ວັນທີ 23 ເມສາ 2018, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການກຽມສ້າງ ສະຫະພັນຊາວໜຸ່ມແຫ່ງຊາດລາວ ຂຶ້ນ ເພື່ອເປັນການເຕົ້າໂຮມຄວາມສາມັກຄີຂອງຄົນຮຸ່ນໜຸ່ມ ໃຫ້ມີສ່ວນຮ່ວມທຸກໆການເຄື່ອນໄຫວ, ການປະກອບຄໍາຄິດ-ຄໍາເຫັນຕ່າງໆທາງດ້ານການເມືອງ ແລະ ສັງຄົມ ໂດຍການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສຊປລ ມີບັນດາການນໍາຂັ້ນສູງຂອງອົງການພັກ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານ ສຊປລ ໄດ້ກ່າວວ່າ: ການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ເປັນການກະກຽມຄວາມພ້ອມດ້ານເນື້ອໃນ, ຮູບການ, ວິທີການຕ່າງໆໃຫ້ມີຄວາມເປັນເອກະພາບໃນການສ້າງຕັ້ງສະຫະພັນຊາວໜຸ່ມແຫ່ງຊາດລາວ; ໂດຍອີງຕາມກົດໝາຍ ວ່າດ້ວຍຄະນະຊາວໜຸ່ມ ປປລ ມາດຕາ 3 ຂໍ້ 10 ວ່າດ້ວຍສະຫະພັນຊາວໜຸ່ມແຫ່ງຊາດລາວ ແລະ ການຊີ້ນໍາ, ຂອງພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ປອ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປລາວ ໃນວັນທີ 11 ເມສາ 2018.

ຈຸດປະສົງໃນການສ້າງຕັ້ງ ສະຫະພັນຊາວໜຸ່ມແຫ່ງຊາດລາວ ກໍເພື່ອເຕົ້າໂຮມຄວາມສາມັກຄີຂອງຄົນຮຸ່ນໜຸ່ມຜູ້ສືບທອດຊາຕາກໍາຂອງປະເທດຊາດ ໃຫ້ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ ເພື່ອພ້ອມກັນປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ໃຫ້ເຂົາໄດ້ມີສ່ວນຮ່ວມທຸກໆການເຄື່ອນໄຫວ, ການປະກອບຄໍາຄິດຄໍາເຫັນຕ່າງໆ, ທາງດ້ານການເມືອງ ແລະ ສັງຄົມ.

ຊາວໜຸ່ມແມ່ນແກ້ວຕາດວງໃຈຂອງພັກ-ຂອງປະເທດຊາດ, ກຽມພ້ອມສືບທອດພາລະກິດຂອງປະເທດຊາດຮຸ້ນຕໍ່ຮຸ່ນໄປເລື້ອຍໆ ແຕ່ກົງກັນຂ້າມຊາວໜຸ່ມຍັງເປັນຈຸດຫໍ່ຼແຫຼມໃນການເປັນບັນຫາຫຍໍ້ທໍ້ໃຫ້ສັງຄົມ ເປັນຜູ້ປ່ຽນແປງອັນຕະລາຍຮ້າຍແຮງຕໍ່ປະເທດຊາດເຊັ່ນກັນ. ຊາວໜຸ່ມມີຫຼາຍສາຂາອາຊີບເຊັ່ນ ຄ້າຂາຍ, ສາດສະໜາ, ການສຶກສາ, ເລ່ລ້ອນ ແລະ ນິຍົມແບບຕາເວັນຕົກ ເຫຼົ່ານີ້ເປັນຕົ້ນ. ບາງກຸ່ມແມ່ນບໍ່ຢາກເຂົ້າຮ່ວມເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ແຕ່ຖ້າແມ່ນສະຫະພັນຊາວໜຸ່ມຂອງມວນຊົນ-ສັງຄົມ ແມ່ນເຂົາເຈົ້າຢາກເຂົ້າເປັນສະມາຊິກ. ຫາກບໍ່ສາມາດເກັບກຳກຸ່ມເຫຼົ່ານີ້ໄວ້ ອາດຖືກກຸ່ມຄົນທີ່ບໍ່ຫວັງດີຕໍ່ພັກ-ລັດ ມາກໍາຊາວໜຸ່ມເຫຼົ່ານັ້ນ ແລ້ວຈະເຮັດໃຫ້ປະເທດຊາດບໍ່ມີສະຖຽນລະພາບທາງດ້ານການເມືອງ ຈະສົ່ງຜົນກະທົບຕໍ່ການສ້າງສາ ແລະ ພັດທະນາປະເທດຊາດ.