໂດຍອີງໃສ່ການຄາດຄະເນດັ່ງກ່າວ ພັທ ເຈິ່ນວັນດົ້ງ ຈຶ່ງໄດ້ສະເໜີໃຫ້ທຸກພາກສ່ວນວິຊາສະເພາະດຳເນີນການລົງຕິດຕາມ-ກວດກາ, ດຳເນີນການສົ່ງພະນັກງານວິຊາສະເພາະເຄື່ອນໄຫວຕົວຈິງ ໂດຍສະເພາະຕາມບັນດາດ່ານຊາຍແດນລະຫວ່າງປະເທດ, ເສັ້ນທາງເຊື່ອມຕໍ່ປະເທດ. ຜ່ານການເຮັດວຽກພຽງໄລຍະໜຶ່ງເທົ່ານັ້ນ, ບັນດາພະນັກງານທີ່ໄດ້ຮັບມອບໝາຍ ສາມາດກວດພົບ ແລະ ຢັ້ງຢືນໄດ້ຢ່າງຊັດເຈນວ່າ ບັນດາຜູ້ເສບຢາເສບຕິດໃນແຂວງເຕີ້ຍນິ້ງ ແມ່ນຫັນມາເສບຢາເສບຕິດປະເພດຢາໄອສ໌ ເຊິ່ງທີ່ມາແມ່ນນຳເຂົ້າມາຈາກປະເທດກຳປູເຈຍ ຜ່ານດ່ານຊາຍແດນກຳປູເຈຍ-ຫວຽດນາມ.

ຜ່ານການລົງເກັບກຳຂໍ້ມູນ, ວັດຖຸ, ເອກະສານທີ່ກ່ຽວຂ້ອງ ເຈົ້າໜ້າທີ່ຕຳຫຼວດຍັງໄດ້ພົບກັບຜູ້ຍິງທີ່ຖືກເຈົ້າໜ້າທີ່ສົງໄສຄົນໜຶ່ງ ຊື່ ນາງ ເຢື້ອງ ກິ້ມຮົ່ງ ອາຍຸ 24 ປີ, ຢູ່ຕາແສງເລີ້ຍທ້ວນ ເມືອງ ເບນເກົ່າ ແຂວງເຕີ້ຍນິ້ງ, ພ້ອມກັບຜົວຊື່ ທ້າວ ໂງຕວັນແອ້ງ ອາຍຸ 30 ປີ ທັງສອງແມ່ນມັກຂ້າມໄປຫຼິ້ນການພະນັນທີ່ປະເທດກຳປູເຈຍ ຈົນເປັນເວລາຫຼາຍປີ ຈົນກາຍເປັນຜູ້ຊຳນານທາງການ ໄປ-ມາ ຫຼື ເອີ້ນວ່ານັກພະນັນ ແລະ ກາຍເປັນຫົນທາງໃຫ້ພວກເຂົາຫາເງິນເມື່ອເສຍການພະນັນ ເພື່ອໄດ້ເງິນມາລ້ຽງຊີບຂອງພວກເຂົາ.

ຍ້ອນສາເຫດຂອງການຫຼິ້ນການພະນັນທີ່ຄາຊິໂນດັ່ງກ່າວ ຈຶ່ງເຮັດໃຫ້ພວກເຂົາທັງສອງຕ້ອງປ່ຽນອາຊີບຂອງພວກເຂົາ ໂດຍນຳໃຊ້ການກັບໄປ-ມາ ຫວຽດນາມເປັນບ່ອນສວຍໂອກາດນຳຢາເສບຕິດຄືນໄປຈຳໜ່າຍ, ເຊິ່ງເຈົ້າໜ້າທີ່ສາມາດສືບຮູ້ວ່າທຸກໆຄັ້ງທີ່ທັງຄູ່ຜົວ-ເມຍດັ່ງກ່າວກັບມາປະເທດຫວຽດນາມ ແມ່ນຈະນຳເອົາຫໍ່ສິ່ງຂອງໃດໜຶ່ງມາສົ່ງຕໍ່ໃຫ້ກັບເປົ້າໝາຍຄ້າຢາເສບຕິດທີ່ນະຄອນໂຮ່ຈິມິນ ເມື່ອເຈົ້າໜ້າທີ່ຕິດຕາມ ແລະ ກວດກາໂດຍໃຊ້ວິຊາສະເພາະ ຈຶ່ງສາມາດຮູ້ໄດ້ວ່າທີ່ຈິງຫໍ່ເຄື່ອງດັ່ງກ່າວນັ້ນມັນແມ່ນຢາເສບຕິດປະເພດຢາໄອສ໌.

