ໃນປີ 2017, ກໍາລັງ ປກສ ເມືອງຫີນບູນ ໄດ້ມີຄວາມເຂັ້ມງວດໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເຊິ່ງສາມາດມ້າງຄະດີຢາເສບຕິດທີ່ເກີດຂຶ້ນໄດ້ 63 ເລື່ອງ ກັກຜູ້ຖືກຫາໄດ້ 68 ຄົນ ຍິງ 13 ຄົນ ຢຶດຂອງກາງຢາບ້າໄດ້ 35.062 ເມັດ.

ໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ຂອງກອງບັນຊາການ ປກສ ເມືອງຫີນບູນ ແຂວງຄຳມ່ວນ ພັທ ພູເພັດ ຫອມສົມບັດ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫີນບູນ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວປະຕິບັດວຽກງານ ປກສ ໃຫ້ຮູ້ວ່າ: 1 ປີຜ່ານມາ, ກຳລັງ ປກສ ເມືອງ ໄດ້ເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດຢ່າງເຂັ້ມງວດສາມາດມ້າງຄະດີຢາເສບຕິດໄດ້ 63 ເລື່ອງ, ກັກຜູ້ຖືກຫາໄດ້ 68 ຄົນ ຍິງ 13 ຄົນ, ຢຶດຂອງກາງຢາບ້າ 35.062 ເມັດ, ຄັນຊາແຫ້ງ 500 ກິໂລກຼາມ, ລົດເກງ 1 ຄັນ, ລົດວີໂກແຊ້ມ 1 ຄັນ ພ້ອມດ້ວຍຄັນຊາແຫ້ງອັດແທ່ງ ຈຳນວນ 3.680 ກິໂລກຼາມ.

ນອກນັ້ນ, ຍັງມີຄະດີອາຍາເກີດຂຶ້ນທັງໝົດ 74 ເລື່ອງ ສາມາດມ້າງໄດ້ 61 ເລື່ອງ ກັກຜູ້ຖືກຫາ 84 ຄົນ ຍິງ 2 ຄົນ; ມີອຸບັດຕິເຫດເກີດຂຶ້ນທັງໝົດ 47 ເລື່ອງ, ພາຫະນະເປ່ເພທັງໝົດ 88 ຄັນ, ເປ່ເພສົມຄວນ 69 ຄັນ, ເປ່ເພເລັກໜ້ອຍ 19 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 24 ຄົນ ຍິງ 1 ຄົນ, ບາດເຈັບສົມຄວນ 44 ຄົນ ຍິງ 6 ຄົນ, ບາດເຈັບສາຫັດ 4 ຄົນ ແລະ ເສຍຊີວິດ 9 ຄົນ ຍິງ 1 ຄົນ, ມີອັກຄີໄພເກີດຂຶ້ນທັງໝົດ 3 ຄັ້ງ ຜົນເສຍຫາຍໄຟໄໝ້ເຮືອນ 3 ຫຼັງ ສາເຫດຍ້ອນໄຟຟ້າລັດວົງຈອນ ແລະ ຄົນຮ້າຍວາງເພີງມູນຄ່າເສຍຫາຍທັງໝົດ 500 ລ້ານກວ່າກີບ.

ສຳລັບທິດທາງແຜນການໃນປີນີ້ ກຳລັງ ປກສ ເມືອງ ຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດເນື້ອໃນ 4 ແຜນງານ 41 ໂຄງກາງ ທີ່ກະຊວງປ້ອງກັນຄວາມສະຫງົບວາງອອກ ແລະ ສຸມໃສ່ຈັດຕັ້ງປະຕິບັດ 4 ແຜນງານ 16 ໂຄງການທີ່ກຳລັງປ້ອງກັນຄວາມສະຫງົບ ເມືອງຫີນ ບູນວາງອອກໃຫ້ສຳເລັດຕາມລະດັບຄາດໝາຍ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນອາທິດແລ້ວນີ້, ເປັນປະທານໂດຍ ພັທ ຄຳແດງ ຫອມມະລາ ຫົວໜ້າກອງບັນຊາການ ປກສ ເມືອງຫີນບູນ, ມີທ່ານ ຄຳຜຸຍ ທອນພັກດີ ເຈົ້າເມືອງໆຫີນບູນ, ພັທ ພົມມາ ເດດຂຸນຟອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ພ້ອມດ້ວຍບັນດາຄະນະຫ້ອງ, ຄະນະກອງບັນຊາການ ປກສ ເມືອງ ພະນັກງານຫຼັກແຫຼ່ງ ແລະ ພະນັກງານນັກຮົບເຂົ້າຮ່ວມ.