ກະຊວງແຜນການ ແລະ ການລົງທຶນ ( ກຜທ ) ໄດ້ຈັດພິທີເປີດຫ້ອງການບໍລິການ ການລົງທຶນປະຕູດຽວຂັ້ນສູນກາງ ໃນວັນທີ 25 ເມສາ 2018 ເພື່ອຮັບປະກັນການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສຍຸຕິທຳ, ຖືກຕ້ອງຕາມລະບຽບກົດໝາຍ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານໃນຄະນະກໍາມະການສົ່ງເສີມ ແລະ ຖະມົນຕິຄຸ້ມຄອງການລົງທຶນຂັ້ນສູນກາງ, ຄະນະປະສານງານ ແລະ ແຂກຮັບເຊີນເຂົ້າຮ່ວມ.

ທ່ານ ປອ. ຄໍາລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ທັງເປັນຄະນະກໍາມະການສົ່ງເສີມ ແລະ ຖະມົນຕີຄຸ້ມຄອງການລົງທຶນຂັ້ນສູນກາງ ກ່າວວ່າ: ການເປີດຫ້ອງການບໍລິການການລົງທຶນປະຕູດຽວໃນຄັ້ງນີ້ ກໍເພື່ອເປັນນິມິດໝາຍອັນສໍາຄັນໃນຂະບວນການວຽກງານການລົງທຶນ, ຈົ່ງສືບຕໍ່ເພີ່ມທະວີຄວາມຮັບຜິດຊອບເຂົ້າໃນໜ້າທີ່ວຽກງານ, ຮັບປະກັນການດໍາເນີນທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສຍຸຕິທໍາ ແລະ ຖືກຕ້ອງຕາມລະບຽບກົດໝາຍຄື: ປັບປຸງຄໍາຮ້ອງຂໍລົງທຶນໃຫ້ມີຄວາມສະດວກ, ກະທັດຫັດ ແລະ ມີເນື້ອໃນຄົບຖ້ວນ; ແນະນໍາແບບເອກະສານປະກອບຕ່າງໆໃນການຍື່ນຄໍາຮ້ອງ ເພື່ອໃຫ້ຜູ້ລົງທຶນກະກຽມເອກະສານປະກອບໃຫ້ຄົບຖ້ວນ ແລະ ຖືກຕ້ອງ, ມີການນໍາໃຊ້ລະບົບໄອທີເຂົ້າມາຊ່ວຍໃນການຕິດຕາມ ແລະ ຄຸ້ມຄອງເອກະສານ, ປັບປຸງເວບໄຊໃນການບໍລິການຂໍ້ມູນຂ່າວສານ, ດາວໂຫຼດຄໍາຮ້ອງຂໍລົງທຶນ, ກົດໝາຍ ແລະ ລະບຽບການຕ່າງໆ. ນອກນີ້, ຍັງໄດ້ເປີດຊ່ອງທາງໃຫ້ຄະນະນໍາ ສາມາດເຂົ້າເບິ່ງຄວາມຄືບໜ້າຂອງເອກະສານຄໍາຮ້ອງຂໍລົງທຶນ ໂດຍຜ່ານທາງເວບໄຊ ແລະ ຍັງມີບໍລິການສາຍດ່ວນ (1503) ເພື່ອໃຫ້ຜູ້ລົງທຶນສາມາດໂທເຂົ້າຕິດຕໍ່ສອບຖາມໄດ້ຕະຫຼອດເວລາ. ໃນນີ້, ເພື່ອເຮັດໃຫ້ການປະຕິບັດວຽກງານການສົ່ງເສີມ ແລະ ຄຸ້ມຄອງການລົງທຶນມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ.

ໃນໄລຍະຜ່ານມາ, ໄດ້ນໍາເອົາບັນຫາໂຄງການສະເໜີຕໍ່ກອງປະຊຸມຈໍານວນ 206 ລາຍການ, ສາມາດແກ້ໄຂໃນກອງປະຊຸມ ຫຼື ລາຍການຂໍການຕົກລົງເພື່ອປະຕິບັດ ຈໍານວນ 127 ລາຍການ, ຕອບປະຕິເສດ ຈໍານວນ 26 ໂຄງການ, ສືບຕໍ່ຄົ້ນຄວ້າລາຍງານຄືນ ແລະ ຂໍທິດຊີ້ນໍາ ຈໍານວນ 53 ໂຄງການ; ນອກນັ້ນ, ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) 19 ໂຄງການ, ສັນຍາພັດທະນາໂຄງການ (PDA) 5 ໂຄງການ, ສັນຍາສໍາປະທານ (CA) 5 ໂຄງການ, ສັນຍາຊອກຄົ້ນ ແລະ ສໍາຫຼວດ 5 ໂຄງການ ແລະ ສັນຍາຂຸດຄົ້ນ ແລະ ປຸງແຕ່ງ 4 ໂຄງການ.

ໂອກາດດຽວກັນນີ້, ໃນພິທີດັ່ງກ່າວ ທ່ານຮອງນາຍົກ ຍັງໄດ້ຮ່ວມຕັດແຖບຜ້າ ແລະ ລັນຄ້ອງ 9 ບາດ ເພື່ອເອົາເລີກເອົາໄຊພ້ອມກັບບັນດາແຂກທີ່ເຂົ້າຮ່ວມ ແລະ ເຂົ້າຢ້ຽມຊົມຫ້ອງບໍລິການ ການລົງທຶນປະຕູດຽວ.