ເພື່ອບໍ່ໃຫ້ທັງຄູ່ຜົວ-ເມຍດັ່ງກ່າວ ເຄື່ອນໄຫວຄ້າຢາເສບຕິດອີກຕໍ່ໄປ, ພັທ ເຈິ່ນວັນດົ້ງ ໄດ້ສະເໜີເຖິງອົງການສືບສວນ-ສອບສວນ ເຊິ່ງແມ່ນ ພັອ ຫຼີຮົ່ງຊິງ ຮອງຫົວໜ້າກອງບັນຊາການແຂວງເຕີ້ຍນິ້ງ ເພື່ອຂໍຄຳເຫັນປະກອບເອກະສານດຳເນີນຄະດີ. ວັນທີ 22 ມັງກອນ 2018 ພັອ ຫງວຽນ ທິເຟື້ອງ ຫົວໜ້າກອງບັນຊາການຕຳຫຼວດແຂວງເຕິ້ຍນິ້ງ ໄດ້ອອກຄຳສັ່ງປະກອບສຳນວນດຳເນີນຄະດີແຕ່ງຕັ້ງ ຄະນະຮັບຜິດຊອບຄະດີດັ່ງກ່າວ ມອບໜ້າທີ່ຮັບຜິດຊອບມ້າງລາຍຄະດີໃຫ້ຫ້ອງຕຳຫຼວດສືບສວນ-ສອບສວນ ກ່ຽວກັບການຕ້ານ ແລະ ປາບປາມຢາເສບຕິດ.

ຜ່ານການລົງຕິດຕາມຢ່າງໃກ້ຊິດຂອງພະນັກງານຫ້ອງສືບສວນ-ສອບສວນ ການຕິດຕາມເກັບກູ້ຂໍ້ມູນຫຼັກຖານ ແລະ ຄຳໃຫ້ການຂອງປະຊາຊົນອ້ອມຂ້າງເປັນເວລາເກືອບ 2 ເດືອນ, ມາຮອດວັນທີ 14 ມີນາ 2018, ບັນດາພະນັກງານທີ່ໄດ້ຮັບການມອບໝາຍ ໄດ້ລາຍງານກ່ຽວກັບການເຄື່ອນໄຫວຂອງພວກກ່ຽວ ເຊິ່ງຈະມີການຊື້-ຂາຍຢາເສບຕິດກັນ ລະຫວ່າງຄູ່ຜົວ-ເມຍ ໂງຕວັນແອ້ງ ແລະ ນາງ ເຢື້ອງ ກິ້ມ ຮົ່ງ ໃຫ້ກັບເປົ້າໝາຍອື່ນໃນຕອນກາງຄືນວັນທີ 14 ມີນາ 2018 ທີ່ສະຖານທີ່ຂຶ້ນກັບເມືອງເບນເກົ່າ ແຂວງເຕີ້ຍນິ້ງ.

ໃນຂະນະດຽວກັນ, ຫຼັງຈາກໄດ້ຮັບຂ່າວທີ່ເປັນເອກະສັນ ພະນັກງານທັງໝົດທີ່ເຮັດໜ້າທີ່ດັ່ງກ່າວ ເຖິງວ່າເວລາຈະເກືອບທ່ຽງຄືນແລ້ວກໍຕາມ ທັງໝົດແມ່ນໄດ້ກຽມພ້ອມຢູ່ບໍລິເວນສະຖານທີ່ດັ່ງກ່າວ ລໍຖ້າແຕ່ຄູ່ຜົວ-ເມຍດັ່ງກ່າວປະກົດຕົວ. ຕາມແຜນການແມ່ນມອບໃຫ້ຈຸປະຕິບັດງານທີ່ ພັຕ ໂງຮົ່ງແຄ້ງ ຊີ້ນຳຈະເປັນພາກສ່ວນເຂົ້າເຖິງຕົວ ແລະ ຈະມີພະນັກງານຕຳຫຼວດປ້ອງກັນເຄື່ອນທີ່ 20 ກວ່າສະຫາຍ ເຂົ້າສົມທົບ.

