ໃນອາທິດຜ່ານມາ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ສະເຫຼີມສະຫຼອງວັນນໍ້າໂລກ ຄົບຮອບ 24 ປີ (22 ມີນາ 1994-22 ມີນາ 2018) ໂດຍການເປັນປະທານ ຂອງທ່ານ ສົມພອນ ໄຊດວງຕາ ເຈົ້າເມືອງໆທົ່ງມີໄຊ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອົງ ການກົມກອງຕະຫຼອດຮອດພະນັກງານພາຍໃນຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມຢ່າງພ້ອມພຽງ.


ທ່ານ ສົມພອນ ໄຊດວງຕາ ເຈົ້າເມືອງໆທົ່ງມີໄຊ ໄດ້ກ່າວວ່າ: ເນື່ອງໃນ ໂອກາດວັນນ້ຳໂລກ ຄົບຮອບ 24 ປີ ແມ່ນຂີດໝາຍ ແລະ ບາດກ້າວອັນສຳຄັນໜຶ່ງ ເພື່ອປຸກລະດົມຈິດສຳນຶກໃຫ້ປວງຊົນເຫັນບົດບາດ, ຄວາມສຳຄັນຂອງນ້ຳ ແລະ ຊັບພະຍາກອນແຫຼ່ງນ້ຳ ພ້ອມດຽວກັນນັ້ນ, ກໍເປັນການປະກອບສ່ວນໃນການປະຕິບັດພັນທະຂອງ ສປປ ລາວ ກໍຄືເມືອງທົ່ງມີໄຊສ້າງຂະບວນການສະເຫຼີມສະຫຼອງວັນນ້ຳໂລກ ເປັນການສ້າງຈິດສຳນຶກໃນການໃຊ້ນ້ຳຮ່ວມກັນເພາະ ວ່ານ້ຳເປັນຊັບພະຍາກອນທີ່ສຳຄັນຕໍ່ຊີວິດຂອງຄົນເຮົາ ແລະ ມີບົດບາດສຳຄັນຕໍ່ການພັດທະນາຂອງທຸກປະ ເທດໃນໂລກ; ເຊິ່ງເມືອງທົ່ງມີໄຊ ເປັນເມືອງໜຶ່ງທີ່ມີຄວາມອຸດົມສົມບູນດ້ວຍຊັບພະຍາກອນນ້ຳທັງໜ້າດິນ ແລະ ນ້ຳໃຕ້ ດິນ, ສະພາບພູມີປະເທດໄດ້ເປັນປັດໄຈອັນສຳຄັນທີ່ເອື້ອອຳນວຍໃຫ້ແກ່ການຜະລິດ ເຊິ່ງເປັນການປະກອບສ່ວນສຳ ຄັນແກ່ການພັດທະນາເສດຖະກິດສັງຄົມແຫ່ງຊາດ; ພ້ອມດຽວກັນນັ້ນ, ຍັງຮັບໃຊ້ໃຫ້ແກ່ການພັດທະນາຂະແໜງການຕ່າງໆ ເຊັ່ນ: ຊົນລະປະທານ, ສະໜອງນ້ຳໃຫ້ແກ່ຕົວເມືອງ ແລະ ຊົນນະບົດ, ການປະມົງ, ການທ່ອງທ່ຽວ, ອຸດສາຫະກຳ, ຂົນສົ່ງ ແລະອື່ນໆ.
ພ້ອມດຽວກັນນີ້, ໄດ້ມີການເຊັນບົດບັນທຶກມອບ-ໂອນວຽກງານເຊົ່າ-ສຳປະທານທີ່ດິນຂອງລັດລະຫວ່າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຝ່າຍມອບ) ແລະ ຫ້ອງການ-ການເງິນເມືອງທົ່ງມີໄຊ (ຝ່າຍຮັບ) ໂດຍຊ້ອງໜ້າທ່ານເຈົ້າເມືອງໆ ທົ່ງມີໄຊ ແລະ ພະນັກງານຫຼັກແຫຼ່ງ.