ພິທີປະກາດລິເລີ່ມ ໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະ ໂພສະນາການ ໄດ້ຈັດຂຶ້ນໃນວັນທີ 25 ເມສາ 2018 ກະຊວງໂຍທາທິການ ແລະ ຂົນສົ່ງ, ເປັນປະທານໂດຍທ່ານ ນາງ ວິໄລ ຄໍາໂພສະລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ລີໂອ ຟາເບີ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ຜູ້ມີອໍານາດເຕັມປະຈໍາ ສປປ ລາວ ມີຄະນະນໍາ, ແຂກຮັບເຊີນ ແລະ ພະນັກງານຫຼັກແຫຼ່ງຂອງທັງສອງພາກສ່ວນເຂົ້າຮ່ວມ.

ທ່ານ ນາງ ວິໄລຄໍາ ໂພສະລາດ ກ່າວວ່າ: ໂດຍອີງໃສ່ການເຊັນສັນຍາຮ່ວມມື ລະຫວ່າງ ສະຫະພາບເອີຣົບ ແລະ ລັດຖະບານລາວ ໃນເດືອນທັນວາ 2016 ກ່ຽວກັບການສະໜັບສະໜູນວຽກງານໂພສະນາການຢູ່ ສປປ ລາວ, ສະຫະພາບເອີຣົບ ໄດ້ສະໜອງທຶນຊ່ວຍເຫຼືອລ້າໃຫ້ລັດຖະບານລາວ ເພື່ອຈັດຕັ້ງປະຕິບັດໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະ ໂພສະນາການ ( SUNWIP ), ເຊິ່ງຈະຮ່ວມກັນຈັດຕັ້ງປະຕິບັດໂດຍທະນາຄານພັດທະນາເຢຍລະມັນ ແລະ ກົມນໍ້າປະປາກະຊວງໂຍທາທິການ ແລະ ຂົນສົ່ງ; ໃນນີ້, ໄດ້ມີການລົງນາມການສະໜອງທຶນຊ່ວຍເຫຼືອລ້າໂຄງການ SUNWIP ໃນເດືອນມີນາ 2018 ມີມູນຄ່າທັງໝົດ 16,95 ລ້ານເອີໂຣ ໃນນີ້ມີທຶນຂອງລັດຖະບານລາວ 1,95 ລ້ານເອີໂຣ.

ໂຄງການ SUNWIP ແມ່ນເພື່ອປັບປຸງການເຂົ້າເຖິງນໍ້າສະອາດ ແລະ ປອດໄພໃຫ້ປະຊາຊົນຕະຫຼອດປີ ແລະ ການສົ່ງເສີມຄວາມຮູ້ການນໍາໃຊ້ໃຫ້ຖືກສຸຂະອະນາໄມ, ເພື່ອສຸຂະອະນາໄມທີ່ດີຂຶ້ນທັງສາມາດຫຼຸດຜົນກະທົບ ແລະ ປ້ອງກັນພະຍາດຖອກທ້ອງ ແລະ ເພີ່ມຜົນປະໂຫຍດໃຫ້ມີໂພສະນາການທີ່ດີຂຶ້ນ, ໂຄງການນີ້ຈະສຸມໃສ່ 3 ໜ້າວຽກໃຫຍ່ ຄື: ການພັດທະນາໂຄງລ່າງພື້ນຖານ ກໍຄືການສ້າງລະບົບນໍ້າປະປາຂະໜາດນ້ອຍທີ່ຮັບປະກັນການເຂົ້າເຖິງນໍ້າສະອາດ, ປອດໄພ ແລະ ມີພຽງພໍຕະຫຼອດປີໃຫ້ແກ່ບັນດາເມືອງທີ່ທຸກຍາກ; ຈັດຕັ້ງປະຕິບັດກິດຈະກໍາປູກຈິດສໍານຶກໃຫ້ກຸ່ມບ້ານເປົ້າໝາຍ ແລະ ໃກ້ຄຽງ ເພື່ອສົ່ງເສີມການປ່ຽນແປງພຶດຕິກໍາດ້ານສຸຂະອະນາໄມ ແລະ ໂພສະນາການໃຫ້ດີຂຶ້ນ; ການສ້າງຄວາມເຂັ້ມແຂງໃຫ້ໜ່ວຍງານຄຸ້ມຄອງ ແລະ ບໍາລຸງຮັກສາລະບົບການນໍາໃຊ້ນໍ້າເຊັ່ນ: ຫ້ອງການນໍ້າປະປາເມືອງທີ່ເປັນເປົ້າໝາຍຂອງໂຄງການ ລວມເຖິງການຂະຫຍາຍໜ່ວຍງານຂັ້ນແຂວງ ແລະ ສູນກາງ ພ້ອມກັນນີ້ໂຄງການຍັງນອນຢູ່ໃນແຜນການດໍາເນີນງານຂອງແຜນຍຸດທະສາດແຫ່ງຊາດຂອງນໍ້າປະປາ ແລະ ສຸຂະພິບານ ແລະ ແຜນຍຸດທະສາດໂພຊະນາການແຫ່ງຊາດ.

ໂຄງການດັ່ງກ່າວແມ່ນກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ຈະເປັນຜູ້ຕາງໜ້າໃນການຈັດຕັ້ງປະຕິບັດໂຄງການຮ່ວມມືຢ່າງໃກ້ຊິດກັບບໍລິສັດທີ່ປຶກສາຈາກຕ່າງປະເທດທີ່ຈະຊ່ວຍເຫຼືອທາງດ້ານວິຊາການ ພ້ອມທັງປະສານກັບຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ, ມີໄລຍະການຈັດຕັ້ງປະຕິບັດໂຄງການ 4 ປີ (2018-2021) ທີ່ຕັ້ງຂອງໂຄງການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂະພິບານ ແມ່ນແນໃສ່ຈັດຕັ້ງປະຕິບັດຢູ່ໃນແຂວງສະຫວັນນະເຂດ ເປັນໄລຍະທີ 1 ໂດຍກໍານົດເອົາເທດສະບານເມືອງເຊໂປນ, ເມືອງນອງ ແລະ ຍົກລະດັບນໍ້າລິນຢູ່ເຂດຈຸດສຸມລະໂກ ( ເມືອງເຊໂປນ ) ໃຫ້ເປັນນໍ້າປະປາຊຸມຊົນ; ໄລຍະທີ 2 ແລະ ໄລຍະທີ 3 ແມ່ນຈະຄົ້ນຄວ້າເນື້ອທີ່ໂຄງການຢູ່ໃນຂອບເຂດແຂວງບູລິມະສິດ ຄື: ແຂວງສະຫວັນນະເຂດ, ຄໍາມ່ວນ, ສາລະວັນ ແລະ ອັດຕະປື.