ເມື່ອຮອດເວລາເກືອບຊອດແຈ້ງ ຂອງວັນທີ 15 ມີນາ 2018, ກໍປະກົດເຫັນລົດເປົ້າໝາຍປະກົດ ເຊິ່ງລົດໝາຍເລກທະບຽນ 51Y2-7970 ເຈົ້າໜ້າທີ່ກໍໄດ້ເຂົ້າຈັບກຸມຕົວພວກກ່ຽວທັງສອງ ແລ້ວນຳໄປທີ່ຫ້ອງການຕຳຫຼວດ ເພື່ອດຳເນີນການສອບສວນໃນຂັ້ນຕໍ່ໄປ; ການຈັບຕົວພວກກ່ຽວແມ່ນເປັນໄປແບບປິດລັບຮັບປະກັນໄດ້ຄວາມປອດໄພ 100% ສາມາດເກັບກູ້ວັດຖຸຂອງກາງທີ່ເປັນຢາເສບຕິດປະເພດຢາໄອສ໌ 2,1 ກິໂລກຼາມ, ຢາບ້າ 10 ເມັດ, ເງິນສົດ 3 ລ້ານດົ່ງ ແລະ ວັດຖຸຂອງການອື່ນທີ່ກ່ຽວຂ້ອງອີກຫຼາຍຢ່າງ.

ຈາກການສອບສວນໃນເບື້ອງຕົ້ນ ພວກກ່ຽວໄດ້ຮັບສາລະພາບວ່າ: ພວກກ່ຽວເປັນພຽງຜູ້ຮັບຈ້າງຂົນສົ່ງຢາເສບຕິດດັ່ງກ່າວໃຫ້ກັບເປົ້າໝາຍຄົນໜຶ່ງທີ່ເປັນຄົນກຳປູເຈຍ ດ້ວຍຄ່າຈ້າງ 1.600 ໂດລາ ຕໍ່ 1 ຖ້ຽວ ເມື່ອເອົາຢາເສບຕິດຜ່ານຊາຍແດນມາໄດ້ສຳເລັດ ຈະຖືກນຳສົ່ງຕໍ່ໃຫ້ເປົ້າໝາຍອີກຄົນໜຶ່ງທີ່ໃສ່ສາຍາວ່າ (ຫຼາວດ້າຍ) ມາຮັບເອົາ.

ຈາກຂໍ້ມູນດັ່ງກ່າວ, ຜ່ານມາ 3 ມື້ ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມຊອກຫາເປົ້າໝາຍທີ່ໃສ່ຊື່ວ່າ ຫຼາວດາຍ ເມື່ອກວດກາຕົວຈິງແລ້ວຊື່ດັ່ງກ່າວແມ່ນ ສາຍາຂອງ ທ້າວ ຟ້າມຫາຍຖາຍ ເກີດປີ 1993 ຢູ່ເມືອງກໍ່ເດົ່າ ແຂວງເຕິ້ຍນິ້ງ ເຊິ່ງເປັນຜູ້ຕິດຢາເສບຕິດຄົນໜຶ່ງທີ່ບໍ່ມີຈຸດມີໝາຍ. ເມື່ອເຈົ້າໜ້າທີ່ພິສູດແລ້ວນັ້ນບໍ່ສາມາດເປັນເຖິງເຈົ້າພໍ່ຢາເສບຕິດເຖິງ 2 ກວ່າກິໂລກຼາມນັ້ນໄດ້. ສະນັ້ນ, ແລ້ວສາຍາດັ່ງກ່າວນັ້ນມັນແມ່ນໃຜກັນແທ້.

