ຂ່າວຕ່າງປະເທດລາຍງານໃນວັນທີ 23 ເມສາ ນີ້ວ່າ: ປະທານາທິບໍດີຂອງນິກາຣາກົວ ປະກາດຍົກເລີກແຜນການ ປະຕິຮູບລະບົບປະກັນສັງຄົມ ຫຼັງຈາກເກີດມີການປະທ້ວງຄັ້ງໃຫຍ່ຕັ້ງແຕ່ອາທິດຜ່ານມາ ແລະ ເຮັດໃຫ້ມີຜູ້ເສຍຊີ ວິດແລ້ວຢ່າງໜ້ອຍ 25  ຄົນ.

ທ່ານ ດານຽນ ອໍເຕກາ ປະທານາທິບໍດີ ນິກາຣາກົວ ໄດ້ອອກຖະແຫຼງການປະກາດຍົກເລີກແຜນການປະຕິຮູບລະ ບົບປະກັນສັງຄົມທີ່ຜ່ານຄວາມເຫັນດີຈາກສະພາ ໃນວັນທີ 16 ເມສາ ຜ່ານມາ, ເຊິ່ງເປັນສາເຫດເຮັດໃຫ້ມີການ ກໍ່ເຫດປະທ້ວງ. ພ້ອມທັງຮຽກຮ້ອງໃຫ້ພາກເອກະຊົນທີ່ກ່ຽວຂ້ອງເຂົ້າຮ່ວມປຶກສາຫາລືກັບລັດຖະບານຢ່າງຮີບດ່ວນ.

ເຫດການປະທ້ວງດັ່ງກ່າວ, ໄດ້ເກີດຂຶ້ນຢູ່ໃນເມືອງໃຫຍ່ຫຼາຍແຫ່ງຂອງນິກາຣາກົວ ໂດຍສະເພາະແມ່ນ ຢູ່ໃນນະຄອນ ຫຼວງມານາກົວ ໄດ້ເກີດເຫດການປະທ້ວງຢ່າງຮ້າຍແຮງນັບຕັ້ງແຕ່ວັນທີ່ສະພາມີມະຕິຮັບ ຮອງເອົາແຜນປະຕິຮູບ ລະບົບປ້ອງກັນສັງຄົມເຮັດໃຫ້ມີຜູ້ເສຍຊີວິດແລ້ວ 25 ຄົນ ແລະ ມີຜູ້ທີ່ໄດ້ຮັບບາດເຈັບຫຼາຍກວ່າ 100 ຄົນ, ໂດຍແຜນການປະຕິຮູບລະບົບປະກັນສັງຄົມໃນຄັ້ງນີ້ຄື: ການຫຼຸດລະດັບ ສະຫວັດດີການທັງໝົດລົງ 5% ແລະ ເພີ່ມການຈ່າຍ ເງິນສະສົມຂອງນາຍຈ້າງ ແລະ ລູກຈ້າງເຂົ້າກອງທຶນສຳຮອງລ້ຽງຊີບ ເພື່ອເປັນການຫຼຸດພາລະໜີ້ ສິນຂອງອົງກອນ.

ສະຖານະການທີ່ເກີດຂຶ້ນເປັນຄວາມທ້າທາຍທີ່ຍິ່ງໃຫຍ່ຂອງລັດຖະບານນິກາຣາກົວ; ເຊິ່ງປັດຈຸບັນ, ທ່ານ ດານຽນ ອໍເຕກາ ປະທານາທິບໍດີ ນິກາຣາກົວ ອາຍຸ 72 ປີ ທີ່ໄດ້ເຂົ້າຮັບຕຳແໜ່ງຕັ້ງແຕ່ປີ 2007,  ຂະນະທີ່ກະຊວງການຕ່າງ ປະເທດສະຫະລັດ ອາເມລິກາ, ສະຫະພາບເອີຣົບ (EU) ໄດ້ຮຽກຮ້ອງໃຫ້ ລັດຖະບານນິກາຣາກົວ ຢຸດໃຊ້ຄວາມຮຸນ ແຮງຕໍ່ປະຊາຊົນ.

ເຖິງແມ່ນວ່ານິກາຣາກົວ ເປັນປະເທດທີ່ທຸກຍາກທີ່ສຸດໃນທະວີບອາເມລິກາໃຕ້ ແຕ່ນິກາຣາກົວ ຍັງຖືເປັນປະເທດ ໜຶ່ງທີ່ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງ ແລະ ສັງຄົມ ຢູ່ໃນລະດັບທີ່ດີ.