ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານຂອງການເລື່ອນຊັ້ນ ໃນວັນທີ 12 ເມສາ 2018 ປະດັບຊັ້ນໂດຍ ພັທ ອິນສົມ ທຳລະສີນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ກອງ, ຄ້າຍ, ລປພ, ປກສ ເມືືອງ, ປກສ ເຂດ, ຫົວໜ້າ-ຮອງພະແນກ ຕະຫຼອດຮອດພະນັກງານ-ນັກຮົບ ອ້ອມຂ້າງກອງບັນຊາການເຂົ້າຮ່ວມ.

ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 6 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 18 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 8 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 3 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 23 ສະຫາຍ, ສິບເອກ ຂຶ້ນ ວາທີ 3 ສະຫາຍ, ສິບໂທ ຂຶ້ນ ສິບເອກ 47 ສະຫາຍ, ສິບຕີ ຂຶ້ນ ສິບໂທ 2 ສະຫາຍ ແລະ ຊັ້ນ I ຂຶ້ນ ສິບຕີ 2 ສະຫາຍ.

ພ້ອມດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ວ່າດ້ວຍການແຕ່ງຕັ້ງຕຳແໜ່ງງານຂັ້ນຕ່າງໆ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ແລະ ກອງບັນຊາການ ປກສ ແຂວງ ວ່າດ້ວຍການຍ້ອງຍໍຊົມເຊີຍບຸກຄົນ, ແລະ ກົມກອງລວມໝູ່ ປີ 2017 ທີມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ, ສະຕິປັນຍາເພື່ອພັດທະນາແຂວງຫຼວງນໍ້າທາ, ໃນນີ້ໄດ້ຮັບໃບຍ້ອງຍໍຂັ້ນແຂວງ 205 ສະຫາຍ ຍິງ 25 ສະຫາຍ, ໃບຊົມເຊີຍ 226 ສະຫາຍ ຍິງ 68 ສະຫາຍ ແລະ ໃບຍ້ອງຍໍຂັ້ນກອງບັນຊາການ ປກສ ແຂວງ 267 ສະຫາຍ, ມອບໂດຍ ພັທ ອີນສົມ ທຳລະສີນ.

ໂອກາດດຽວກັນນັ້ນ, ທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ສະແດງຄຳຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ແລະ ຍ້ອງຍໍຄັ້ງນີ້, ພ້ອມທັງເນັ້ນໜັກແຕ່ລະສະຫາຍເອົາໃຈໃສ່ຝຶກຝົນຫຼ່ໍຫຼອມທາງດ້ານຄຸນສົມບັດສິນທຳປະຕິວັດ, ມີສະຕິລະວັງຕົວສູງ ພ້ອມທັງຍົກລະດັບຄວາມຮູ້ຄວາມສາມາດຂອງຕົນເອງໃຫ້ສູງຂຶ້ນຕື່ມ ເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບເຂັ້ມແຂງຂຶ້ນທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.