ໃນເວລາດຽວກັນນີ້, ໄດ້ມີການລາຍງານຂ່າວຈາກກອງບັນຊາການຕຳຫຼວດເມືອງເຕິ້ນບ້ຽນ ເຊິ່ງເປັນເມືອງທີ່ມີຊາຍແດນຕິດຈອດກັບແຂວງເຕີ້ຍນິ້ງ ໃຫ້ຮູ້ວ່າ: ພະນັກງານຕິດຕາມເປົ້າໝາຍຂອງພະແນກຕຳຫຼວດຕ້ານ ແລະ ສະກັດກັ້ນຕ້ານຢາເສບຕິດໄດ້ຮັບຂໍ້ມູນລາຍງານວ່າ ມີເປົ້າໝາຍສອງຄົນເຊິ່ງເປັນຄົນກຳປູເຈຍ ກຳລັງກຽມຂົນສົ່ງຢາເສບຕິດຂ້າມມາປະເທດຫວຽດນາມ ຈຳນວນຫຼາຍ; ດັ່ງນັ້ນ, ກອງບັນຊາການຕຳຫຼວດເມືອງເຕີ້ນບ້ຽນ ຈຶ່ງຂຶ້ນແຜນການມ້າງຄະດີດັ່ງກ່າວ ເພື່ອໃຫ້ກະຈ່າງແຈ້ງກ່ຽວກັບເຄືອຂ່າຍເຄື່ອນໄຫວຄ້າຢາເສບຕິດຂ້າມປະເທດດັ່ງກ່າວ.

ພັຕ ໂງຮົ່ງແຄ້ງ ຜູ້ບັນຊາຈຸພະນັກງານສືບຂ່າວທີ 1 ທີ່ຂຶ້ນກັບຄະນະຮັບຜິດຊອບມ້າງລາຍຄະດີກອງບັນຊາການຕຳຫຼວດເມືອງເຕິ້ນບ້ຽນ ໄດ້ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແຕ່ງຕັ້ງພະນັກງານຕິດຕາມເປົ້າໝາຍທີ່ເປັນຄົນກຳປູເຈຍທັງສອງຄົນດັ່ງກ່າວ.

ເມື່ອທັງສອງເປົ້າໝາຍດັ່ງກ່າວ ໄດ້ເດີນທາງເຂົ້າມາດິນແດນຂອງຫວຽດນາມ ປະມານ 100 ກິໂລແມັດF ພວກກ່ຽວໄດ້ຊອກສະຖານທີ່ພັກເຊົາທີ່ເມືອງກໍ່ເຢົ່າ ເພື່ອເປັນການຢຸດພັກແລ້ວຕິດຕໍ່ຫາເປົ້າໝາຍ ຫຼາວດາຍ; ທີ່ຈິງແລ້ວເປົ້າໝາຍ ຫຼາວດາຍ ບໍ່ໄດ້ເປັນພຽງແຕ່ເປົ້າໝາຍທີ່ເຄື່ອນໄຫວຢູ່ພາຍໃນປະເທດແຕ່ຢ່າງດຽວ ແຕ່ຜູ້ກ່ຽວຍັງເປັນຜູ້ນຳພາຂະບວນການຄ້າຢາເສບຕິດຂ້າມຊາດຈາກປະເທດກຳປູເຈຍ ເຂົ້າມາປະເທດຫວຽດນາມ ນຳອີກ.

ເປົ້າໝາຍ ຫຼາວດາຍ ມີຄວາມສະຫຼາດເກີນທີ່ເຈົ້າໜ້າທີ່ພວກເຮົາຄິດ ຜ່ານການລາຍງານຂອງເຈົ້າໜ້າທີ່ວິຊາສະເພາະວ່າ: ເມື່ອພວກກ່ຽວມາພົບກັນແລ້ວ ແຕ່ເປົ້າໝາຍ ຫຼາວດາຍ ບໍ່ໄດ້ຮັບເອົາເຄື່ອງຕອນນັ້ນເລີຍ ແຕ່ຜູ້ກ່ຽວໄດ້ສະເໜີໃຫ້ຍ້າຍສະຖານທີ່ໄປບ່ອນອື່ນ ເຊິ່ງພວກກ່ຽວໄດ້ນັດກັນໄປທີ່ເຮືອນພັກແຫ່ງໜຶ່ງທີ່ຂຶ້ນກັບຄຸ້ມ 3 ນະຄອນເຕີ້ຍນິ້ງ ເພື່ອເອົາສະຖານທີ່ນັ້ນເປັນບ່ອນສົ່ງເຄື່ອງໃຫ້ກັນ. ເມື່ອໄດ້ນັດກັນແນວນັ້ນF ເປົ້າໝາຍ ຫຼາວດາຍ ໄດ້ແຕ່ງຕັ້ງລູກນ້ອງຊື່ ທ້າວ ແຄງ ນຳພາອ້າຍນ້ອງໄປກວດກາຄວາມປອດໄພທີ່ເຮືອນພັກຫຼັງທີ່ພວກເຂົາຈະໄປມອບ-ຮັບຢາເສບຕິດກັນນັ້ນ ເມື່ອເຫັນວ່າປອດໄພແລ້ວ ພວກເຂົາກໍເຂົ້າໄປໃຊ້ບໍລິການ ແລະ ດຳເນີນການຊື້-ຂາຍກັນຢູ່ທີ່ນັ້ນເລີຍ.

