ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນເມສາ 2018 ໄດ້ດໍາເນີນເວລາ 2 ວັນ ຄື: ວັນທີ 23-24 ເມສາ 2018, ໄດ້ພ້ອມກັນປຶກສາຫາລື ແລະ ພິຈາລະນາຮັບຮອງເອົາບັນດາເອກະສານສໍາຄັນຈໍານວນ 7 ລາຍການ ແລະ ສະຫຼຸບຕີລາຄາຄືນໃນການຈັດຕັ້ງປະຕິບັດວຽກງານໃນເດືອນເມສາ ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ຄະນະລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນປຶກສາຫາລື ແລະ ພິຈາລະນາຮັບຮອງເອົາບັນດາເອກະສານສໍາຄັນ ເປັນຕົ້ນແມ່ນບົດລາຍງານກ່ຽວກັບສະພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ສະພາບພົ້ນເດັ່ນພາຍໃນປະເທດ; ບົດລາຍງານກ່ຽວກັບການກະກຽມອອກວິຊາແບບທັນສະໄໝ (E-VISA); ບົດລາຍງານແຫ່ງຊາດປະຈໍາໄລຍະ 2-3 ການຈັດຕັ້ງປະຕິບັດອະນຸສັນຍາກ່ຽວກັບການເຂົ້າຮ່ວມຂອງເດັກໃນການປະທະກັນດ້ວຍກໍາລັງປະກອບອາວຸດ ແລະ ອະນຸສັນຍາກ່ຽວກັບຄ້າເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອະນາຈານກ່ຽວກັບເດັກ; ບົດລາຍງານກ່ຽວກັບຄວາມຄືບໜ້າ ແລະ ຄວາມພ້ອມໃນການກະກຽມກອງປະຊຸມໂຕະມົນຂອງຄະນະຊີ້ນໍາລະດັບຊາດ ປະຈໍາປີ 2018; ບົດລາຍງານກ່ຽວກັບຜົນການສໍາຫຼວດການນໍາໃຊ້ຄູ; ບົດລາຍງານກ່ຽວກັບຄວາມຄືບໜ້າໃນການກະກຽມບັນດາກົດໝາຍທີ່ຈະສະເໜີສະພາແຫ່ງຊາດ ພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນເດືອນມິຖຸນາ 2018 ແລະ ຮ່າງນະໂຍບາຍແຫ່ງຊາດ ວ່າດ້ວຍຄວາມປອດໄພທາງລະບົບຄອມພິວເຕີ.

ຜ່ານການພິຈາລະນາຢ່າງເລິກເຊິ່ງ ກອງປະຊຸມໄດ້ເຫັນດີພ້ອມກັນຮັບຮອງເອົາ 6 ລາຍການ ພ້ອມທັງຊີ້ນໍາໃຫ້ບັນດາກະຊວງ ແລະ ອົງການລັດທຽບເທົ່ານໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ. ສໍາລັບຮ່າງນະໂຍບາຍແຫ່ງຊາດ ວ່າດ້ວຍຄວາມປອດໄພທາງລະບົບຄອມພິວເຕີນັ້ນ, ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຄືນ ໂດຍໃຫ້ຈັດກອງປະຊຸມສໍາມະນາ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ ແລະ ຊັດເຈນ. ຈາກນັ້ນ, ຈຶ່ງນໍາມາຜ່ານກອງປະຊຸມລັດຖະບານໃນຄັ້ງຕໍ່ໄປ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກໍໄດ້ສະຫຼຸບສັງລວມການເຄື່ອນໄຫວວຽກງານຈຸດສຸມທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນເມສາຜ່ານມາ ແລະ ຊີ້ນຳວຽກງານຈຸດສຸມໃນເດືອນພຶດສະພາ 2018.