ພັທ ສົມສັກ ອຸ່ນມີໄຊ ຮອງຫົວໜ້າຫ້ອງພະລາທິການ ປກສ ແຂວງຜົ້ງສາລີ ພ້ອມຄະນະ ໄດ້ເຄື່ອນໄຫວເຜີຍແຜ່ບົດແນະນຳວິທີການປ້ອງກັນຮັກສາສຸຂະພາບ ແລະ ກວດສຸຂະພາບໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດກອງບັນຊາການ ປກສ ເມືອງບຸນເໜືອ, ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ແລະ ດ່ານປ່າຄາ ໃນລະຫວ່າງວັນທີ 11-13 ເມສາ 2018 ທີ່ຜ່ານມານີ້.

ພັທ ສົມສັກ ອຸ່ນມີໄຊ ກ່າວວ່າ: ການລົງເຜີຍແຜ່ວິທີການປ້ອງກັນຮັກສາສຸຂະພາບໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ຕະຫຼອດຮອດພະນັກງານ-ນັກຮົບຢູ່ ປກສ ເມືອງບຸນເໜືອ, ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ແລະ ດ່ານປ່າຄາ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກຳແໜ້ນຕໍ່ເນື້ອໃນຂອງການແນະນຳ ແລະ ໂຄສະນາການຮັກສາອະນາໄມຢູ່ສຳນັກງານໃຫ້ມີຄວາມສະອາດຈົບງາມ ແລະ ຫາວິທີປ້ອງກັນພະຍາດໃນແຕ່ລະລະດູໃຫ້ທ່ວງທັນກັບສະພາບແວດລ້ອມ ໂດຍສະເພາະແມ່ນຍົກສູງສະຕິລະວັງຕົວ, ສະກັດກັ້ນ-ປ້ອງກັນ ແລະ ປິ່ນປົວພະຍາດທີ່ເກີດຂຶ້ນກັບຕົວທ່ານ ແລະ ຄອບຄົວ. ໂດຍສະເພາະແມ່ນພະຍາດໄຂ້ຍຸງລາຍ, ໄຂ້ຫວັດໃຫຍ່ຈະມີອາການໄຂ້ສູງ, ອຸນຫະພູມເຖິງ 38-39 ອົງສາ, ມີອາການປວດຕາມຕົນຕົວ, ປວດຕາມຂໍ້ກະດູກ ແລະ ເຈັບຫົວຕົວຮ້ອນ, ນ້ຳມູກໄຫຼ, ປວດເມື່ອຍກ້າມຊິ້ນ, ໄອ ຫຼື ຈາມ ແລະ ອັກເສບ; ພະຍາດດັ່ງກ່າວຕິດມາຈາກຜູ້ທີ່ຕິດເຊຶ້ອໄວຣັດສ໌ມາກ່ອນ; ສະນັ້ນ, ທຸກຄົນຄວນເສີມສ້າງຮ່າງກາຍໃຫ້ມີຄວາມເຂັ້ມແຂງ ຮູ້ວິທີຮັກສາສຸຂະອະນາໄມ ໂດຍສະເພາະການກິນດື່ມ ແລະ ກິນອາຫານໃຫ້ຄົບ 5 ໝູ່, ອອກກຳລັງກາຍຢ່າງສະໝ່ຳສະເໝີ, ພັກຜ່ອນໃຫ້ພຽງພໍຢ່າງໜ້ອຍ 6-8 ຊົ່ວໂມງຕໍ່ມື້, ດື່ມນ້ຳອຸ່ນ ຫຼື ນ້ຳສະອາດ ຈະເຮັດໃຫ້ສຸຂະພາບແຂງແຮງດີ.