ຂໍ້ມູນຫຼ້າສຸດໄດ້ຮັບການລາຍງານດັ່ງກ່າວ, ພັອ ຫຼີຮົ່ງຊິງ ຮອງຫົວໜ້າກອງບັນຊາການຕຳຫຼວດ, ຫົວໜ້າອົງການສືບສວນ-ສອບສວນ ກອງບັນຊາການຕຳຫຼວດແຂວງເຕີ້ຍນິ້ງ ໄດ້ຊີ້ນຳພາກສ່ວນກຳລັງວິຊາສະເພາະມ້າງລາຍຄະດີປິດລັບເຂົ້າຈັບກຸມຕົວເປົ້າໝາຍ ຫຼາວດາຍ ພ້ອມດ້ວຍພັກພວກອີກ 5 ຄົນ.

ຕອນເຊົ້າວັນທີ 22 ມີນາ 2018, ຮອ ຈິ້ງຫງັອກແອ້ງ ຜູ້ຊີ້ນຳພະນັກງານສືບຂ່າວທີ່ຂຶ້ນກັບຄະນະມ້າງລາຍຄະດີເມືອງເຕິ້ນບ້ຽນ ແລະ ພະນັກງານ-ນັກຮົບອີກ 20 ກວ່າສະຫາຍ ເຂົ້າປິດລ້ອມຈັບກຸມເປົ້າໝາຍທີ່ເອົາຕົວລີ້ຊ່ອນທີ່ຕາແສງແທ້ງເຕີ້ຍ ເມືອງເຕິ້ນບ້ຽນ. ເວລາປະມານ 20:45 ໂມງ ເປົ້າໝາຍທີ່ເປັນຄົນກຳປູເຈຍ ໄດ້ຂັບຂີ່ລົດຈັກຜ່ານສະຖານທີ່ດັ່ງກ່າວ ຫວັງມາຕາມນັດສົ່ງຢາເສບຕິດ ກໍຖືກເຈົ້າໜ້າທີ່ຈັບກຸມຕົວ ພ້ອມກວດພົບຂອງກາງຢາໄອສ໌ ໜັກ 5 ກິໂລກຼາມ, ປືນສັ້ນ K54 ໜຶ່ງກະບອກ ພ້ອມລູກກະສຸນເຕັມຝັກ ໃນລັກສະນະກຽມພ້ອມ.

ຜ່ານການສອບສວນຂັ້ນຕົ້ນ ເປົ້າໝາຍທັງສອງຊື່: ທ້າວ Lim so thea ອາຍຸ 34 ປີ ແລະ ທ້າວ buybunly ອາຍຸ 51 ປີ ພວກກ່ຽວຮັບສາລະພາບວ່າ ມີຄົນກຳປູເຈຍຄົນໜຶ່ງ ສະເໜີໃຫ້ພວກກ່ຽວນຳຢາເສບຕິດໜັກ 5 ກິໂລກຼາມ ເຂົ້າມາໃນປະເທດຫວຽດນາມ ແລ້ວຕິດຕໍ່ຫາເປົ້າໝາຍອີກຄົນໜຶ່ງທີ່ມີສາຍາວ່າ ຫຸ່ງບາເຕົ່າ, ທັງສອງໃຫ້ຮູ້ຕື່ມອີກວ່າ ເປົ້າໝາຍດັ່ງກ່າວພັກຢູ່ເຂດເຕິ້ນຝູ ນະຄອນໂຮ່ຈິມິນ ເທົ່ານັ້ນ ແຕ່ບໍ່ຮູ້ວ່າສະຖານທີ່ດັ່ງກ່າວຢູ່ເຂດໃດ.

ເມື່ອພວກກ່ຽວເດີນທາງເຂົ້າມາຮອດປະເທດຫວຽດນາມ ທັງສອງກໍໄດ້ຕິດຕໍ່ຫາບຸກຄົນທີ່ຊື່ ຫຸ່ງບາເຕົ່າ ເພື່ອຕິດຕໍ່ສົ່ງຢາເສບຕິດທີ່ພວກຕົນນຳມານັ້ນໃຫ້ ແຕ່ຜູ້ກ່ຽວບອກວ່າໃຫ້ນຳໄປສົ່ງໃຫ້ກັບອີກຄົນໜຶ່ງທີ່ຊື່ ຫຼາວດາຍ ແລະ ຖ້າຫາກຢາກພົບ ຫຼາວດາຍ ພວກກ່ຽວຕ້ອງໄປໃຫ້ຖືກສະຖານທີ່, ຖືກໂມງເວລາທີ່ຜູ້ກ່ຽວລະບຸໄວ້ ເມື່ອສົນທະນາກັນຜ່ານໂທລະສັບແລ້ວ ທ້າວ ຫຸ່ງບາເຕົ່າ ກໍປ່ຽນເບີໂທລະສັບທັນທີ.

ຫຼັງຈາກທີ່ເຈົ້າໜ້າທີ່ຕຳຫຼວດ ສາມາດຈັບຕົວເປົ້າໝາຍ ຫຼາວດາຍ ໄດ້ແລ້ວ, ພັຕ ໂງຮົ່ງແຄ້ງ ໄດ້ຈັດຕັ້ງພະນັກງານສືບຂ່າວ ອອກຕິດຕາມເປົ້າໝາຍທີ່ມີນາມວ່າ ຫຸ່ງບາເຕົ່າ, ການປະຕິບັດວຽກວິຊາສະເພາະຂອງເຈົ້າໜ້າທີ່ດັ່ງກ່າວ ກໍປຽບເໝືອນງົມເຂັມໃນມະຫາສະໝຸດ; ແຕ່ຜ່ານການເຮັດວຽກຕົວຈິງ ຕອນເຊົ້າຂອງມື້ ຕໍ່ມາ ເຈົ້າໜ້າທີ່ພວກເຮົາກໍສາມາດຮູ້ໄດ້ບຸກຄົນທີ່ໃສ່ສາຍາວ່າ ຫຸ່ງບາເຕົ່າ ເຊິ່ງແມ່ນ ທ້າວ ຟຸ່ງຮົ່ງຮຸ້ຍ. ທ້າວ ຮຸ້ຍ ເປີດຮ້ານຂາຍກາເຟທີ່ເຮືອນຂອງຕົນເອງ ທີ່ຖະໜົນແທັກລາມ ເຂດເຕິ້ນຝູ ເພື່ອເປັນສາກບັງໜ້າໃນການເຄື່ອນໄຫວຄ້າຂາຍຢາເສບຕິດ.

ຜູ້ກ່ຽວໄດ້ເຊົ່າຫ້ອງທີ່ຄອນໂດ Rubyland ທີ່ຂຶ້ນກັບຄຸ້ມເຕິ້ນເຖີຍຮວ່າ ເພື່ອເປັນບ່ອນເກັບມ້ຽນຢາເສບຕິດຂອງຜູ້ກ່ຽວທີ່ຮັບຈາກເປົ້າໝາຍຄົນກຳປູເຈຍ. ຂໍ້ມູນດັ່ງກ່າວຖືກລາຍງານໃຫ້ຄະນະຮັບຜິດຊອບລາຍຄະດີ, ອາດເວົ້າໄດ້ວ່າ ເຖິງເວລາປິດຄະດີດັ່ງກ່າວແລ້ວ ພັທ ເຈິ່ນ ວັນດົ້ງ ຈຶ່ງອອກຄຳສັ່ງຈັບແບບເລັ່ງດ່ວນ.

ເວລາ 13:30 ໂມງ ຂອງວັນທີ 24 ມີນາ 2018, ພະນັກງານຊີ້ນຳ ພ້ອມພະນັກງານ-ນັກຮົບ 20 ກວ່າສະຫາຍ ໄດ້ເຂົ້າປິດລ້ອມຄອນໂດ Rubyland ທີ່ເປັນບ່ອນເກັບມ້ຽນຢາເສບຕິດຂອງ ທ້າວ ຮຸ້ຍ ແລະ ອີກຈຸໜຶ່ງແມ່ນຕິດຕາມ ແລະ ປິດລ້ອມເຮືອນຂອງຜູ້ກ່ຽວທີ່ຖະໜົນແທັກລາມ ເຊິ່ງລໍຖ້າການປະຕິບັດງານຂອງຈຸທີ່ສອງກຽມເຂົ້າຈັບກຸມຜູ້ກ່ຽວກັບພັກພວກທີ່ຄອນໂດ ແລ້ວຈຶ່ງປະຕິບັດຄຳສັ່ງເຂົ້າກວດຄົ້ນສະຖານທີ່.

ໃນຄະນະຜູ້ຊີ້ນຳການເຂົ້າຈັບກຸມຜູ້ກ່ຽວທີ່ຄອນໂດ Rubyland ແຕ່ບັງເອີນເມື່ອຜູ້ກ່ຽວເຫັນເຈົ້າໜ້າທີ່ຕຳ ຫຼວດ ກໍຮ້ອງໂຮໃຫ້ພັກພວກພ້ອມກັນປະກອບອາວຸດກຽມຕໍ່ສູ້ຄືນກັບເຈົ້າໜ້າທີ່ ແຕ່ສຸດທ້າຍກໍຖືກເຈົ້າໜ້າທີ່ພວກເຮົາປິດລ້ອມ ແລະ ຈັບຕົວພວກກ່ຽວໄດ້ທັງໝົດ 8 ຄົນ; ເມືື່ອຖືກຈັບ ທ້າວ ຮຸ້ຍ ຍັງສະເໜີໃຫ້ເຈົ້າໜ້າທີ່-ທີ່ຈັບຕົວພວກກ່ຽວວ່າ: ຖ້າພວກອ້າຍປ່ອຍຕົວ ຈະເອົາເງິນໃຫ້ຄົນລະ 100.000 ໂດລາ ແຕ່ເຈົ້າໜ້າທີ່ພວກເຮົາກໍບໍ່ໄດ້ສົນໃຈຕໍ່ຄຳສະເໜີດັ່ງກ່າວ. ນອກນັ້ນ, ເມຍຂອງ ທ້າວ ຮຸ້ຍ ຊື່ ນາງ ຫງວຽນທິຫງັອກຖຸຍ ກໍຖືກເຈົ້າໜ້າທີ່ຕຳຫຼວດຈັບຕົວມາສືບສວນ-ສອບສວນເຊັ່ນກັນ.

ອາດເວົ້າໄດ້ວ່າ, ນີ້ແມ່ນຄະດີຈັບກຸມຄະດີຢາເສບຕິດທີ່ມີຂະໜາດໃຫຍ່ທີ່ສຸດທີ່ເຄີຍມີມາຂອງແຂວງເຕິ້ຍນິ້ງ ແລະ ເປັນອັນດັບສອງຮອງຈາກຄະດີທີ່ເກີດທີ່ນະຄອນໂຮ່ຈິມິນ, ບັນດາພະນັກງານ-ນັກຮົບ ພະແນກຕຳຫຼວດສືບສວນ-ສອບສວນກ່ຽວກັບການຕ້ານຢາເສບຕິດ ກອງບັນຊາການຕຳຫຼວດແຂວງເຕິ້ຍນິ້ງ ຖືກບັນທຶກຜົນງານທີ່ສາມາດເຮັດສຳເລັດໜ້າທີ່ອັນພົ້ນເດັ່ນນີ້ໃນປຶ້ມປະຫວັດສາດຂອງກອງບັນຊາການ.